ຫາລືແລກປ່ຽນວິໄສທັດການຮັບມື ​ແລະ ການ​ແກ້​ໄຂຜົນ​ກະທົບຈາກ​ການແຜ່ລະບາດຂອງພະຍາດໂຄວິດ-19

    ວັນທີ 23 ກັນຍາ 2021 ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ​ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຂອງບັນດາປະເທດກໍາລັງພັດທະນາທີ່ບໍໍ່ມີຊາຍແດນຕິດຈອດກັບທະເລ (The Annual Ministerial Meeting of the Landlocked Developing Countries) ຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້: Leaving No One behind: Sustainable Recovery from COVID-19 in LLDCs and accelerated implementation of the Vienna Programme of Action and the Special Roadmap. ກອງປະຊຸມດັ່ງກ່າວ ​ແມ່ນ​ຈັດ​ຂື້ນ​ທຸກໆ​ປີ ໃນໄລຍະກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ເພື່ອປຶກສາຫາລືແລກປ່ຽນວິໄສທັດ ການຮັບມື ​ແລະ ການ​ແກ້ ​ໄຂ​ຜົນ​ກະທົບຈາກ​ການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອການຟຶ້ນຟູທີ່ຍືນຍົງ​ ໃຫ້ຄຽງຄູ່ກັນກັບການຈັດຕັ້ງປະຕິບັດແຜນດໍາເນີນງານຂອງກຸ່ມປະເທດ LLDCs.

    ໃນກອງປະຊຸມຄັ້ງນີ້ ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງຕໍ່ຜົນ​ກະທົບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່​ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ເສດຖະກິດ-ສັງຄົມ ແລະ ຊີວິດຂອງມວນມະນຸດໃນທົ່ວໂລກ ໂດຍສະເພາະ ບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (LLDCs) ກໍຍິ່ງໄດ້ຮັບຜົນກະທົບຢ່າງຮອບດ້ານ ໂດຍອີງໃສ່ສະພາບພູມສາດປະເທດທີ່ມີບໍ່ຊາຍແດນຕິດກັບທະເລນັ້ນ ​ແມ່ນ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຟຶ້ນຟູ​ເສດຖະກິດ​ຂອງ​ຕົນ.

    ນອກຈາກນັ້ນ ທ່ານຮອງລັດຖະມົນຕີ ກໍໄດ້ນໍາສະເໜີຕໍ່ກອງປະຊຸມວ່າ: ສປປ ລາວ ກໍເປັນປະເທດໜື່ງທີ່ຢູ່ໃນສະຖານນະພາບປະເທດດ້ອຍພັດທະນາ (LDC) ແລະ ທັງ​ເປັນປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (LLDC). ສະ​ນັ້ນ ສປປ ລາວ ຈຶ່ງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ​ການລະບາດ​ຂອງ​ໂຄ​ວິດ-19 ​ເຖິງ​ຢ່າ​ງ​ໃດ​ກໍຕາມ ສປປ ລາວ ກໍມີຄວາມພະຍາຍາມສ້າງ​ພື້ນຖານໃຫ້ກາຍເປັນປະເທດທີ່ເຊື່ອມຈອດກັບ​ພາກ​ພື້ນ ​ເພື່ອ​ໃຫ້ສາມາດ​ປະຕິບັດ​ໄດ້ແຜນບຸລິມະສິດທີ່​ກຳນົດ​ໄວ້​​ໃນ​ແຜນງານວຽນ​ນາ​ສຳລັບ​ກຸ່ມ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​​ແດນ​ຕິດ​ຈອດ​ກັບ​ທະ​ເລ (VPoA). ສິ່ງ​ສຳຄັນ​ພົ້ນ​ເດັ່ນອີກ​ອັນ​ໜື່ງ ໃນ​ໄລຍະ​ໃກ້ໆ​ນີ້ ແມ່ນຈະ​ມີການປະກາດເປີດການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງ​ເປັນ​ທາງ​ການ ພາຍໃຕ້ໂຄງການ “ໜຶ່່ງແລວໜຶ່ງເສັ້ນທາງ” ເຊິ່ງຈະກາຍເປັນຂີດໝາຍອັນສຳຄັນຂອງ ສປປ ລາວ ໃນການສ້າງພື້ນຖານໂຄງລ່າງອັນດີ ເພື່ອການເຊື່ອມຈອດທາງດ້ານເສດຖະກິດໃນພາກພື້ນ ແລະ ການຕິດຕໍ່ສື່ສານກັບປະເທດຕ່າງໆ.

    ພ້ອມດຽວກັນນີ້ ທ່ານຮອງລັດຖະມົນຕີຮຽກຮ້ອງໃຫ້ຄະນະຍາດສາກົນ ສະໜອງຢາວັກຊິນໃຫ້ແກ່ປະເທດ LLDCs ເພື່ອຮັບ ປະກັນການເຂົ້າເຖິງຢາວັກຊິນທີ່ເທົ່າທຽມ ແລະ ພຽງພໍ ລວມທັງຮຽກຮ້ອງໃຫ້ບັນດາປະເທດທີ່ເປັນທາງຜ່ານ ໃຫ້ການຮ່ວມມືອຳນວຍຄວາມສະດວກດ້ານການຄ້າ ແລະ ເຊື່ອມໂຍງກັບພາກພື້ນໄດ້ຢ່າງມີປະສິດທິຜົນ.

    ໃນຕອນທ້າຍຂອງກອງປະຊຸມ ທ່ານຮອງລັັດຖະມົນຕີ ໄດ້ຢໍ້າຄືນຄໍາໝາຍໝັ້ນຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍຂອງແຜນດຳເນີນງານ VPoA ​ແລະ ຈະ​ສືບ​ຕໍ່ຮ່ວມມືກັບບັນດາປະເທດທາງຜ່ານ ຄູ່ຮ່ວມພັດທະນາ ອົງການເຄືອຂ່າຍ ສປຊ ອົງການຈັັດຕັ້ງສາກົນ ແລະ ພາກເອກະຊົນອື່ນໆ ພ້ອມທັງສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງສາກົນທີ່ມີຕໍ່ ສປປ ລາວ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ຮ່ວມ​ມື​ຢ່າງ​ກວ້າງ​ຂວາງ​ອີກ​ໃນ​ຕໍ່ໜ້າ.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!