ຍັງມີ 5 ຄົນທີ່ຕິດເຊື້ອໂຄວິດ-19 ທີ່ບໍ່ສາມາດຕິດຕໍ່ຫາໄດ້ເທື່ອ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊືື້ອພະຍາດໂຄວິດ-19  ໃນທົ່ວໂລກ ປະຈຳວັນທີ 18 ຕຸລາ 2021 ຢູ່ກະຊວງສາທາລະນະສຸກ. 

    ໃນວັນທີ 17 ຕຸລາ 2021 ຜ່ານມາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.637 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 285 ຄົນ (ຕິດເຊື້ອພາຍໃນທັງໝົດ 280 ຄົນ ແລະ ຕິດເຊື້ອນໍາເຂົ້າ 5 ຄົນ) ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ 280 ຄົນ ເຊິ່ງລາຍລະອຽດຈະລາຍງານຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາແຂວງທີ່ມີການຕິດເຊື້ອໜ້ອຍດັ່ງນີ້: 

  • ແຂວງຫຼວງພະບາງ 101 ຄົນ 
  • ນະຄອນຫຼວງວຽງຈັນ 83 ຄົນ ຈາກ 44 ບ້ານ ໃນ 7 ເມືອງຄື: ເມືອງຈັນທະບູລີ ມີ 5 ບ້ານ (7 ຄົນ) ເມືອງສີໂຄດຕະບອງ ມີ 8 ບ້ານ (14 ຄົນ) ເມືອງໄຊເສດຖາ ມີ 8 ບ້ານ (11 ຄົນ) ເມືອງສີສັດຕະນາກ ມີ 6 ບ້ານ (15 ຄົນ) ເມືອງນາຊາຍທອງ ມີ 7 ບ້ານ (15 ຄົນ) ເມືອງໄຊທານີ ມີ 9 ບ້ານ (21 ຄົນ) ເມືອງຫາດຊາຍຟອງ ມີ 1 ບ້ານ (2 ຄົນ) 
  • ແຂວງຄໍາມ່ວນ 24 ຄົນ 
  • ແຂວງວຽງຈັນ 17 ຄົນ 
  • ແຂວງສະຫວັນນະເຂດ 15 ຄົນ 
  • ແຂວງສາລະວັນ 14 ຄົນ 
  • ແຂວງຈໍາປາສັກ 12 ຄົນ 
  • ແຂວງຫຼວງນໍ້າທາ 8 ຄົນ 
  • ແຂວງບໍ່ແກ້ວ 3 ຄົນ 
  • ແຂວງບໍລິຄໍາໄຊ 1 ຄົນ 
  • ແຂວງອຸດົມໄຊ 1 ຄົນ 
  • ແລະ ແຂວງໄຊສົມບູນ 1 ຄົນ. 

    ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 5 ຄົນ ຈາກນະຄອນຫຼວງວຽງຈັນ 2 ຄົນ ແຂວງໄຊຍະບູລີ 2 ຄົນ ແລະ ແຂວງສະຫວັນນະເຂດ 1 ຄົນ ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້. 

    ປັດຈຸບັນ ຍັງມີ 5 ຄົນທີ່ຕິດເຊື້ອ ເຊິ່ງພວກເຮົາບໍ່ສາມາດຕິດຕໍ່ໄດ້ເທື່ອ ແຕ່ພວກເຮົາກໍໄດ້ພົວພັນກັບອຳນາດປົກຄອງບ້ານ ກໍຄືເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອນຳເອົາຜູ້ກ່ຽວເຂົ້າຮັບການປິ່ນປົວໂດຍໄວ ເຊິ່ງມີລາຍລະອຽດດັ່ງນີ້: 

  • ນາງ ຄຳໄສ ເພັງເມືອງຄູນ ອາຍຸ 34 ປີ ບ້ານສີີເກີດ ເມືອງນາຊາຍທອງ 
  • ນາງ ທອງປອນ ອາຍຸ 32 ປີ ບ້ານດົງປ່າແຫຼບ ເມືອງຈັນທະບູລີ 
  • ທ້າວ ແຈັກ ພິມມະສອນ 34 ປີ ບ້ານນາໄຫ ເມືອງຫາດຊາຍຟອງ 
  • ນາງ ໝອນ ສາລີວົງ ອາຍຸ 30 ປີ ບ້ານດອນໜູນ ເມືອງໄຊທານີ ແລະ 
  • ລຸງທອງລຸນ 70 ປີ ບໍ່ຮູ້ທີ່ຢູ່. 

    ມາຮອດວັນທີ 17 ຕຸລາ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ສປປ ລາວ ມີທັງໝົດ 32.314 ຄົນ ເສຍຊີວິດສະສົມ 40 ຄົນ ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານມີ 517 ຄົນ ແລະ ກໍາລັງປິ່ນປົວ 7.005 ຄົນ. ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ເຮັດໃຫ້ຕົວເລກຜູ້ຕິດເຊືື້ອສະສົມໃນທົ່ວໂລກ ມາຮອດປັດຈຸບັນມີທັງໝົດ 241.446.882 (292.704 ໃໝ່) ເສຍຊິວິດທັງໝົດ 4.913.722 (4.016 ໃໝ່) ແລະ ປີ່ນປົວຫາຍດີ 218.671.928 (273,919 ໃໝ່).

# ຂ່າວ & ພາບ :  ຊິລິການດາ

error: Content is protected !!