ຈຳປາສັກປິດ 247 ສູນກັກກັນແຮງງານລາວທີ່ກັບຈາກຕ່າງປະເທດ

    ພະແນກສາທາລະນະສຸກແຂວງຈຳປາສັກ ໄດ້ເປີດກອງປະຊຸມປະເມີນຄືນການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຮັບມືໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນເຊື້ອພະຍາດຈຸລະໂຣກສາຍພັນໃໝ່ໂຄວິດ-19 ຢູ່ແຂວງຈຳປາສັກ ຂຶ້ນໃນວັນທີ 28 ເມສາ 2020 ເປັນປະທານຂອງທ່ານ ດຣ. ປະນອມ ພອງມະນີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ມີທ່ານ ດຣ ວຽງສີ ສຸພັກດີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ມີທ່ານ ຄຳມ່ວນ ພິມສີວັນໂນ ຮອງຫົວໜ້າພະແນກຖະແຫລງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວແຂວງ ມີບັນດາທ່ານຕົວແທນກອງປະຊຸມຈາກອົງການກາແດງ ຂະແໜງການອ້ອມຂ້າງພະແນກສາທາລະນະສຸກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມໄດ້ປະເມີນຄືນການຈັດຕັ້ງປະຕິບັດການປ້ອງກັນພະຍາດໂຄວິດໃນໄລຍະຜ່ານມາ ເປັນຕົ້ນ ວຽກງານອະນາໄມ ແລະ ຂ້າເຊື້ອພະຍາດຂອງຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ເຊິ່ງມາຮອດປັດຈຸບັນ ມີຈຳນວນສູນກັກກັນທົ່ວແຂວງຈຳປາສັກທັງໝົດ 278 ສູນ ໃນນັ້ນ ຍັງດຳເນີນການກັກກັນຈຳນວນ 31 ສູນ ສູນທີ່ປິດແລ້ວ 247 ສູນ ສູນທີ່ປິດໄດ້ຮັບການຂ້າເຊື້ອແລ້ວ 234 ສູນ ຍັງບໍ່ທັນໄດ້ຂ້າເຊື້ອຫຼັງປິດສູນມີ 13 ສູນ ວຽກງານສື່ສານສຸຂະພາບ ແມ່ນໄດ້ເລັງໃສ່ການໂຄສະນາຜ່ານທາງສື່ຕ່າງໆເຊັ່ນ: ສື່ວິທະຍຸ ໂທລະພາບ ໂທລະໂຄ່ງບ້ານ ແລະ ໂທລະໂຄ່ງເຄື່ອນທີ່ຕາມຈຸດຕ່າງໆ ແລະ ໂຄສະນາຜ່ານສື່ອອນລາຍຢ່າງຕໍ່ເນື່ອງ ໂດຍຜັນຂະຫຍາຍບັນດານິຕິກຳຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ.

    ມາຮອດປັດຈຸບັນ ມີແຮງງານທີ່ເດີນທາງມາຈາກປະເທດໄທທັງໝົດ 36 ພັນກວ່າຄົນ ໃນນັ້ນເປັນຄົນລາວ 29 ພັນກວ່າຄົນ ຜ່ານການກວດກາ ໄດ້ເກັບຕົວຢ່າງກໍລະນີສົງໄສທີ່ກວດພົບທັງໝົດ 152 ກໍລະນີ ພົບເຊື້ອ 0 ກໍລະນີ ຕໍ່ກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ກໍໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກຄະນະພັກຂັ້ນເທິງທຸກຂັັ້ນ ການມີສ່ວນຮ່ວມຂອງຈາກຫຼາຍພາກສ່ວນ ແລະ ການປະກອບສ່ວນທາງດ້ານງົບປະມານອຸປະກອນຮັບໃຊ້ຕ່າງໆ.

    ຈາກນັ້ນ ໃນຕອນບ່າຍຂອງວັນດຽວກັນ ຄະນະຜູ້ແທນກອງປະຊຸມຍັງໄດ້ລົງໄປຢ້ຽມຢາມສູນຊ່ວຍເຫຼືອຜູ້ດ້ອຍໂອກາດ ທີ່ທາງແຂວງຈຳປາສັກໄດ້ກຳນົດເອົາສູນດັ່ງກ່າວນີ້ເປັນບ່ອນຮອງຮັບແຮງງານເຄື່ອນຍ້າຍທີ່ເຂົ້າມາແຂວງຈຳປາສັກ ແລະ ບັນດາແຂວງພາກໃຕ້ ທີ່ຈະໄດ້ໃຫ້ການຊ່ວຍເຫຼືອທາງດ້ານການກວດກາສຸຂະພາບປະຈຳວັນ ກວດຄັດແຍກຊອກຫາເຊື້ອພະຍາດໂຄວິດທຸກໆກໍລະນີທີ່ເຂົ້າມາພັກຢູ່ສູນເຫຼົ່ານີ້ ເພື່ອຮັບປະກັນການປະຕິບັດຕາມມາດຕະການໃນການກັກກັນຢ່າງເຂັ້ມງວດ ສູນດັ່ງກ່າວນີ້ຍັງໄດ້ຊ່ວຍເຫຼືອທາງດ້ານອາຫານການກິນ ເຄື່ອງໃຊ້ສອຍທີ່ຈຳເປັນສ່ວນຕົວ ຮັບປະກັນຄວາມປອດໄພຢ່າງເຂັ້ມງວດ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!