ລັດຖະບານ ສືບຕໍ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ

    ທ່ານ​ນາງ ທິບ​ພະ​ກອນ ຈັນທະ​ວົງສາ ຮອງ​ລັດຖະມົນຕີ ຮອງ​ຫົວໜ້າ​ຫ້ອງ​ວ່າ​ການ​ສໍາ​ນັກ​ງານ​ນາຍົກລັດຖະມົນຕີ ຮອງ​ຫົວໜ້າ​ຄະນະ​ສະເພາະກິດ ຜູ້ປະຈຳການ ຫົວໜ້າ​ກອງ​ເລຂາກ່ຽວກັບການ​ສືບຕໍ່ປະຕິບັດ​ມາດ​ຕະການ​ປ້ອງ​ກັນຄວບ​ຄຸມ ແລະ ສະກັດ​ກັ້ນ​ການ​ລະບາດ​ຂອງ​ພະຍາດ COVID-19 ໄດ້​ຖະແຫຼງ​ຂ່າວວັນ​ທີ 15 ກັນຍາ 2021 ຢູ່​ກະຊວງ​ສາທາລະນະ​ສຸກ​ວ່າ:

    ອີງ​ຕາມ​ການ​ປະເມີນສະພາບ​ການ​ລະບາດ ແລະ ການຈັດຕັ້ງ​ປະຕິບັດ​ມາດຕະການຕ່າງໆ ໃນ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີສະບັບ​ເລກ​ທີ 15/ນຍ ລົງ​ວັນທີ 21 ເມສາ 2021 ແຈ້ງ​ການສະບັບ​ເລກ​ທີ 1094/ຫສນຍ ລົງ​ວັນ​ທີ 31 ສິງຫາ 2021 ແລະ ມາດ​ຕະການຕ່າງໆທີ່ຄະນະສະເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະບາດຂອງ​ພະຍາດ COVID-19 ຂັ້ນ​ສູນ​ກາງໄດ້​ວາງ​ອອກ ເຫັນ​ວ່າ ມາ​ຮອດ​ວັນ​ທີ 15 ກັນຍາ 2021 ສະພາບ​ການລະບາດພະຍາດ COVID-19 ຢູ່ ສປປ ລາວ ແມ່ນ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ແລະ ຈະ​ກ້າວສູ່​ລະດັບ 2 ພ້ອມ​ດຽວ​ກັນນັ້ນ ຢູ່​ບາງ​ແຂວງຈະ​ກ້າວ​ສູ່​ລະດັບ 3 ເຊັ່ນ ແຂວງຈໍາປາສັກ  ຄຳ​ມ່ວນ ສະຫວັນ​ນະ​ເຂດ ແລະ ນະຄອນຫຼວງວຽງ​ຈັນ ເຊິ່ງ​ທ້ອງຖິ່ນ​ເຫຼົ່າ​ນີ້ ເຖິງແມ່ນ​ວ່າ ການ​ຕິດເຊື້ອ​ທີ່​ມາ​ຈາກ​ຕ່າງປະເທດ​ໄດ້​ຫຼຸດ​ລົງ​ກໍ​ຕາມ ແຕ່​ການ​ລະບາດ​ໃນ​ຊຸມ​ຊົນແມ່ນ​ຍັງ​ແຜ່​ລາມ​ເປັນ​ວົງ​ກວ້າງ ສາເຫດ​ຕົ້ນຕໍຂອງ​ການ​ຕິດເຊື້ອ​ໃນ​ຊຸມ​ຊົນແມ່ນ​ການ​ເດີນທາງໄປ​ມາລະຫວ່າງ​ທ້ອງຖິ່ນ​ຕໍ່​ທ້ອງຖິ່ນ ໂດຍ​ສະເພາະໃນທ້ອງຖິ່ນທີ່ມີການລະບາດ​ໃນ​ຊຸມ​ຊົນ ແລະ ການ​ດຳເນີນກິດຈະກຳຕ່າງໆ​ ໃນ​ສັງຄົມ​ຢູ່​ຫຼາຍ​ບ່ອນຂອງການຈັດຕັ້ງ ແລະ ບຸກຄົນຈຳນວນໜຶ່ງ ບໍ່​ທັນ​ປະຕິບັດມາດ​ຕະການ​ຕ້ານ ແລະ ສະກັດ​ກັ້ນ​ພະຍາດCOVID-19 ໄດ້​ຢ່າງ​ຖືກຕ້ອງ ແລະ ເຂັ້ມ​ງວດ.

    ສະນັ້ນ ລັດຖະບານ ຈຶ່ງ​ໄດ້​ອອກ​ແຈ້ງ​ການເລກ​ທີ 1177/ຫສນຍ ທີ່​ໄດ້​ກຳນົດບັນດາ​ມາດ​ຕະການສໍາ​ລັບ​ໄລຍະ 15 ວັນ​ຕໍ່ໜ້າ ໂດຍ​ເລີ່ມ​ແຕ່​ເວລາ 00:00 ໂມງ ຂອງ​ວັນ​ທີ 16 ກັນຍາ ຫາເວລາ 24:00 ໂມງຂອງ​ວັນ​ທີ 30 ກັນຍາ 2021 ເພື່ອສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ.

       ສຳລັບມາດຕະການຫ້າມ ແລະ ຜ່ອນຜັນແມ່ນໃຫ້ສືບຕໍ່ປະຕິບັດຕາມແຈ້ງການສະບັບເລກທີ 1094/ຫສນຍ ລົງວັນທີ 31 ສິງຫາ 2021 ສ່ວນມາດຕະການຜ່ອນຜັນໃໝ່ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານການສຶກສາ ແມ່ນເຫັນດີໃຫ້ປິດການຮຽນ-ການສອນ ສຳລັບການສຶກສາທຸກຊັ້ນ ທຸກສາຍ ແລະ ສືບຕໍ່ເລື່ອນການສອບເສັງຄັດເລືອກເຂົ້າຮຽນສາຍອາຊີວະສືກສາ ສ້າງຄູ ການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນ ແຕ່ອະນຸຍາດໃຫ້ໂຮງຮຽນກິນນອນທີ່ບໍ່ມີການເຄື່ອນຍ້າຍນັກຮຽນ-ນັກສຶກສາ ແລະ ພະນັກງານຄູ-ອາຈານດຳເນີນການຮຽນ-ການສອນໄດ້ ໂດຍໂຮງຮຽນຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ນະຄອນຫຼວງວຽງຈັນ.

   ສໍາລັບມາດຕະການຕໍ່ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງທີ່​ລະເມີດ​ມາດຕະການ​ປ້ອງ​ກັນ ຄວບ​ຄຸມ ສະກັດ​ກັ້ນ ແລະ ແກ້​ໄຂ​ການ​ແຜ່​ລະບາດ​ຂອງ​ພະຍາດ COVID-19 ທີ່​ລັດຖະບານຄະນະ​ສະເພາະ​ກິດ ກະ​ຊວງ​-​ອົງການ ຂັ້ນ​ສູນ​ກາງ ນະຄອນຫຼວງ​ວຽງ​ຈັນ ແລະ ບັນດາ​ແຂວງວາງ​ອອກ ແມ່ນ​ດຳເນີນ​ຕາມ​ກົດໝາຍ ແລະ ລະບຽບ​ການກ່ຽວຂ້ອງ ຕາມ​ແຕ່​ກໍລະນີໜັກ ຫຼື ເບົາ ຢ່າງເຂັ້ມງວດ.

# ຂ່າວ – ພາບ :  ລັດເວລາ

error: Content is protected !!