ແລກປ່ຽນທາງດ້ານທຸລະກິດລະຫວ່າງແມ່ນໍ້າຂອງ-ຍີ່ປຸ່ນ ໃນຍຸກດິຈິຕອນ

    ກອງປະຊຸມສຳມະນາທາງໄກ ວ່າດ້ວຍ “ການແລກປ່ຽນທາງດ້ານທຸລະກິດ ລະຫວ່າງແມ່ນໍ້າຂອງ-ຍີ່ປຸ່ນ ໃນຍຸກດິຈິຕອນ” ໄດ້ຖືກຈັດຂຶ້ນວັນທີ 20 ຕຸລາ 2021 ຢູ່ສູນເຝິກອົບຮົມ ແລະ ຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການຮ່ວມມືກັນລະຫວ່າງສະຖາບັນການຕ່າງປະເທດຂອງກະຊວງການຕ່າງປະເທດລາວ ແລະ ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ ເພື່ອສະເຫຼີມສະຫຼອງປີແຫ່ງການຮ່ວມມື ຍີ່ປຸ່ນ-ແມ່ນໍ້າຂອງ 2021 ແລະ ຊຸກຍູ້ສົ່ງເສີມສາຍພົວພັນທາງດ້ານເສດຖະກິດ ລະຫວ່າງ  ຍີ່ປຸ່ນ-ລາວ ແລະ ພາກພື້ນແມ່ນໍ້າຂອງ.

    ໃນກອງປະຊຸມດັ່ງກ່າວ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ກ່າວ ແລະ ຄາດຫວັງວ່າ ປີແຫ່ງການຮ່ວມມື ຍີ່ປຸ່ນ-ແມ່ນໍ້າຂອງ ຈະເປັນປີແຫ່ງການຊຸກຍູ້ມິດຕະພາບອັນດີງາມ ແລະ ເກົ່າແກ່ຂອງສອງຊາດ ລາວ-ຍີ່ປຸ່ນ ແລະ ເພີ່ມທະວີການຮ່ວມມືຂອງສອງປະເທດໃຫ້ເລິກເຊິ່ງຍິ່ງໆຂຶ້ນກ່ວາເກົ່າ.

     ນອກຈາກນີ້ ທ່ານ ເຄໂຊ ທາເກວະກະ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາລາວ ໄດ້ມີຄໍາເຫັນວ່າ ການສ້າງທຸລະກິດໃຫ້ຫຼາຍຂຶ້ນ ໂດຍຜ່ານການເສີມສ້າງສັກກະຍະພາບ ແມ່ນເປັນສິ່ງທີ່ສໍາຄັນເປັນຢ່າງຍິ່ງຕໍ່ການເຊື່ອມໂຍງໄປສູ່ການພັດທະນາເສດຖະກິດຂອງລາວ ແລະ ທັງຍັງແມ່ນການປັບປຸງສະພາບແວດລ້ອມການລົງທຶນນໍາອີກ ທ່ານທູດຍັງໄດ້ກ່າວຕື່ມອີກວ່າ “ການຄ້າແບບດິຈິຕອນໃນທ່າມກາງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ບໍ່ແມ່ນແຕ່ເປັນສິ່ງທ້າທາຍເທົ່ານັ້ນ ແຕ່ຍັງໝາຍເຖິງໂອກາດອັນດີງາມອັນໜຶ່ງໃຫ້ແກ່ປະເທດລາວນໍາອີກ”.

    ນອກຈາກນີ້ ທ່ານ ຄາວາບາຕະ ທາກາຊິ ນັກເສດຖະສາດຍີ່ປຸ່ນປະຈໍາທີ່ປະເທດສິງກະໂປ ຍັງໄດ້ປາຖະກະຖາແບບທາງໄກ ແລະ ນໍາສະເໜີກ່ຽວກັບການລິເລີ່ມຢ່າງນໍາໜ້າ ແລະ ການຈັດຕັ້ງປະຕິບັດທີ່ດີ ຈາກປະເທດຍີ່ປຸ່ນ ແລະ ບັນດາປະເທດທົ່ວໂລກ ໃນຂົງເຂດການຄ້າແບບດິຈິຕອນ  ທ່ານ ຄາວາບາຕະ ຍັງໄດ້ກ່າວເຖິງໂອກາດຊ່ອງທາງດ້ານທຸລະກິດຫຼັງໂຄວິດ-19 ໃຫ້ແກ່ນັກປະກອບການລາວ  ແລະ  ນໍາສະເໜີກ່ຽວກັບໂອກາດ ຄວາມສ່ຽງ ແລະ ການດໍາເນີນທຸລະກິດທີ່ມີປະສິດທິພາບໃນຍຸກດິຈິຕອນນໍາອີກ.

    ກອງປະຊຸມສຳມະນາຄັ້ງນີ້ ໄດ້ຮັບຄວາມສົນໃຈ ແລະ ການເຂົ້າຮ່ວມຢ່າງຫຼວງຫຼາຍ ທັງຈາກພາກລັດ ອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ນັກທຸລະກິດທັງຝ່າຍລາວ ແລະ ຍີ່ປຸ່ນ.

    ໃນຕົ້ນເດືອນເມສາທີ່ຜ່ານມາ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ປຶກສາຫາລືແບບທາງໄກກັບທ່ານ ຊູງະ ໂຢຊິຮິເດະ ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ແລະ ໄດ້ມີການຢືນຢັນຮັບຮອງເອົາແຜນງານອັນໃໝ່ ກໍຄືແຜນປະຕິບັດງານເພື່ອຄວາມກ້າວໜ້າຂອງການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ເຊິ່ງທັງສອງປະເທດໄດ້ຢືນຢັນເຖິງຄວາມຕັ້ງໃຈຂອງການຮ່ວມມືໃຫ້ເລິກເຊິ່ງຍິ່ງຂຶ້ນ ໃນການພັດທະນາເສດຖະກິດແບບດິຈິຕອນ ແລະ ການເສີມສ້າງສັກກະຍະພາບຂອງຜູ້ປະກອບການ ແລະ ຜູ້ຈັດການດ້ານທຸລະກິດຂອງລາວທີ່ນອນຢູ່ໃນແຜນງານດັ່ງກ່າວ.

# ຂ່າວ & ພາບ : ສີພອນ

error: Content is protected !!