ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ຖືກຜົນກະທົບຈາກໄຟໄໝ້

    ວັນທີ 15 ກັນຍາ 2021 ອົງການກາແດງລາວ ແຂວງສະຫວັນນເຂດ ສົມທົບກັບຫ້ອງການແຮງງານສະຫວັດດີການສັງຄົມ ເມືອງ ໄຊພູທອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຈໍານວນ 3 ຄອບຄົວທີ່ໄດ້ຖືກຜົນກະທົບໄຟໄໝ້ເຮືອນຢູ່ເຂດກຸ່ມບ້ານທີ 5 ບ້ານຂົວດໍາ ເມືອງໄຊພູທອງ ແຂວງ ສະຫວັນນເຂດ ໂດຍການກ່າວມອບຂອງທ່ານ ນາງ ແສງພອນໄຊ ສີວິໄຊ ຮອງຫົວໜ້າອົງການກາແດງລາວ ແລະ ຕາງໜ້າກ່າວຮັບຂອງທ່ານ ວັງ ປະຊາຊົນບ້ານຂົວດໍາ ມີທ່ານ ນາງ ທອງໃບ ສອນວິໄລ ຫົວໜ້າຫ້ອງການແຮງງານສະຫວັນດີການສັງຄົມເມືອງໄຊພູທອງ ພ້ອມດ້ວຍເລຂາ-ນາຍບ້ານ ແລະ ຄອບຄົວຜູ້ຖືກຜົນກະທົບເຂົ້າຮ່ວມ.

    ເຄື່ອງທີ່ນໍາມາມອບໃຫ້ແກ້ຈໍານວນ 3 ຄອບຄົວໃນຄັ້ງນີ້ ແມ່ນເຄື່ອງໃຊ້ໃນຄົວເຮືອນປະກອບມີ ມຸ້ງ ໝໍ້ໜຶ້ງຖ້ວຍ ຈານ ຜ້າຫົ່ມ 2 ຜືນ ຖັງໃສ່ນໍ້າ ສາດຢາງ 2 ຜືນ ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ອື່ນໆຈໍານວນໜຶ່ງ ລວມມູນຄ່າທັງໝົດ 2.934.000 ກີບ ຈາກນັ້ນອົງການກາແດງລາວກໍຍັງໄດ້ນໍາເຄື່ອງຊ່ວຍເຫຼືອຈາກຊາວສິງກະໂປຢູ່ ສປປ ລາວ ໃຫ້ແກ່ສູນຈໍາກັດບໍລິເວນຢູ່ພາກໃຕ້ ຮ່ວມລະດົມທຶນບໍລິຈາກໂດຍ ອົງການກາແດງລາວ ພ້ອມທັງໄດ້ສີດຜົ່ນຢາຂ້າເຊື້ອໃຫ້ສູນຈໍາກັດບໍລິເວນຈໍານວນ 3 ສູນຄື: ສູນ ມສ ນາຄໍາ ມສ ພູມມະເຈດີ ແລະ ສູນ ມສ ໄຊພູທອງ ພ້ອມທັງແຈກຢາຍເຄືອງຊ່ວຍເຫຼືອໃຫ້ແກ່ຜູ້ຈໍາກັດບໍລິເວນພາຍໃນສູນດັ່ງກ່າວຕຶ່ມອີກ

..

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!