ການລະບາດພະຍາດໂຄວິດ ມີພຽງ 4 ແຂວງທີ່ມີຕົວເລກລາຍງານການຕິດເຊື້ອສູງ ໃນຂະນະທີ່ຫຼາຍແຂວງມີທ່າອ່ຽງຫຼຸດລົງ

    ນອກຈາກຖະແຫຼງຂ່າວປະຈໍາວັນ ສະພາບການລະບາດພະຍາດໂຄວິດ-19 ແລ້ວ ວັນທີ 22 ຕູລາ 2021 ທ່ານ ຣັດຕະນະໄຊ ເພດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຍັງໃຫ້ຮູ້ຕທໍື່ມອີກວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ປັດຈຸບັນຍັງສູງຢູ່ ເຊິ່ງການຕິດເຊື້ອສ່ວນໃຫ່ຍ ແມ່ນການຕິດເຊື້ອພາຍໃນຈາກຄົນອ້ອມຂ້າງ ສະພາບການລະບາດຍັງບໍ່ມີທ່າອ່ຽງທີ່ຈະຢຸດນີ້ງ ຍັງຂຶ້ນ ແລະ ລົງໃນແຕ່ລະວັນ ຕົວເລກລາຍງານກໍ່ຍັງສູງກ່ວາ 500 ຄົນຕໍ່ມື້ ແຂວງທີ່ຍັງມີລາຍງານການຕິດເຊື້ອຫຼາຍກ່ວາໝູ່ແມ່ນນະຄອນຫຼວງວຽງຈັນ ຫຼວງພະບາງ ວຽງຈັນ ແລະ ຫຼວງນ້ຳທາ ມີທ່າອຽງເພີ່ມຂື້ນ ການແຜ່ລະບາດເປັນວົງກ້ວາງ ແມ່ນຕິດຢູ່ໃນສະຖານທີ່ແອອັດ ແລະ ສ່ຽງເຊັ່ນ ບັນດາໂຮງງານ ຕະຫຼາດ ສຳນັກງານຫ້ອງການ ຄ້າຍຄຸມຂັງ ສະຖາບັນການສືກສາ ລວມທັງຫໍພັກ ແລະ ຄອບຄົວ ນອກຈາກນັ້ນ ພວກເຮົາກໍຍັງມີຂ່າວດີທີ່ທ່າອ່ຽງຂອງການລະບາດຢູ່ໃນຫຼາຍແຂວງຫຼຸດລົງຢ່າງຕໍ່ເນື່ອງ ທຽບໃສ່ໄລຍະຜ່ານມາ ກໍສືບເນື່ອງມາຈາກການເອົາໃຈໃສ່ປະຕິບັດມາດຕະການທີ່ທາງຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ຈຳປາສັກ ສະຫວັນນະເຂດ ແລະ ບໍ່ແກ້ວ ເຖິງຢ່າງໃດກໍຕາມ ສະພາບການລະບາດຍັງບໍ່ທັນມີທ່າອຽງຈະຢຸດນີ້ງ ສະນັ້ນ ຂ້າພະເຈົ້າຂໍ ຮຽກຮ້ອງໃຫ້ປະຊາຊົນ ພະນັກງານ ທະຫານ ຕຳຫຼວດ ແລະ ທຸກພາກສ່ວນໃນສັງຄົມໃຫ້ມີຄວາມຕື່ນຕົວ ແລະ ສືບຕໍ່ປະຕິບັດແຈ້ງການເລກທີ 1330/ຫສນຍ ລົງວັນທີ 15 ຕຸລາ 2021 ຢ່າງເຂັ້ມງວດ ເພື່ອເຮັດແນວໃດໃຫ້ສາມາດຄວບຄຸມສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ

error: Content is protected !!