ກອງປະຊຸມທາງໄກຜ່ານ (ວິດີໂອ) ສະໄໝພິເສດ ລັດ​ຖະມົນຕີທ່ອງທ່ຽວອາຊຽນ​

    ໃນວັນທີ 29 ເມສາ 2020 ທີ່ນະຄອນ​ຫຼວງວຽງຈັນ ບັນດາລັດຖະມົນຕີທ່ອງ​ທ່ຽວຂອງປະເທດສະມາຊິກແຫ່ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ປະຊຸມທາງໄກ (ຜ່ານວິດີໂອ) ສະໄໝພິເສດ ພາຍໃຕ້ການເປັນປະທານກອງປະຊຸມໂດຍທ່ານ ປອ ທອງຄົນ ລັດຖະມົນຕີກະຊວງທ່ອງທ່ຽວແຫ່ງປະເທດກຳປູເຈຍ ໂດຍຄໍານືງເຖິງຄວາມຈໍາເປັນອັນຮີບດ່ວນກ່ຽວກັບກົນໄກການປະສານງານອາຊຽນໃຫ້ມີຄວາມເຂັ້ມແຂງ ເພື່ອເອົາຊະ​ນະບັນດາສິ່ງທ້າທາຍຕ່າງໆໃນຂະແໜງການທ່ອງທ່ຽວ ຊຶ່ງແມ່ນໜຶ່ງໃນບັນດາຂະແໜງເສດຖະກິດຕົ້ນຕໍທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອພະ​ຍາດ COVID-19 ໃນຄັ້ງນີ້ ແລະ ເປັນເຫດໃຫ້ທຸລະກິດໃນະຂະແໜງການທ່ອງທ່ຽວຢຸດສະງັກ ເຮັດໃຫ້ລາຍຮັບຫຼຸດລົງ ແລະ ການຈ້າງງານຫຼຸດລົງ. 

    ກອງປະຊຸມຄັ້ງນີ້ ບັນດາລັດຖະມົນຕີການທ່ອງທ່ຽວອາຊຽນແຕ່ລະປະເທດໄດ້ລາຍງານສະພາບ ແລະ ຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19 ໂດຍສະເພາະຜົນກະທົບຕໍ່ຂະແໜງການທ່ອງທ່ຽວຢູ່ໃນປະເທດຂອງຕົນໃຫ້ກອງປະຊຸມຮັບຊາບ ແລະ ຮ່ວມກັນປຶກສາຫາລືເພື່ອຊອກຫາວິທີທາງແກ້ໄຂ ແລະ ມາດຕະການສະເພາະໃນການເພີ່ມທະວີການຮ່ວມມື ແລະ ການປະສານງານອາຊຽນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຟື້ນຟູຂະແໜງການທ່ອງທ່ຽວໃຫ້ກັບຄືສູ່ສະພາບປົກກະຕິ. 

    ພ້ອມດຽວກັນນີ້ ບັນດາລັດຖະມົນຕີທ່ອງທ່ຽວອາຊຽນ ຍັງໄດ້ຮ່ວມກັນຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການເພີ່ມທະວີການຮ່ວມມືເພື່ອຟື້ນຟູການທ່ອງທ່ຽວອາຊຽນ. ໃນນີ້ ສປປ ລາວ ກໍໄດ້ລາຍງານໃຫ້ກອງປະຊຸມຮັບຊາບວ່າ: ການແຜ່ລະ​ບາດຂອງເຊື້ອພະຍາດ COCID-19 ໃນຄັ້ງນີ້ ເຮັດໃຫ້ຈໍານວນນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີຫຼຸດລົງ 17% ຖ້າທຽບໃສ່ໄລຍະດຽວກັນຂອງປີ 2019. ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວທົ່ວປະເທດ ກໍໄດ້ຮັບຜົນກະທົບຢ່າງຫຼີກລ່ຽງບໍ່ໄດ້ ເຊັ່ນ: ໂຮງແຮມຈໍານວນ 637 ແຫ່ງ ຣີສອດ ເຮືອນພັກ 2.283 ແຫ່ງ ຫ້ອງນອນ 55.000 ກວ່າຫ້ອງ ບໍລິສັດທ່ອງ​ທ່ຽວ 539 ແຫ່ງ ຕົວແທນ​ບໍລິສັດທ່ອງ​ທ່ຽວ 36 ແຫ່ງ ສະຖານທີ່ທ່ອງທ່ຽວ 809 ແຫ່ງ ແລະ ເຄືອຂ່າຍສະໜອງການທ່ອງທ່ຽວອື່ນໆກໍໄດ້ຮັບຜົນກະທົບເຊັ່ນດຽວກັນ. 

    ນອກຈາກນີ້ ບັນດາກິດຈະກໍາການທ່ອງທ່ຽວ ແລະ ວັດທະນະທໍາທັງ​ໝົດກໍໄດ້ຖືກໂຈະ ແລະ ເລື່ອນການຈັດຕັ້ງປະຕິບັດອອກໄປເຊັ່ນ: ການປະກາດມໍລະດົກໂລກ ທົ່ງໄຫຫີນຊຽງຂວາງ ບຸນປີໃໝ່ລາວ ແລະ ບຸນປະເພນີອື່ນໆ. ມາຮອດປັດຈຸບັນນີ້ ຖືວ່າບໍ່ມີນັກທ່ອງທ່ຽວ ແລະ ຄາດວ່າສະຖານະການທີ່ຮ້າຍແຮງນີ້ຍັງຄົງຈະສືບຕໍ່ໄປອີກໄລຍະໜຶ່ງ.​ 

    ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ກ່າວຕໍ່ກອງປະຊຸມໃນຄັ້ງນີ້ວ່າ: ເພື່ອເປັນການຮ່ວມກັນໂຕ້ຕອບ ແລະ ຫຼຸດຜ່ອນຜົນກກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19 ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການເພີ່ມທະວີການຮ່ວມມືເພື່ອຟື້ນຟູການທ່ອງທ່ຽວອາຊຽນ ແນໃສ່ເພື່ອໃຫ້ແຕ່ລະປະເທດສະມາຊິກອາຊຽນສາມາດຈັດຕັ້ງປະຕິ​ບັດແຜນການຟື້ນຟູຫຼັງວິກິດການແຜ່ລະບາດຂອງເຊື້ອພະຍາດ COVID-19 ສ້າງລາຍການທ່ອງທ່ຽວຮ່ວມກັນ ໂຄສະນາ ແລະ ສົ່ງເສີມແພັກເກັດການທ່ອງທ່ຽວອາຊຽນທ່ຽວອາຊຽນ ແລະ ການລົງທຶນໃສ່ຕົ້ນທຶນມະນຸດໃນຂະແໜງການທ່ອງທ່ຽວອາຊຽນໃຫ້ຫຼາຍຂຶ້ນ.

error: Content is protected !!