JDB ສືບຕໍ່ຊ່ວຍເຫຼືອວຽກງານຕ້ານພະຍາດໂຄວິດ

    ວັນທີ 19-20 ຕຸລາ 2021 ທະນາຄານຮ່ວມພັດທະນາ (JDB) ເຊິ່ງເປັນທະນາຄານທຸລະກິດຂອງລາວ ໄດ້ສືບຕໍ່ມອບເງິນຊ່ວຍເຫຼືອໃຫ້ບັນດາສູນປິ່ນປົວພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ລວມເປັນເງິນທັງໝົດ 200 ລ້ານກີບ ກ່າວມອບໂດຍທ່ານ ວິໄລ ສີພະພອນ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມພັດທະນາ ແລະ ທ່ານ ຄໍາຫຼ້າ ໂຫລານຸພາບ ຮອງຫົວໜ້າຫ້ອງການທະນາຄານຮ່ວມພັດທະນາ.

       ການປະກອບສ່ວນຂອງ JDB ຄັ້ງນີ້ ປະກອບມີມອບໃຫ້ໂຮງໝໍເສດຖາທິຣາດ 20 ລ້ານກີບ ແລະ ອີກ 18 ສູນປິນປົວ ສູນລະ 10 ລ້ານກີບ ລວມເປັນ 180 ລ້ານກີບຄື: ສູນປິ່ນປົວໂຮງໝໍມິດຕະພາບ 150 ຕຽງ ສູນປິ່ນປົວໂຮງໝໍ 103 ໂຮງໝໍສະໜາມກິລາຫ້ວຍຫົງ ໂຮງໝໍສະໜາມຫຼັກ 27 ໂຮງໝໍສະໜາມລ້ານຊ້າງ ໂຮງໝໍສະໜາມ ມຊ ໂຮງໝໍເມືອງປາກງື່ມ ໂຮງໝໍສະໜາມໂຮງຮຽນ ມ.ຕົ້ນ ສີເກີດ ໂຮງໝໍສະໜາມໂຮງງານ Trio ໂຮງໝໍສະໜາມ ໂຮງຮຽນປະຖົມບ້ານຜາງແຫ້ງ ໂຮງໝໍສະໜາມດາວເຮືອງ ສູນໂຮງຮຽນຄົນພິການສີເກີດ ໂຮງໝໍສະໜາມໂຮງງານເວັນເຈີ ໂຮງໝໍສະໜາມຄ້າຍຄຸມຂັງ ເມືອງນາຊາຍທອງ ໂຮງໝໍສະໜາມຄ້າຍຄຸມຂັງນາໄຫ-ນາໂນ ເມືອງໄຊເສດຖາ ໂຮງໝໍສະໜາມເຮືອນພັກວັງຊັບ ເມືອງສີໂຄດຕະບອງ ໂຮງໝໍສະໜາມເຮືອນພັກແສງເພັດ ​ເມືອງສີໂຄດຕະບອງ ​ແລະ ໂຮງໝໍສະໜາມໂຮງແຮມຈະເລີນຮຸ່ງ ​ເມືອງຈັນທະບູລີ ເຊິ່ງມີຜູ້ຕາງໜ້າຈາກແຕ່ລະສູນປິ່ນປົວມາຮັບດ້ວຍຕົວເອງ ເພື່ອເປັນການປະກອບສ່ວນຊຸກຍູ້ແພດໝໍທີ່ປະຈໍາຢູ່ແຕ່ລະສູນປິ່ນປົວໃຫ້ມີກໍາລັງໃຈໃນການປະຕິບັດໜ້າທີ່ຂອງຕົນ ໂດຍສະເພາະ ຊຸກຍູ້ວຽກງານການປິ່ນປົວ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂກວິດ ທີ່ພວມລະບາດເປັນວົງກ້ວາງໃນຫຼາຍຕົວເມືອງຢູ່ນະຄອນຫຼວງວຽງຈັນ.

     ​ໂອກາດ​ນີ້ ຕາງໜ້າໂຮງໝໍ ແລະ ສູນປິ່ນປົວແຕ່ລະສູນທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ JDB ​ແລະ ທ່ານຜູ້ອໍານວຍການໃຫຍ່ JDB ພ້ອມອວຍພອນທຸລະກິດຂອງ JDB ໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ ​ແລະ ສືບ​ຕໍ່ມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມຕະຫຼອດໄປ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!