ສຸມໃສ່ວຽກງານ 4 ປູກ 4 ລ້ຽງ ເພື່ອຮັບປະກັນທາງດ້ານສະບຽງອາຫານ

    ວັນທີ 22 ຕຸລາ 2021 ທີ່ກອງພັນ 410 ຈັດກອງປະຊຸມສະຫຼຸບວຽກງານພະລາທິການປະຈໍາປີ 2021 ແລະ ທິດທາງແຜນການປະຈໍາສົກປີ 2022  ເປັນປະທານສະຫາຍ ພັນໂທ ອໍາໄພ  ອຸ່ມສາພົນ ຄະນະພັກກອງບັນຊາການ ທະຫານແຂວງ ໄຊຍະບູລີ ຮອງຫ້ອງພາລາທິການ ທະຫານແຂວງ ພ້ອມດ້ວຍຄະນະ ມີສະຫາຍ ພັນໂທ ຊຽງສຸກ ສີແພງເພັດ ຫົວໜ້າການເມືອງ ກອງພັນ 410 ມີຄະນະພັກ ຄະນະບັນຊາກອງພັນ ກອງຮອ້ຍ ພ້ອມດ້ວຍພະນັກງານນັກຮົບ ເຂົ້າຮ່ວມ.

    ໃນກອງປະຊຸມ ຜູ້ເຂົ້າຮ່ວມກໍ່ໄດ້ຮັບຟັງບົດສະຫຼຸບວຽກງານພະລາທິການ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ  2022 ຍົກໃຫ້ເຫັນຜົນງານດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເພື່ອເຮັດໃຫ້ວຽກງານການເຄື່ອນໄຫວ ດ້າານຕ່າງໆໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມຫຼັກວິທະຍາສາດ ໃນການຄຸ້ມຄອງເສດຖະກິດຂອງກອງທັບ ເຂົ້າໃນວຽກງານອົບຮົມຫັດແອບວຽກງານຕົວຈິງ ແລະ ດໍາເນີນການຊີ້ນໍາວຽກງານພະລາທິການຢູ່ໃນກອງພັນ 410 ບົນພື້ນຖານໄດ້ປະສານສົມທົບກັບທຸກພາກສ່ວນ ເຄື່ອນໄຫວກການຄຸ້ມຄອງວັດຖຸ ຄຸ້ມຄອງການກວດກາ  ໂດຍສະເພາະແມ່ນຂະແໜງວິຊາສະເພາະໃຫ້ເຂົ້າສູ່ລະບົບ  ແບບບວິທີທັນສະໄໝ ຮັບປະກັນໃນການຄຸ້ມຄອງ ປົກປັກຮັກສາຊັບສີນຂອງກົມກອງ ເຝິກອົບຮົມ ກໍ່ສ້າງຂະແໜງການປະຈໍາປີ ການຈັດຕັ້ງປະຕິບັດນະໂຍບາຍຂອງຂັ້ນເທິງວາງອອກ ເຮັດໃຫ້ກົມກອງມີຄວາມເຂັ້ມແຂງ ໃຫ້ສໍາເລັດຕາມຂັ້ນເທິງມອບໝາຍໃຫ້ ນອກນັ້ນທາງກອງພັນ 410 ຍັງໄດ້ເອົາໃຈໃສ່ເບີ່ງແຍງດູແລ ປີ່ນປົວສຸຂະພາບພະນັກງານ ຢ່າງເປັນກະຕິ ແລະ ຕໍ່ເນື່ອງ ໄດ້ຊຸກຍູ້ຂະບວນການກິລາປະເພດຕ່າງໆ,ໄດ້ເພີ່ມທະວີເອົາໃຈໃສ່ໃຫ້ພະນັກງານ-ນັກຮົບ ທົ່ວກົມກອງຕໍ່ກັບວຽກງານ 4 ປູກ 4 ລຽ້ງໃຫ້ຫຼາຍ ເພື່ອຮັບປະກັນເຮັດໃຫ້ສະບຽງອາຫານພຽງພໍ ສາມາດຂາຍອອກຢູ່ພາຍໃນເມືອງ ແລະ ວຽກງານດ້ານອື່ນໆຕື່ມອີກ.

    ຕອນທ້າຍກອງປະຊຸມ ສະຫາຍ ພັນໂທ ອໍາໄພ  ອຸ່ມສາພົນ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ກັບຜົນງານຂອງກອງພັນ 410 ຍາດມາໄດ້ ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະພັກ ຄະນະບັນຊາ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ວຽກງານທີ່ຍັງຄົງຄ້າງໃຫ້ສໍາເລັດຕາມການມອບໝາຍ ເປັນຕົ້ນວຽກງານປ້ອງກັນ ຊາດ ປ້ອງກັນຄວາມສະຫົງບ ຢູ່ຕາມຂອບເຂດຊາຍແດນ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ ຫັນເອົາການປູກຝັງງລ້ຽງສັດຫຼາຍຂຶ້ນ ເພື່ອຮັບປະກັນເຮັດໃຫ້ສະບຽງອາຫານ ແລະ ສ້າງລາຍຮັບເຂົ້າກົມກອງໃຫ້ຫຼາຍຂຶ້ນ.

# ຂ່າວ & ພາບ : ບຸນມີ

error: Content is protected !!