ສົ່ງເສີມການມີສ່ວນຮ່ວມໃນສັງຄົມ ກ່ຽວກັບຜົນການນຳສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ

     ວັນທີ 20 ຕຸລາ 2021 ຢູ່ກະຊວງການຕ່າງປະເທດ ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ (ກອງເລຂາ ປພຍ ແຫ່ງຊາດ) ຮ່ວມກັບຫ້ອງການຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ຈັດກອງປະຊຸມປຶກສາຫາລືທາງໄກ ເພື່ອສົ່ງເສີມການມີສ່ວນຮ່ວມຂອງຫຼາຍພາກສ່ວນໃນສັງຄົມ ກ່ຽວກັບຜົນການນຳສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 2 ຂອງ ສປປ ລາວ ແລະ ການປຶກສາຫາລື ເພື່ອກະກຽມເຂົ້າຮ່ວມກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13 ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ມີຕາງໜ້າຈາກພາກລັດ ຈຸດປະສານງານ ປພຍ ແຫ່ງຊາດ ອົງການເຄືອຂ່າຍ ສປຊ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ໃນກອງປະຊຸມ ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງການເຮັດບົດລາຍງານແຫ່ງຊາດແບບສະໝັກໃຈ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າຂອງລັດຖະບານ ໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍການທົບທວນ ຄືນຄວາມຄືບໜ້າ ຜົນສໍາເລັດ ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຕະຫຼອດໄລຍະທີ່ຜ່ານມາ ທ່ານປະທານ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນ ແລະ ມີສ່ວນຮ່ວມຢ່າງຫ້າວຫັນຂອງພາກສ່ວນຕ່າງໆໃນສັງຄົມ ກໍຄືຜົນງານການປະກອບສ່ວນດ້ານຂໍ້ມູນ ຈາກບັນດາຈຸດປະສານງານຂອງກະຊວງ ແລະ ອົງການທຽບເທົ່າຂັ້ນສູນກາງ ຈົນເຮັດໃຫ້ບົດລາຍງານສໍາເລັດສົມບູນ ພ້ອມດຽວກັນນີ້ ທ່ານຍັງໄດ້ຍົກໃຫ້ເຫັນວ່າ ລັດຖະບານໄດ້ຕັ້ງໜ້າຈັດຕັ້ງປະຕິບັດ ປພຍ ແລະ ສາມາດບັນລຸໄດ້ຜົນສໍາເລັດໃນຫຼາຍດ້ານ ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດ ປພຍ ມີສິ່ງທ້າທາຍຫຼາຍ ຕໍ່ໜ້າສະພາບການດັ່ງກ່າວນີ້ ທຸກພາກສ່ວນຕ້ອງຮ່ວມແຮງຮ່ວມໃຈກັນສືບຕໍ່ຈັດຕັ້ງປະຕິບັດ ປພຍ ຢູ່ໃນຂະແໜງການຂອງຕົນ ຄຽງຄູ່ກັບວຽກງານຟື້ນຟູຈາກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ພ້ອມກັນນັ້ນ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ເວົ້າເຖິງການກະກຽມສ້າງຍຸດທະສາດຂ້າມຜ່ານ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນປີ 2026 ໂດຍຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອຮັບປະກັນວ່າ ການສູນເສຍການສະໜັບສະໜູນນະໂຍບາຍພິເສດສະເພາະສຳລັບປະເທດດ້ອຍພັດທະນາ ຈະບໍ່ສົ່ງຜົນກະທົບຕໍ່ຈັງຫວະການພັດທະນາຂອງປະເທດ ການນຳໃຊ້ມາດຕະການສະໜັບສະໜູນສະເພາະ ຈະຖືກນຳໃຊ້ຢ່າງມີປະສິດທິຜົນສູງສຸດໃນໄລຍະກະກຽມໃຫ້ແກ່ການຫຼຸດພົ້ນ ເພື່ອຮັບປະກັນຄວາມພ້ອມໃຫ້ດີທີ່ສຸດ ໂດຍສະເພາະແມ່ນການພັດທະນາຄວາມອາດສາມາດດ້ານການຜະລິດ ການເຈລະຈາສັນຍາການຄ້າ ແລະ ການລົງທຶນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ແລະ ສ້າງຄວາມຍືນຍົງໃຫ້ແກ່ເສດຖະກິດທີ່ມີຄວາມຫຼາກຫຼາຍ ແນໃສ່ເຮັດໃຫ້ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ມີລັກສະນະໂລ່ງລຽນ ແລະ ຍືນຍົງ.

.

.# ຂ່າວ – ພາບ : ຊິລິການດາ

error: Content is protected !!