ຂໍການຮ່ວມມືນໍາພໍ່ແມ່ປະຊາຊົນ ໃຫ້ຢູ່ເຮືອນຢຸດການແຜ່ເຊື້ອ

    ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ແຜ່ລະບາດເປັນວົງກວ້າງຢູ່ຊຸມຊົນຂອງນະຄອນຫຼວງວຽງຈັນ ດັ່ງນັ້ນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຄໍາສັ່ງລັອກດາວ ໃຫ້ປະຊາຊົນຢູ່ເຮືອນເພື່ອຢຸດການແຜ່ເຊື້ອ ພ້ອມກຳລັງ ປກສ-ປກຊ ສົມທົບກັບອໍານາດປົກຄອງບ້ານ ຕັ້ງຈຸດກວດກາຫຼາຍຈຸດ ແລະ ເຕືອນພໍ່ແມ່ປະຊາຊົນ ຖ້າບໍ່ມີຄວາມຈໍາເປັນ ບໍ່ໃຫ້ອອກຈາກເຮືອນ ສະເພາະຈຸດສີ່ແຍກທາງໄປໂຮງໝໍແມ່ ແລະ ເດັກ ເປັນຈຸດໜຶ່ງທີ່ມີຄວາມສັບສົນ ເນື່ອງຈາກວ່າເປັນເສັ້ນທາງຫຼັກປະຊາຊົນທຽວເຂົ້າ-ອອກເມືອງຈັນທະບູລີໄລຍະນີ້ ໄດ້ມີກ່ອນກຳລັງຕັ້ງຈຸດກວດກາ ໂດຍມີການຜັດປ່ຽນກັນເປັນແຕ່ລະມື້ໃນໄລຍະລັອກດາວນີ້.

    ທ່ານ ຮ້ອຍເອກ ສິງເພັດ ມະນີເລີດ ໜ່ວຍງານໂຄສະນາເມືອງຈັນທະບູລີ ປະຈໍາຢູ່ຈຸດດັ່ງກ່າວ ໄດ້ໃຫ້ສໍາພາດວ່າ: ນັບແຕ່ມື້ປະກາດລັອກດາວ ອ້າຍນ້ອງຈາລະຈອນ 7 ຄົນ ໄດ້ສົມທົບກັບ ປກສ ບ້ານ 2 ຄົນ ທະຫານເມືອງ 2 ຄົນ ລວມເປັນ 11 ຄົນ ເຂົ້າປະຈໍາການຢູ່ຈຸດສີ່ແຍກທາງເຊື່ອມຕໍ່ລະຫວ່າງບ້ານຫ້ວຍຫົງ ເຊື່ອມຕໍ່ກັບບ້ານໜອງທາ ແລະ ທາງໄປໂຮງໝໍແມ່ ແລະ ເດັກ ເຊິ່ງແຕ່ລະມື້ ເລີ່ມປະຈໍາການ ແຕ່ ເວລາ 7:00 ໂມງເຊົ້າ – 22:00 ໂມງກາງຄືນ ຈາກນັ້ນ ໄດ້ມອບໃຫ້ອໍານາດການປົກຄອງບ້ານປະຈໍາເວນຍາມແທນ ເຊິ່ງຜ່ານການປະຕິບັດໜ້າທີ່ຈຸດດັ່ງກ່າວ ມີທັງຄວາມສັບສົນ ຂໍ້ຫຍຸ້ງຍາກ ແລະ ຂໍ້ສະດວກ ໃນນີ້ ໃຫ້ຜ່ານໄດ້ແມ່ນປະຊາຊົນຢູ່ບ້ານ ແລະ ຈະໄດ້ກວດບັດປະຈໍາຕົວ ສ່ວນປະເພດລົດຂົນສົ່ງ ຈະໄດ້ກວດກາເບິ່ງຄືນບັນດາເອກະສານ ເພື່ອອໍານວຍຄວາມສະດວກ ຕໍ່ກັບສະພາບການດັ່ງກ່າວ ຂໍການຮ່ວມມືນໍາປະຊາຊົນ ໃຫ້ປະຕິບັດຕາມແຈ້ງການສະບັບເລກທີ 016/ຈນວ ຢ່າງເຂັ້ມງວດ ໃສ່ຜ້າອັດປາກ-ອັດດັງ ບໍ່ໃຫ້ຊຸມແຊວ ໃຫ້ເອົາໃຈໃສ່ຢູ່ເຮືອນກັກໂຕເອງ ເພື່ອຮັບປະກັນຄວາມປອດໄພ ທັງໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ຕືີມອີກ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!