ຫຼາຍພາກສ່ວນຮ່ວມບໍລິຈາກເລືອດ ເນື່ອງໃນໂອກາດວັນກຳມະກອນສາກົນ

ເນື່ອງ​ໃນ​ໂອ­ກາດ​ວັນ​ກຳ­ມະ­ກອນ​ສາ­ກົນ ຄົບ­ຮອບ 134 ປີ (01/05/1886-01/05/2020) ສູນ​ເລືອດ​ແຫ່ງ​ຊາດ ອົງ­ການ​ກາ­ແດງ​ລາວ ຈັດ­ການ​ຮັບ​ບໍ­ລິ­ຈາກ​ເລືອດ​ຂຶ້ນ​ທີ່​ສູນ​ເລືອດ​ແຫ່ງ​ຊາດ ນອກ­ຈາກ​ເປັນ​ການ​ປະ­ກອບ­ສ່ວນ​ສ້າງ​ຂະ​ບວນ​ເພື່ອ​ວັນ​ດັ່ງ­ກ່າວ ຍັງ​ປະ­ກອບ­ສ່ວນ​ຈັດ​ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ແນະ­ນຳ​ເລກ​ທີ 06/ນຍ ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຍົກ­ເວັ້ນ​ການ​ຈັດ​ກິດ​ຈຳ​ໃຫຍ່​ທີ່​ມີ​ຄົນ​ມາ​ຮ່ວມ​ຊຸມ­ນຸມ​ກັນ​ເປັນ​ຈຳ­ນວນ​ຫຼາຍ ແຕ່​ຍ້ອນ​ຄວາມ​ຈຳ­ເປັນ​ໃນ​ການ​ນຳ​ໃຊ້​ເລືອດ​ໃນ​ແຕ່​ລະ​ວັນ ຈຶ່ງ​ໄດ້​ຈັດ­ການ​ຮັບ​ບໍ­ລິ­ຈາກ​ເລືອດ​ແບບ​ເປີດ​ກວ້າງ​ຂຶ້ນ.

ທ່ານ ແພງ​ທອງ ບານ​ຈັນ­ທະ​ວົງ ຮອງ​ຫົວ­ໜ້າ​ສູນ​ເລືອດ​ແຫ່ງ​ຊາດ ອົງ­ການ​ກາ­ແດງ​ລາວ ແຈ້ງ​ໃຫ້​ຊາບ​ວ່າ: ພະ­ຍາດ​ໂຄ​ວິດ-19 ກໍ່​ຢ້ານ ແຕ່​ຄວາມ​ຕ້ອງ­ການ​ຊົມ­ໃຊ້​ເລືອດ​ກໍ່​ຈຳ­ເປັນ ເຊິ່ງ​ໃນ​ແຕ່​ລະ​ວັນ​ມີ​ຜູ້​ເຈັບ​ທີ່​ນອນ​ປິ່ນ­ປົວ​ຢູ່​ໂຮງ­ໝໍ​ແຫ່ງ​ຕ່າງໆ ທີ່​ຕ້ອງ­ການ​ຊົມ­ໃຊ້​ເລືອດ​ມາ​ຂໍ​ເລືອດ​ຢູ່​ສູນ​ສະ­ເລ່ຍ​ວັນ​ລະ 100 ຖົງ ແຕ່​ກົງ­ກັນ­ຂ້າມ ຜູ້​ບໍ­ລິ­ຈາກ​ເລືອດ​ແບບ​ສະ­ໝັກ​ໃຈ​ຢູ່​ທີ່​ສູນ​ເລືອດ​ໃນ​ແຕ່​ລະ​ວັນ ສະ­ເລ່ຍ​ບໍ່​ເຖິງ 20 ຖົງ ຈຶ່ງ​ເຮັດ​ໃຫ້​ສູນ​ເລືອດ​ບໍ່​ສາ­ມາດ​ສະ­ໜອງ​ເລືອດ​ໄດ້​ຢ່າງ​ພຽງ­ພໍ ບວກ​ກັບ​ການ​ລະ­ບາດ​ຂອງ​ພະ​ບາດ​ໂຄ​ວິດ-19 ຍິ່ງ​ເປັນ​ອຸ­ປະ­ສັກ​ໃນ​ການ​ອອກ​ເຄື່ອນ​ໄຫວ​ຮັບ​ບໍ­ລິ­ຈາກ​ເລືອດ​ນອກ​ສະ­ຖານ­ທີ່ ແລະ ຢູ່​ໃນ​ສູນ​ເອງ​ກໍ່​ຍັງ​ຕ້ອງ​ພົບ​ອຸ­ປະ­ສັກ​ເຊັ່ນ​ກັນ ຍ້ອນ​ຍັງ​ຢູ່​ໄລ­ຍະ​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ຄຳ​ສັ່ງ​ແນະ­ນຳ​ເລກ​ທີ 06/ນຍ ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ.

ແຕ່​ຍ້ອນ​ຄວາມ​ຈຳ­ເປັນ ທາງ​ສູນ​ເລືອດ​ແຫ່ງ​ຊາດ ຈຶ່ງ​ເປີດ​ຮັບ​ການ​ບໍ­ລິ­ຈາກ​ເລືອດ​ຂຶ້ນ ເຊິ່ງ​ເລິ່ມ​ແຕ່​ວັນ​ທີ 30 ເມ­ສາ ຈົນ​ເຖິງ 2 ພຶດ­ສະ­ພາ 2020 ມີ​ຫຼາຍ​ພາກ­ສ່ວນ​ທັງ​ພາກ​ລັດ-ເອ­ກະ​ຊົນ ແລະ ສ່ວນ​ບຸກ­ຄົນ ໄດ້​ຖະ​ຢ່ອຍ​ເຂົ້າ​ຮ່ວມ​ບໍ­ລິ­ຈາກ​ເລືອດ​ຢູ່​ທີ່​ສູນ​ເລືອດ ຈຳ­ນວນ 80 ຄົນ ໂອ­ກາດ​ນີ້ ສູນ​ເລືອດ​ແຫ່ງ​ຊາດ ຂອບ­ໃຈ​ທຸກ​ພາກ­ສ່ວນ​ທີ່​ໃຫ້­ການ​ປະ­ກອບ­ສ່ວນ​ບໍ­ລິ­ຈາກ​ເລືອດ​ໃນ​ຄັ້ງ​ນີ້ ແລະ ສູນ​ເລືອດ​ແຫ່ງ​ຊາດ​ເອງ​ຂໍ​ຢືນ­ຢັນ​ອີກ​ຄັ້ງ ໃນ​ຄວາມ​ສະ­ອາດ​ປອດ​ໄພ ທຸກ​ທ່ານ​ທີ່​ເຂົ້າ​ມາ​ບໍ­ລິ­ຈາກ​ເລືອດ​ຢູ່​ສູນ ຈະ​ຜ່ານ​ການ​ກວດ­ກາ​ຕາມ​ຂັ້ນ​ຕອນ​ຢ່າງ​ລະ­ອຽດ ມີ​ຄວາມ​ປອດ​ໄພ​ໃນ​ການ​ບໍ­ລິ­ຈາກ​ເລືອດ ແລະ ເຊີນ­ຊວນ​ທຸກ​ທ່ານ​ຮ່ວມ​ບໍ­ລິ­ຈາກ​ເລືອດ ເພື່ອ​ຊ່ວຍ­ເຫຼືອ​ເພື່ອນ​ມະ­ນຸດ​ດ້ວຍ​ກັນ.

error: Content is protected !!