ຮອງເຈົ້າແຂວງໄຊຍະບູລີ ນຳພາຄະນະສະເພາະກິດ COVID-19 ກວດຢ້ຽມໂຄງການໄຟຟ້າຫົງສາ

ວັນ​ທີ 1 ພຶດ­ສະ­ພາ 2020 ທ່ານ ຍັນ​ຍົງ ສີ​ປະ­ເສີດ ຮອງ​ເຈົ້າ­ແຂວງ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ນຳ­ພາ​ຄະ­ນະ​ສະ­ເພາະ​ກິດ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ ຫຼື COVID-19 ເມືອງ​ຫົງ​ສາ ເຂົ້າ​ກວດ​ຢ້ຽມ​ໂຄງ­ການ​ໄຟ­ຟ້າ​ຫົງ​ສາ ໂດຍ​ມີ​ທ່ານ ຄະ­ທາ​ຢຸດ ຊູ​ພູນ ຜູ້­ອຳ­ນວຍ­ການ​ໃຫຍ່ ບໍ­ລິ­ສັດ ໄຟ­ຟ້າ​ຫົງ​ສາ ຈຳ­ກັດ ໃຫ້­ການ​ຕ້ອນ­ຮັບ ຢູ່​ທີ່​ຫ້ອງ​ປະ­ຊຸມ 101 ສຳ­ນັກ­ງານ​ໂພນ​ຈັນ ໂດຍ​ເນັ້ນ​ການ​ຈັດ​ຫ້ອງ​ປະ­ຊຸມ​ເປັນ​ໄປ​ຕາມ​ມາດ​ຕະ­ການ ​ເວັ້ນ​ໄລ­ຍະ​ຫ່າງ​ທາງ​ສັງ­ຄົມ (Social Distancing) ເປັນ​ສິ່ງ​ສຳ­ຄັນ.

ການ​ເຂົ້າ​ກວດ​ຢ້ຽມ​ໂຄງ­ການ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອ​ເປັນ​ການ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ກັບ​ສັງ­ຄົມ ແລະ ຊຸມ​ຊົນ ເມືອງ​ຫົງ​ສາ​ວ່າ ບໍ­ລິ­ສັດ​ໄຟ­ຟ້າ ຫົງ​ສາ ຈຳ­ກັດ ແລະ ຄະ­ນະ​ສະ­ເພາະ​ກິດ​ຂອງ​ເມືອງ​ຫົງ​ສາ ສາ­ມາດ​ປະ­ຕິ­ບັດ​ງານ ແລະ ດຳ­ເນີນ​ການ​ຕາມ​ມາດ​ຕະ­ການ​ປ້ອງ​ກັນ ຄວບ​ຄຸມ ແລະ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຮ່ວມ​ກັນ​ໄດ້​ຢ່າງ​ເຂັ້ມ­ແຂງ ເຕັມ​ກຳ­ລັງ​ຄວາມ​ສາ­ມາດ ແລະ ເພື່ອ​ໃຫ້​ມາດ​ຕະ­ການ​ຕ່າງໆ​ມີ​ຜົນ­ສຳ­ເລັດ ແລະ ເປັນ​ໄປ​ຕາມ​ທີ່​ລັດ­ຖະ­ບານ​ແຫ່ງ ສປປ ລາວ ກຳ­ນົດ.

error: Content is protected !!