ຊາວ​ກະສິກອນ​ໄຊ​ທານີ​ ເກັບ​ກ່ຽວ​ເຂົ້ານາ​ປີ​ສຳ​ເລັດ 35%

    ໄຊ​ທານີ ​ເປັນ​ເມືອງ​ໜຶ່ງ​ທີ່​ມີ​ທ່າ​​ແຮງ​ໃນ​ການ​ຜະລິດ​ກະສິກຳ​ເປັນ​ສິນຄ້າ ​ເປັນ​ຕົ້ນ​ແມ່ນຜະລິດ​ເຂົ້າ ​ແລະ ພືດ​ຜັກ​ຕ່າງໆ ປັດຈຸບັນ ​ຊາວ​ກະສິກອນ​ກຳລັງ​ຂຸ້ນຂ້ຽວ​ເກັບ​ກ່ຽວ​ເຂົ້ານາ​ປີ ​ແລະ ກະກຽມ​ການ​ປູກ​ພືດ​ລະດູ​ແລ້ງ​ໃຫ້​ທັນຕາ​ມລະດູ​ການ.

    ທ່ານ ທອງ​ສຸກ ບົວ​ລີ​ຂັນ ຫົວ​ໜ້າ​ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ເມືອງ​ໄຊ​ທານີ ​ໃຫ້​ສຳພາດ​ວັນ​ທີ 12 ຕຸລາ ປີ 2021 ​ໃຫ້​ຮູ້​ວ່າ  ສຳ​ລັບ​ປີ 2021 ການ​ຜະລິດ​ເຂົ້ານາ​ປີຂອງ​ຊາວ​ກະສິກອນ ​​ເນື້ອ​ທີ່​ແຜນການ​ແມ່ນ 15.300 ​ເຮັກຕາ  ​ປູກ​ເຂົ້າຈ້າວ 550 ​ເຮັກຕາ ​​ແນວ​ພັນ 1.224 ​ໂຕນ ສະມັດ​ຕະພາບ​ສະ​ເລ່ຍ 4,6 ​ໂຕນ​ຕໍ່​ເຮັກຕາ ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ ແມ່ນ​ປະຕິບັດ​ໄດ້ 100% ຂອງ​ເນື້ອ​ທີ່​ແຜນການ ​ໃນ​ນັ້ນ ດຳ​ດ້ວຍ​ກົນ​ຈັກ 220 ​ເຮັກຕາ ດຳ​ດ້ວຍ​ແຮງ​ງານ​ຄົນ 5.868 ​ເຮັກຕາ ນາຫວ່ານ 9.410 ​ເຮັກຕາ ນາ​ຢອດ 22 ​ເຮັກຕາ ມາ​ຮອດ​ວັນ​ທີ 11 ຕຸລາ ​ປະຊາຊົນ​ເກັບກ່ຽວ​ສຳ​ເລັດ 5.355 ​ເຮັກຕາ ​ເທົ່າ​ກັບ 35% ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ຕົ້ນ​ເດືອນ​ໜ້າ​ນີ້.

    ນອກຈາກ​ນີ້​ ຊາວ​ກະສິກອນ​ຍັງ​ສຸມ​ໃສ່​ກະກຽມ​ປູກ​ພືດ​ຜັກ​ຕ່າງໆ ​ໃນ​ເນື້ອ​ນທີ່​ແຜນການ 3.47 ​ເຮັກຕາ (​ແຜນການ​ທ້າຍ​ປີ 944 ​ເຮັກຕາ)  ມາ​ຮອດ​ປັດຈຸບັນ​ ປະຕິບັດ​ໄດ້ 641 ​ເຮັກຕາ ​ເທົ່າ​ກັບ 98,61%   ​ປູກ​ໝາກ​ໄມ້​ໃຫ້​ເນື້ອ​ທີ່​ແຜນການ 170 ​ເຮັກຕາ ປັດຈຸບັນ​ປະຕິບັດ​ໄດ້ 372 ​ເຮັກຕາ ​ເທົ່າ​ກັບ 218,82% ປູກ​ເຫັດ​​ຕາມ​ແຜນການ 6 ທ້າ​ຍປີ​ໃຫ້​ໄດ້ 1,5 ລ້ານ​ເບົ້າ ປັດຈຸບັນ​ປະຕິບັດ​ໄດ້ 1.030.000 ​ເບົ້າ ພ້ອມ​ກັນ​ນັ້ນ​ກໍ​ໄດ້​ກະກຽມ​ ກວດກາ ສ້ອມ​ແປງ​ຈັກສູບ​ນໍ້າ​ເພື່ອ​ສະໜອງ​ນໍ້າ​ເຂົ້າ​ໃນ​ການ​ຜະລິດ​ເຂົ້ານາ​ແຊງ​ອີກ​ດ້ວຍ.

# ຂ່າວ: ອົ່ນ ໄຟສົມທອງ

error: Content is protected !!