ເພີ່ມກຳລັງການຜະລິດໂຮງງານນໍ້າປະປາຈີ່ນາຍໂມ້ ເປັນ 120.000 ແມັດກ້ອນຕໍ່ວັນ

    ພິທີລົງນາມສັນຍາ ໂຄງການກໍ່ສ້າງ ຂະຫຍາຍໂຮງງານນໍ້າປະປາຈີ່ນາຍໂມ້ ແລະ ລະບົບສາຍທໍ່ ດ້ວຍກຳລັງການຜະລິດ 40.000 ແມັດກ້ອນຕໍ່ວັນ ພາຍໃຕ້ເງິນກູ້ຢືມດອກເບ້ຍຕໍ່າຈາກອົງການໄຈກາ ປະເທດຍີ່ປຸ່ນ ຈັດຂຶ້ນວັນທີ 20 ຕຸລາ 2021 ຢູ່ໂຮງແຮມຄຣາວພລາຊາ ລະຫວ່າງທ່ານ ສຸລິວັນ ພົມມະ ຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ທ່ານ ຄໍາເຜີຍ ວົງ ສາຄໍາຜຸຍ ຜູ້ອໍານວຍການໃຫຍ່ລັດວິສາຫະກິດນໍ້າປະປານະຄອນຫຼວງ (ນປນຄ) ທ່ານ Asayama Airo ຜູ້ຕາງໜ້າບໍລິສັດ ໄທເຊ ຄໍໂປເຣເຊິນ ແລະ ທ່ານ Kazumine KIKUTA ຜູ້ຕາງໜ້າບໍລິສັດ ຮ່ວມທຶນ ຄູໂບຕາ ແລະ ມາຣູເບນີ ຄໍໂປເຣເຊິນ ມີທ່ານພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ປະທານສະ ພາບໍລິຫານ ນປນຄ ທ່ານ Takewaka Keizo ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ ທ່ານ NAGASE Toshio ຫົວໜ້າອົງການໄຈກາ ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ໂຄງການກໍ່ສ້າງ ຂະຫຍາຍໂຮງງານນໍ້າປະປາຈີ່ນາຍໂມ້ ແລະ ລະບົບສາຍທໍ່ຂອງ ນວ ໄດ້ຮັບເງິນກູ້ຢືມດອກເບ້ຍຕໍ່າຈາກລັດຖະບານຍີ່ປຸ່ນ ຕາມສັນຍາເງິນກູ້ຢືມເລກທີ LS-P9 ວັນທີ 23 ມີນາ 2016 ມູນຄ່າ 10.271.000 ເຢນ ດອກເບ້ຍ 0,01% ຕໍ່ປີ ສໍາລັບວຽກທີ່ປຶກສາ ແລະ 0,7% ຕໍ່ປີສໍາລັບວຽກກໍ່ສ້າງ ໄລຍະໃຊ້ແທນຄືນ 30 ປີ ປອດໜີ້ 10 ປີ ເພື່ອນໍາໃຊ້ໃນໂຄງການກໍ່ສ້າງ ຂະຫຍາຍໂຮງງານນໍ້າປະປາຈີ່ ນາຍໂມ້ ແລະ ລະບົບສາຍທໍ່ຂອງ ນວ ດ້ວຍກໍາລັງການຜະລິດ 40.000 ແມັດກ້ອນຕໍ່ວັນ ເພີ່ມກໍາລັງການຜະລິດຈາກ 80.000 ແມັດກ້ອນຕໍ່ວັນ ເປັນ 120.000 ແມັດກ້ອນຕໍ່ວັນ ເມື່ອໂຄງການສໍາເລັດ ຈະສາມາດສະໜອງນໍ້າສະອາດໃຫ້ສັງຄົມໄດ້ຢ່າງພຽງພໍ ໂຄງການນີ້ແບ່ງເປັນ 2 ໜ້າວຽກ ຄື: ວຽກກໍ່ ສ້າງ CP-1 ແລະ ວຽກສະໜອງ ແລະ ຕິດຕັ້ງອຸປະກອນກົນຈັກ ແລະ ໄຟຟ້າ CP-2 ກິດຈະກໍາຂອງໂຄງການປະກອບມີກໍ່ສ້າງໂຮງງານຜະລິດນໍ້າປະປາ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ດ້ວຍກໍາລັງ ການຜະລິດ 40.000 ແມັດກ້ອນຕໍ່ວັນ ກໍ່ສ້າງສະຖານີສູບນໍ້າດິບ 160.000 ແມັດກ້ອນຕໍ່ວັນ ກໍ່ສ້າງອ່າງເກັບນໍ້າໃຕ້ດິນຢູ່ໂຮງງານນໍ້າປະປາຈີ່ນາຍໂມ້ 10.000 ແມັດກ້ອນ ແລະ ສູນແຈກຈ່າຍນໍ້າສາລາຄໍາ 7.100 ແມັດກ້ອນ ພ້ອມສິ່ງອໍານວຍຄວາມສະດວກຕ່າງໆ (ລະບົບຄວບຄຸມ SCADA) ກໍ່ສ້າງທໍ່ສົ່ງຈາກໂຮງງານຜະລິດນໍ້າປະປາຈີ່ນາຍໂມ້ ຫາ ສູນແຈກຈ່າຍນໍ້າສາລາຄໍາ ຍາວ 6.900 ແມັດ ກໍ່ສ້າງທໍ່ແຈກຈາກໂຮງງານຜະລິດນໍ້າປະປາຈີ່ນາຍໂມ້ ຫາ ໃນເມືອງ ຍາວ 9.200 ແມັດ ສະໜອງ ແລະ ຕິດຕັ້ງອຸປະກອນກົນຈັກ ແລະ ໄຟຟ້າ 120.000 ແມັດກ້ອນຕໍ່ວັນ ໂດຍບໍລິສັດ ໄທເຊ ຄໍໂປເຣເຊິນ ເປັນຜູ້ຊະນະການປະມູນວຽກງານກໍ່ສ້າງ CP-1 ແລະ ບໍລິສັດ ຮ່ວມທຶນ ຄູໂບຕາ ແລະ ມາຣູເບນີ ຄໍໂປເຣເຊິນ ເປັນຜູ້ຊະນະການປະມູນວຽກງານວຽກສະໜອງ ແລະ ຕິດຕັ້ງອຸປະກອນກົນຈັກ ແລະ ໄຟຟ້າ CP-2.

    ຜ່ານການຈັດຕັ້ງປະຕິບັດໂຄງການມາຮອດປັດຈຸບັນ ແມ່ນມີຄວາມຊັກຊ້າເກີນແຜນການທີ່ວາງໄວ້ 17 ເດືອນ ເນື່ອງຈາກມີການຈັດສັນຂອບວຽກໂຄງການຄືນ ໂດຍອີງໃສ່ງົບປະມານ ປ່ຽນແລວສາຍທໍ່ ການຄົ້ນຄວ້າເອກະສານຕ່າງໆ ລວມເຖິງການຮັບຮອງ ການຂໍອະນຸມັດເອົາຊ່ຽວຊານເຂົ້າມາວຽກໂຄງການມີຄວາມຫຍຸ້ງຍາກ ເນື່ອງຈາກການປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ໂຄງການກໍໄດ້ພະຍາຍາມຈັດຕັ້ງປະຕິບັດໂຄງການ ແລະ ນໍາສະເໜີ ນວ ອອກຂໍ້ຕົກລົງຮັບຮອງເອົາບໍ ລິສັດທີ່ຊະນະການປະມູນ ແລະ ອະນຸຍາດໃຫ້ພະແນກ ຍທຂ ນວ ລົງນາມສັນຍາກັບບໍລິສັດ ໄທເຊ ຄໍໂປເຣເຊິນ ແລະ ບໍລິສັດ ຮ່ວມທຶນ ຄູໂບຕາ  ແລະ  ມາຣູເບນີ ຄໍໂປເຣເຊິນ  ເພື່ອວ່າຈ້າງເປັນບໍລິສັດຮັບ  ເໝົາກໍ່ສ້າງໂຄງການ ເຊິ່ງມີໄລຍະການປະຕິບັດ 30 ເດືອນ ເລີ່ມຈາກເດືອນທັນວາ 2021 ແລະ ຈະໃຫ້ສໍາເລັດພາຍໃນປີ 2024.

.# ຂ່າວ – ພາບ : ສະບາໄພ

error: Content is protected !!