ປະເມີນການປະຕິບັດມາດຕະການປ້ອງກັນໂຄວິດ-19 ພ້ອມໃຫ້ທິດຊີ້ນໍາບັນດາໂຄງການໃຫຍ່ເຂດພັດທະນາກວມລວມໄຊເສດຖາ

    ວັນທີ 11 ຕຸລາ 2021 ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງປະເມີນຕີລາຄາ ກວດກາມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາໂຮງງານ ແລະ ບັນດາໂຄງການໃຫຍ່ພາຍໃນເຂດພັດທະນາກວມລວມໄຊເສດຖາຈໍານວນ 5 ແຫ່ງຄື: ບໍລິສັດ ໂຮຢາ ລາວ ຈໍາກັດ (ຜະລິດເຄື່ອງມືທາງການແພດ ແລະ ເຄື່ອງມືເຕັກໂນໂລຊີ) ບໍລິສັດ ໄທຄິຊາ ລາວ ຈໍາກັດ (ເປັນບໍລິສັດທີ່ສະໜອງທາງດ້ານເຕັກນິກ) ບໍລິສັດ ຊັງໂກ ຄອນກຣີດ (ຜະລິດຄອນກຣີດ) ລາວ ບໍລິສັດ ເປໂຕຣເຄມີ ຈໍາກັດ (ໂຮງກັ່ນນໍ້າມັນ) ແລະ ບໍລິສັດ ຄວາມຫວັງໃໝ່ລາວ ຈໍາກັດ (ຜະລິດຫົວອາຫານ).

    ຜ່ານການລົງກວດກາບັນດາໂຮງງານ ແລະ ກິດຈະການຂອງບໍລິສັດ ຄະນະສະເພາະກິດໄດ້ຮັບຟັງການລາຍງານສະພາບ ແລະ ຂໍ້ສະເໜີຕ່າງໆ ພ້ອມທັງໄດ້ແນະນໍາການຈັດຕັ້ງປະຕິບັດຄື: ໂຮງງານໃດທີ່ຈະເອົາພະນັກ ງານ-ກໍາມະກອນຢູ່ນອກໂຮງງານເຂົ້າມາເຮັດວຽກ ຕ້ອງປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ໂດຍຕ້ອງຄັດຕອງລະອຽດ ຜ່ານການກວດ RAPID TEST ຈາກເຈົ້າໜ້າທີ່ສາທາລະນະສຸກ ເຂົ້າຈໍາກັດບໍລິເວນ 14 ວັນຢູ່ຫໍພັກ ບໍ່ໃຫ້ໄປປົນກັບຫໍພັກອື່ນເດັດຂາດ ແລະ ໃຫ້ມີເຈົ້າໜ້າທີ່ເວນຍາມຕະຫຼອດ 24 ຊົ່ວໂມງ ໂດຍຜັດປ່ຽນຜຽນກັນເທື່ອລະ 2-3 ຄົນ ຢູ່ຫໍພັກ ຕ້ອງມີລະບົບປະຊາສໍາພັນ ມີກິດຈະກໍາອອກກຳລັງກາຍ ເພື່ອເຮັດໃຫ້ອາລົມຈິດຂອງພະນັກງານ-ກໍາມະກອນແຈ່ມໃສ ໂຮງງານໃດທີ່ມີພະນັກງານ-ກໍາມະກອນຢູ່ເຂດ/ບ້ານແດງ ແມ່ນບໍ່ອະນຸຍາດໃຫ້ເຂົ້າມາເຮັດວຽກເດັດຂາດ ສ່ວນຜູ້ທີ່ນອນຢູ່ໂຮງແຮມ ຫຼື ຫໍພັກນອກໂຮງງານ ແມ່ນໃຫ້ມີເຈົ້າໜ້າທີ່ເວນຍາມຕະຫຼອດ 24 ຊົ່ວໂມງ ໂດຍຜັດປ່ຽນພຽນກັນເທື່ອລະ 2-3 ຄົນ ແລະ ໃຫ້ມີດ້ວຍລົດຮັບ-ສົ່ງ ບໍ່ໃຫ້ເດີນທາງມາເຮັດວຽກດ້ວຍຕົນເອງ ກໍລະນີເກີດມີການຕິດເຊື້ອພະຍາດໂຄວິດ-19 ບັນດາໂຮງງານ ຫຼື ເຈົ້າຂອງກິດຈະການຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຊ່ວຍພາກລັດ ແລະ ໃຫ້ຮີບຮ້ອນດໍາເນີນການໃຫ້ພະນັກງານ-ກໍາມະກອນຂອງຕົນໄດ້ຮັບການສັກວັກຊີນ ຄົບ 2 ເຂັມ ໂຮງງານຕ້ອງສະໜອງອາຫານໃຫ້ພະນັກງານ-ກໍາມະກອນຂອງຕົນ ໂດຍບໍ່ໃຫ້ເຂົາເຈົ້າອອກໄປຊື້ອາຫານຢູ່ຂ້າງນອກມາກິນ ອາດຈະເຮັດສັນຍາກັບຮ້ານຊຸບເປີມາເກັດ ຮ້ານມິນິມາດ ຫຼື ພໍ່ຄ້າຄົນກາງ ມາສົ່ງວັດຖຸດິບປຸງແຕ່ງອາຫານໃຫ້ ເພື່ອຫຼຸດຜ່ອນຄວາມສ່ຽງໃນການອອກຕະຫຼາດເອງ ການເຮັດອະນາໄມ ຕ້ອງເຮັດເປັນລະບົບຄັກແນ່ ແລະ ມີໜ່ວຍງານມາເອົາຂີ້ເຫຍື້ອໄປຖິ້ມສະເພາະ.

    ມອບໃຫ້ຫ້ອງການຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງເຮັດບັນທຶກກັບບັນດາໂຮງງານໄວ້ ແລ້ວປະເມີນຄືນຕາມ 10 ຂໍ້ຄວນປະຕິບັດ ສໍາລັບສະຖານທີ່ເຮັດວຽກ ແລະ 35 ຕົວຊີ້ວັດຂອງການປະເມີນ ຖ້າບໍລິສັດ ຫຼື ໂຮງງານໃດປະຕິບັດໄດ້ ກໍໃຫ້ເປີດດໍາເນີນກິດຈະການ ແຕ່ຖ້າປະຕິບັດຕາມບໍ່ໄດ້ ກໍໃຫ້ປິດກິດຈະການກ່ອນຊົ່ວຄາວ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!