ເປີດນໍາໃຊ້ລະຫັດ QR ໃນບັດຢັ້ງຢືນການຮັບວັກຊິນ ກັນພະຍາດໂຄວິດ-19

    ວັນທີ 22 ຕຸລາ 2021 ທີ່ສູນການຄ້າລາວ-ໄອເຕັກ ໄດ້ເປີດນໍາໃຊ້ລະຫັດ QR ໃນບັດຢັ້ງຢືນການຮັບວັກຊິນກັນພະຍາດໂຄວິດ-19 ຢ່າງເປັນທາງການ ເຊິ່ງລະບົບດັ່ງກ່າວ ຖືກພັດທະນາໂດຍກະຊວງສາທາລະນະສຸກ ອົງການອະນາໄມໂລກ ແລະ ຄູ່ຮ່ວມພັດທະນາ ໂດຍຈະເປັນບາດກ້າວສໍາຄັນໃນການຮັບປະກັນວ່າ ບັດຢັ້ງຢືນການຮັບວັກຊິນ ຈະແມ່ນບັດແທ້ ແລະ ສາມາດກວດສອບຜ່ານທາງດິຈີຕອນໄດ້. 

    ເຂົ້າຮ່ວມພິທີເປີດນໍາໃຊ້ລະຫັດ QR ໃນຄັ້ງນີ້ ມີທ່ານ ດຣ ພອນ ປະເສີດ ອຸນາພົມ ຫົວໜ້າກົມອະ ນາໄມ ແລະ ສົ່ງເສີມສຸຂະພາບ ພ້ອມດ້ວຍຜູ້ຕາງໜ້າຈາກສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ສູນສຸຂະພາບແມ່ ແລະ ເດັກ ແລະ ອົງການອະນາມາໂລກ. 

    ຜູ້ທີ່ຮັບບໍລິການວັກຊິນ ຂໍ້ມູນສ່ວນຕົວ ແລະ ຂໍ້ມູນກ່ຽວກັບວັກຊິນ ຈະຖືກບັນທຶກເຂົ້າໃນລະບົບຖານຂໍ້ມູນສໍາລັບວັກຊິນກັນພະຍາດໂຄວິດ- 19 ຈາກນັ້ນ ລະຫັດ QR ຈະຖືກສ້າງຂຶ້ນ ແລະ ພິມລົງໄປດ້ານຫຼັງຂອງບັດຢັ້ງຢືນການຮັບວັກຊິນ. 

# ຂໍ້ມູນ-ພາບ: ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ

error: Content is protected !!