ສຶກສາສ້າງຕັ້ງບໍລິສັດຮ່ວມທຶນທຸລະກິດລັດ ​ແລະ ເອກະຊົນ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງກົມແຜນການ ແລະ ການຮ່ວມມື ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກຸ່ມບໍລິສັດ ເອໄອເອັຟ (AIF Group) ຈັດ​ຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມ​ລົງ​ນາມ​ລະຫວ່າງທ່ານ ພູຂົງ ຈິດຮູບໂລກ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ລັດຕະນະມະນີ ຄູນນີວົງ ຮອງປະທານອາວຸໂສ ກຸ່ມບໍລິສັດເອໄອເອັຟ ມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ  ທ່ານ ລິດທິກອນ ພູມມະສັກ ປະທານສະພາບໍລິຫານກຸ່ມບໍລິສັດເອໄອເອັຟ ບັນດາຫົວໜ້າກົມ ຮອງ​ກົມ​ກ່ຽວຂ້ອງກະຊວງເຕັກໂນໂລຊີ ແລະ ການສື່ສານ ​ແລະ ຄະນະຜູ້ບໍລິຫານກຸ່ມບໍລິສັດເອໄອເອັຟ​ເຂົ້າ​ຮ່ວມ.

    ການ​ເຊັນ​ບົດ​ບັນທຶກ​ສອງ​ຝ່າຍ​ຄັ້ງ​ນີ້ ​ເພື່ອຮ່ວມມືກັນສຶກສາການສ້າງຕັ້ງບໍລິສັດຮ່ວມທຶນທຸລະກິດລັດ-ເອກະຊົນ ໃນການສ້າງ ແລະ ບໍລິຫານລະບົບບໍລິຫານລັດເອເລັກໂຕຣນິກ ແລະ ປັບປຸງການສື່ສານພາກລັດ  ໂດຍມີຈຸດສຸມຫຼັກໃນການສຶກສາ ແລະ ພັດທະນາຂະບວນການບໍລິຫານຂອງລັດຖະບານໃຫ້ຫັນເປັນລັດຖະບານເອເລັກໂຕຣນິກ ປະກອບດ້ວຍລະບົບການໃຫ້ບໍລິການຂອງພາກລັດ ລະບົບບໍລິຫານຈັດການວຽກງານພາກລັດ ລະບົບຈັດເກັບລາຍຮັບງົບປະມານ ກຳນົດມາດຕະຖານ ແລະ ລວມເອົາຖານຂໍ້ມູນຕ່າງໆຈັດເກັບໄວ້ໃນສູນຂໍ້ມູນຂອງລັດຖະບານ ເພື່ອໃຫ້ສາມາດເຊື່ອມໂຍງ ເຊື່ອມຈອດ ແລກປ່ຽນ ແລະ ນຳໃຊ້ຂໍ້ມູນຮ່ວມກັນລະຫວ່າງພາກລັດດ້ວຍກັນ ການບໍລິການຂອງພາກລັດແກ່ປະຊາຊົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ຫຼຸດຜ່ອນໄລຍະເວລາ ແລະ ງົບປະມານ ຍົກລະດັບມາດຕະຖານການເຮັດວຽກຂອງພາກລັດ ແລະ ພະນັກງານໃຫ້ທຽບເທົ່າລະດັບສາກົນ ຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມ ໃນການກ້າວເຂົ້າສູ່ການຫັນເປັນເສດຖະກິດດິຈິຕອນເທື່ອລະກ້າວ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!