ປະເມີນຜົນການຈັດຕັ້ງປະຕິບັດແຜນງານບີຄວາໄລຍະຜ່ານມາ

    ກອງປະຊຸມວິຊາການຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) (BEQUAL) ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ ສິ່ງທ້າທາຍ  ແລະ  ການດໍາເນີນກິດຈະກໍາຕ່າງໆໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ  ສະບັບປັບປຸງໃໝ່ ໄຂຂຶ້ນໃນຕົ້ນເດືອນ ຕຸລາ 2021 ຜ່ານມາ ໃນຮູບແບບທາງໄກ ເປັນປະທານຂອງທ່ານ ປອ ບຸນປັນ ໄຊມູນຕຣີ ຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກີລາ ທ່ານ ນາງ ອານ່າ ໄດສັນ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳລາວ ພ້ອມດ້ວຍກົມກອງອ້ອມຂ້າງກະຊວງ ສສກ ພະແນກສຶກສາທິການ ແລະ ກີລາແຂວງ 18 ແຂວງ ວິທະຍາໄລຄູ 8 ແຫ່ງ ສະຖາບັນ ແລະ ສູນການສຶກສາ ແລະ ຄະນະທີມງານຈາກແຜນງານບີຄວາ ເຂົ້າຮ່ວມ.

    ທ່ານ ປອ ບຸນປັນ ໄຊມູນຕຣີ ໄດ້ກ່າວຕໍ່ກອງປະຊຸມຄັ້ງນີ້ວ່າ: “ເຖິງວ່າຈະມີສິ່ງທ້າທາຍໃນໄລຍະວິກິດການຂອງການລະບາດຂອງພະຍາດໂຄວິດ-19 ແຕ່ທຸກໆຄົນໄດ້ເຮັດວຽກຢ່າງຂຸ້ນຂ້ຽວ ເພື່ອຊອກຫາວິທີແກ້ໄຂ ແລະ ຜ່ານຜ່າວິກິດດັ່ງກ່າວໄດ້ ສົກຮຽນໄດ້ເປີດຢ່າງເປັນທາງການ ເຊິ່ງນັ້ນກໍໝາຍຄວາມວ່າອຸປະກອນຫຼັກສູດຊັ້ນປະຖົມສຶກສາ ປີທີ 3 ສະບັບປັບປຸງໃໝ່ ສື່ການຮຽນການສອນ ໄດ້ຈັດສົ່ງແຈກຢາຍໄປເຖິງໂຮງຮຽນ ແລະ ຄູສອນຈໍານວນຫຼາຍກວ່າ 90% ໄດ້ຮັບການເຝິກອົບຮົມວິທີການຮຽນ-ການສອນແບບໃໝ່ແລ້ວ ພ້ອມກ່າວສະແດງຄວາມຂອບໃຈມາຍັງກະຊວງການຕ່າງປະເທດ ແລະ ການຄ້າ ປະເທດອົດສະຕຣາລີ ປະຈຳລາວ ແລະ ລັດຖະບານອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນຂະແໜງສາທາລະນະສຸກ ສຳລັບແຜນວຽກການສັກຢາປ້ອງກັນພະຍາດ ແລະ ສ້າງຄວາມອາດສາມາດໃຫ້ກັບລັດຖະບານ ສປປ ລາວ ໃນການຕອບໂຕ້ຕໍ່ກັບການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອສາມາດເຮັດໃຫ້ມາດຕະການການຈໍາກັດການເດີນທາງສັນຈອນຜ່ອນຄາຍລົງ.

    ທ່ານ ນາງ ອານ່າ ໄດສັນ ໄດ້ກ່າວຍ້ອງຍໍ ແລະ ຊົມເຊີຍຕໍ່ກັບຄວາມທຸ່ມເທ ແລະ ເຮັດວຽກຢ່າງຂຸ້ນຂ້ຽວຂອງທຸກພາກສ່ວນ ໂດຍສະເພາະ ທີມງານຂອງກະຊວງສຶກສາທິການ ແລະ ກີລາໃນທົ່ວທຸກຂັ້ນ ແລະ ທີມງານຂອງແຜນງານບີຄວາ ທີ່ໄດ້ທຸ່ມເທຄວາມສາມາດ ແລະ ຊອກຫາທຸກວິທີທາງໃນການປັບປ່ຽນການເຮັດວຽກໄດ້ຢ່າງໄວວາໃນໄລຍະຜ່ານມາ ເຖິງແມ່ນວ່າຈະພົບກັນຫຼາຍບັນຫາ ແຕ່ກໍສໍາເລັດການຈັດພິມ ແລະ ແຈກຢາຍສື່ການຮຽນການສອນສຳລັບປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູຂອງຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ປີທີ 3 ຈຳນວນ 612.600 ຫົວ ແລະ ແຈກຢາຍໃຫ້ທຸກເມືອງກ່ອນເປີດສົກຮຽນ ຈັດເຝິກອົບຮົມຄູໃຫ້ແກ່ຄູເຝິກ ຈຳນວນ 663 ທ່ານ ແລະ ຈັດເຝິກອົບຮົມຄູສອນຂັ້ນ ປ3 ແບບປົກກະຕິ ຈຳນວນ 9.645 ທ່ານ ແລະ ຈັດເຝິກອົບຮົມຄູສຶກສານິເທດຈຳນວນ 366 ທ່ານ ໄດ້ເກືອບໝົດທຸກແຂວງຕາມແຜນທີ່ວາງໄວ້ ແລະ ພ້ອມທັງສືບຕໍ່ພັດທະນາຫຼັກສູດຊັ້ນປະຖົມສຶກສາ ປີທີ 4 ແລະ ເປີດນໍາໃຊ້ຫຼັກສູດສ້າງຄູຢູ່ໃນວິທະຍາໄລຄູທຸກແຫ່ງ.

# ຂ່າວ & ພາບ :  ບຸນມີ

error: Content is protected !!