ອາຊຽນ-ສະຫະລັດ ປະເມີນມາດຕະການແກ້ໄຂການແຜ່ລະບາດຂອງໂຄວິດ -19

    ວັນທີ 23 ກັນຍາ 2021 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ- ສະຫະລັດອາເມຣິກາ ໃນຮູບແບບປະສົມທາງໄກ ແລະ ເຊິ່ງໜ້າ (Hybrid) ພາຍໃຕ້ການເປັນປະທານຮ່ວມຂອງອິນໂດເນເຊຍ (ໃນນາມປະເທດປະສານງານ ການພົວພັນຮ່ວມມື ອາຊຽນ-ສະຫະລັດ) ແລະ ສະຫະລັດ ເຊິ່ງຈັດຂຶ້ນໃນໂອກາດກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ (UNGA) ຄັ້ງທີ 76.

    ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສືບຕໍ່ຕິດຕາມຜົນຂອງການປຶກສາຫາລື ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະລັດ ສະໄໝພິເສດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະລັດ ໃນເດືອນກໍລະກົດ ແລະ ສິງຫາ 2021 ຜ່ານມາ ຕາມລຳດັບ.

    ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງສະພາບການ ກໍຄືມາດຕະການຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ສະຫະລັດ ໃນການສະກັດກັ້ນ ເຝົ້າລະວັງ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້ ບັນດາທ່ານລັດຖະມົນຕີຍັງໄດ້ແລກປ່ຽນປະສົບການ ແລະ ບົດຮຽນທີ່ດີໃນ ການຕອບໂຕ້ ແລະ ຮັບມືກັບພະຍາດໂຄວິດ-19.

    ສຳລັບ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກອາຊຽນ ແລະ ສະຫະລັດ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການຮັບມືກັບພະຍາດໂຄວິດ-19 ເຊິ່ງໃນນັ້ນ ລວມມີການມອບວັກຊິນ ແລະ ອຸປະກອນການແພດຕ່າງໆ. ພ້ອມນີ້ ກອງປະຊຸມໄດ້ແລກປ່ຽນຄຳຄິດເຫັນ ແລະ ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືອາຊຽນ-ສະຫະລັດ ໃນໄລຍະໜຶ່ງປີຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ສະຫະລັດ ໄລຍະປີ 2021-2025.

    ສຳລັບທິດທາງໃນຕໍ່ໜ້າ ກອງປະຊຸມໄດ້ເຫັນດີຈະສືບຕໍ່ຮ່ວມມືກັນໃນບາງຂະແໜງການບູລິມະສິດ ເຊັ່ນ: ການຄວບຄຸມ ຮັບມື ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ດ້ວຍການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ບົດຮຽນທີ່ດີນຳກັນ ລວມທັງການຄົ້ນຄວ້າ ແລະ ພັດທະນາ (R&D) ແລະ ການຜະລິດຮ່ວມກັນຢາປົວພະຍາດ ກໍຄືຢາວັກຊິນຕ້ານໂຄວິດ-19 ການສະໜອງ ແລະ ການເຂົ້າເຖິງຢາວັກຊິນຕ້ານໂຄວິດ-19 ຢ່າງເທົ່າທຽມກັນ ຜ່ານໂຄງການຢາວັກຊິນສາກົນຫຼາຍຝ່າຍ ຫຼື ໂຄແວັກ (COVAX); ການຟື້ນຟູຮອບດ້ານເສດຖະກິດ ຫຼັງການແຜ່ລະບາດໂຄວິດ-19 ສິ້ນສຸດລົງ ການຫັນເປັນເສດຖະກິດດີຈີຕອນ ການພັດທະນາແບບຍືນຍົງ ການເຊື່ອມຈອດອາຊຽນ ການພັດທະນາຊັບພະຍາກອນມະນຸດ ແລະ ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາໃນອາຊຽນ.

    ໃນໂອກາດນີ້ ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ກໍຄືການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ- ສະຫະລັດ ຄັ້ງທີ 9 (9th ASEAN-U.S. Summit) ທີ່ຈະຈັດຂຶ້ນໃນເດືອນຕຸລາ 2021.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!