ລົງກວດກາ ແລະ ໃຫ້ທິດຊີ້ນໍາໂຮງງານທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19

    ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ຕະຫຼອດຮອດພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວລົງຊີ້ນໍາການສ້າງໂຮງໝໍພາກສະໜາມ ຢູ່ສູນມະຫາວິທະຍາໄລແຫ່ງຊາດ ເພື່ອກະກຽມຄວາມພ້ອມຮອບດ້ານ ປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ມີການລະບາດຢູ່ໃນຊຸມຊົນໃນປັດຈຸບັນ ພ້ອມນັ້ນ ໄດ້ລົງຕິດຕາມກວດກາໂຮງງານຕັດຫຍິບເວັນເຈີ ຢູ່ເມືອງໄຊທານີ ເຊິ່ງໂຮງງານດັ່ງກ່າວມີແຮງງານຕິດເຊື້ອ 51 ກໍລະນີ ທັງໝົດໄດ້ນໍາໄປແຍກປ່ຽວ ແລະ ປິ່ນປົນຢູ່ສະຖານທີ່ຄະນະສະເພາະກິດກໍານົດໄວ້.

    ໂອກາດນີ້ ທ່ານ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຊີ້ນໍາກ່ຽວກັບການຈັດຕັ້ງປະຕິບັດມາດຕະການທາງການແພດ ພ້ອມທັງໃຫ້ບໍລິສັດມີສ່ວນຮ່ວມໃນການປິ່ນປົວແຮງງານທີ່ຕິດເຊື້ອ ແລະ ໄປຈໍາກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໃຫ້.

    ນອກຈາກນີ້ ທ່ານ ສະໜອງ ທອງຊະນະ ແລະ ທ່ານພູວົງ ວົງຄໍາຊາວ ພ້ອມຄະນະ ຍັງໄດ້ສືບຕໍ່ກວດເບິ່ງສະພາບຄວາມເປັນຈິງ ແລະ ໃຫ້ທິດຊີ້ນໍາແຮງງານຢູ່ຫໍພັກໂຮງງານ Trio ເຊິ່ງເຈົ້າໜ້າທີ່ທີມແພດກຳລັງຈະນໍາເອົາແຮງງານທີ່ຕິດເຊື້ອໄປປິ່ນປົວຢູ່ໂຮງໝໍ ຈາກນັ້ນ ໄດ້ເບິ່ງສະຖານທີ່ຢູ່ໂຮງຮຽນມັດທະຍົມຕອນຕົ້ນສີເກີດ ເມືອງນາຊາຍທອງ ເພື່ອສ້າງເປັນໂຮງໝໍພາກສະໜາມ ຄາດວ່າຈະຮອງຮັບໄດ້ປະມານ 200 ຕຽງ ແລະ ຈະນໍາເອົາແຮງງານທີ່ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງງານຕັດຫຍິບສີເກີດມາປິ່ນປົວຢູ່ສະຖານທີ່ດັ່ງກ່າວ

# ຂ່າວ – ພາບ :  ຂັນທະວີ

error: Content is protected !!