ແນະນໍາໃຫ້ໃຊ້ເຄື່ອງກວດໂຄວິດ-19 ທີ່ຖືກຮັບຮອງຈາກອົງການອະນາໄມໂລກ ແລະ ຕ້ອງຖືກນໍາໃຊ້ຈາກແພດໝໍເທົ່ານັ້ນ

     ອີງຕາມການຖະແຫຼງຂ່າວຂອງທ່ານ ຣັດຕະນະໄຊ ເພດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ປະຈໍາວັນທີ 22 ຕຸລາ 2021ໃຫ້ຮູ້ວ່າ: ປັດຈຸບັນນີ້ ມີປະຊາຊົນຈຳນວນໜຶ່ງໄດ້ຊື້ເຄື່ອງກວດດ້ວຍຕົນເອງຕາມທ້ອງຕະຫຼາດ ມາກວດແລ້ວພົບຂຶ້ນ 2 ຂີດ ແລະ ແຈ້ງເຂົ້າມາໂດຍຜ່ານສາຍດ່ວນວ່າບໍ່ມີລົດມາຮັບໄປປີ່ນປົວ ເຊິ່ງຂ້າພະເຈົ້າຂໍຊີ້ແຈງຄືດັ່ງນີ້: 

    ໂດຍທົ່ວໄປ ກະຊວງສາທາລະນະສຸກໄດ້ມີແຈ້ງການກ່ຽວກັບການນຳໃຊ້ເຄື່ອງກວດດແບບໄວ ແນະນຳໃຫ້ນຳໃຊ້ຊະນິດທີ່ຖືກຮັບຮອງຈາກອົງການອະນາໄມໂລກ ແລະ ແມ່ນຈະຕ້ອງຖືກນຳໃຊ້ກວດໂດຍແພດໝໍ ຫຼື ຜູ້ທີ່ໄດ້ຮັບການເຝິກອົບຮົມເທົ່ານັ້ນ ດັ່ງນັ້ນ ເມື່ອທ່ານກວດດ້ວຍຕົນເອງ ແລະ ຜົນກວດເປັນບວກ ທ່ານກໍຕ້ອງໄປຫາແພດໂດຍດ່ວນ ເພື່ອຈະໄດ້ມີການກວດກາຢັ້ງຍືນຄວາມຖືກຕ້ອງ ຖ້າເປັນບວກແທ້ ກໍຈະຖືກນຳສົ່ງໄປປີ່ນປົວ ແຕ່ຖ້າຜົນອອກມາເປັນລົບ ກໍບໍ່ໄດ້ໝາຍຄວາມວ່າທ່ານບໍ່ຕິດເຊື້ອ ເພາະເຄື່ອງກວດທີ່ບໍ່ໄດ້ມາດຕະຖານແມ່ນຈະໃຫ້ຜົນລົບປອມສູງ ແລະ ມີຄວາມສ່ຽງໃນການແຜ່ເຊື້ອອອກສູ່ຄົນອ້ອມຂ້າງ ເພາະຜູ້ກວດຄິດວ່າຕົນເອງບໍ່ຕິດເຊື້ອ ແຕ່ຄວາມຈິງແມ່ນຕິດເຊື້ອ ແລະ ສີ່ງທີ່ຮ້າຍແຮງກ່ວານັ້ນ ຈະເຮັດໃຫ້ຕົນເອງຊັກຊ້າໃນການເຂົ້າເຖິງການປີ່ນປົວ ແລະ ອາດຈະເຮັດໃຫ້ອາການໜັກຂື້ນ ແລະ ອາດເຖິງຂັ້ນເສຍຊີວິດ ໃນທີ່ສຸດ.

    ນອກນີ້ ຍັງມີລາຍງານພົບການຕິດເຊື້ອໃນຖັນແຖວນັກສຶກສາ ພະນັກງານ ກໍາມະກອນໂຮງຈັກໂຮງງານທີ່ຢູ່ຫໍພັກ ໂດຍລວມແລ້ວ ຖືວ່າເປັນອີກສະຖານທີ່ຢູ່ລວມກັນຂອງຫຼາຍຄົນທີ່ມີຄວາມສ່ຽງສູງໃນການແຜ່ເຊື້ອ ສະນັ້ນ ຂໍໃຫ້ທຸກຄົນມີສະຕິໃນການປ້ອງກັນຕົວເອງຢ່າງເຄັ່ງຄັດເຊັ່ນ: ໃສ່ຜ້າອັດປາກ-ດັງ ໝັ່ນລ້າງມືໃຫ້ສະອາດຢູ່ເລື້ອຍໆ ເວັ້ນໄລຍະຫ່າງ ບໍ່ໃຊ້ເຄື່ອງຮ່ວມກັນ ແລະ ຫ້າມເດັດຂາດ ບໍ່ໃຫ້ກິນເຂົ້າຮ່ວມກັນ ເພາະນີ້ອາດເປັນຈຸດເລີ່ມຂອງການກະຈາຍເຊື້ອພະຍາດ ຖ້າຫາກວ່າໃນກຸ່ມມີໃຜຜູ້ໜື່ງຕິດເຊື້ອ ແລະ ຖ້າໃຜມີອາການບໍ່ສະບາຍຄ້າຍຄືໄຂ້ຫວັດ ແມ່ນໃຫ້ແຍກຕົວອອກຈາກໝູ່ທັນທີ ແລະ ຮີບຮ້ອນໄປຫາແພດເພື່ອກວດຫາເຊື້ອພະຍາດ ສະນັ້ນ ຫຼາຍຫໍພັກແມ່ນຈະຖືກປິດບໍ່ໃຫ້ມີການເຂົ້າ-ອອກ ເພາະຖືວ່າຄົນຢູ່ໃນແມ່ນຜູ້ສຳຜັດໃກ້ຊິດເປັນໄລຍະເວລາ 14 ວັນ ດັ່ງນັ້ນ ຂໍສະເໜີໃຫ້ຄະນະຮັບຜິດຊອບຄຸ້ມຄອງຫໍພັກ ຈົ່ງໄດ້ອະທິບາຍໃຫ້ຜູ້ທີ່ອາໄສຢູ່ຫໍພັກໃຫ້ເຂົ້າໃຈ ແລະ ປະຕິບັດຕາມມາດຕະການປ້ອງກັນຢ່າງເຄັ່ງຄັດ ເດັດຂາດບໍ່ໃຫ້ອອກຈາກຫໍພັກໂດຍບໍ່ໄດ້ຮັບການອະນຸຍາດ ແລະ ມອບໃຫ້ຄະນະຮັບຜິດຊອບອຳນວຍຄວາມສະດວກສະໜອງເຄື່ອງອຸປະໂພກ ບໍລິໂພກໃຫ້ສະຖານທີ່ກັກກັນໃນຈຸດດັ່ງກ່າວ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!