ເສຍຊີວິດເພີ່ມອີກ 3 ຄົນວັນນີ້ ຂະນະທີ່ຕິດເຊື້ອຍັງສູງເຖິງ 733 ກໍລະນີ

   ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນທີ 27 ຕຸລາ 2021 ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊືື້ອພະຍາດໂຄວິດ-19  ໃນທົ່ວໂລກ.

    ວັນທີ 26 ຕຸລາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.507 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 733 ຄົນ (ຕິດເຊື້ອພາຍໃນຈຳນວນ 731 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ) ເຊິ່ງຂໍ້ມູນກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 731 ຄົນ ຈາກ 12 ແຂວງ ມີດັ່ງນີ້:

  • ນະຄອນຫຼວງວຽງຈັນ 358 ຄົນ ຈາກ 165 ບ້ານ ໃນ 7 ເມືອງ ໃນນັ້ນ ເມືອງຈັນທະບູລີ 17 ບ້ານ (36 ຄົນ) ເມືອງສີໂຄດຕະບອງ 20 ບ້ານ (33 ຄົນ) ເມືອງໄຊເສດຖາ 29 ບ້ານ (80 ຄົນ) ເມືອງສີສັດຕະນາກ 14 ບ້ານ (37 ຄົນ) ເມືອງໄຊທານີ 23 ບ້ານ (58 ຄົນ) ເມືອງນາຊາຍທອງ 14 ບ້ານ (31 ຄົນ) ແລະ ເມືອງຫາດຊາຍຟອງ 14 ບ້ານ (19 ຄົນ).
  • ແຂວງຫຼວງພະບາງ 177 ຄົນ ໃນ 17 ບ້ານ ແລະ 3 ເມືອງ
  • ບໍ່ແກ້ວ 73 ຄົນ ໃນ 14 ບ້ານ ແລະ 2 ເມືອງ
  • ວຽງຈັນ 29 ຄົນ ໃນ 12 ບ້ານ ແລະ 4 ເມືອງ
  • ອຸດົມໄຊ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  • ບໍລິຄໍາໄຊ 24 ຄົນ ໃນ 3 ບ້ານ ແລະ 2 ເມືອງ
  • ໄຊສົມບູນ 13 ຄົນ ໃນ 2 ບ້ານ ແລະ 1 ເມືອງ
  • ຄໍາມ່ວນ 17 ຄົນ ໃນ 4 ບ້ານ ແລະ 3 ເມືອງ
  • ສາລະວັນ 11 ຄົນ ໃນ 5 ບ້ານ ແລະ 3 ເມືອງ
  • ສະຫວັນນະເຂດ 9 ຄົນ ໃນ 3 ບ້ານ ແລະ 2 ເມືອງ
  • ຈໍາປາສັກ 14 ຄົນ ໃນ 8 ບ້ານ ແລະ 4 ເມືອງ
  • ແຂວງເຊກອງ 5 ຄົນ ໃນ 2 ບ້ານ ແລະ 2 ເມືອງ

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດຈໍານວນ 2 ຄົນ ຄື:ຈາກນະຄອນຫຼວງວຽງຈັນ ແລະ ແຂວງບໍ່ແກ້ວ.

    ມາຮອດວັນທີ 27 ຕຸລາ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ ທັງໝົດ 37.751 ຄົນ ເສຍຊີວິດສະສົມ 59 ຄົນ (ໃໝ່ 3) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານມີ 411 ຄົນ ກໍາລັງປິ່ນປົວ 6.879 ຄົນ.

    ສຳລັບ ລາຍລະອຽດຜູ້ເສຍຊີວິດໃໝ່ 3 ຄົນ ມີດັ່ງນີ້:

  • ຜູ້ທີ 1. ເພດຊາຍ ອາຍຸ 85 ປີ ອາຊີບພະນັກ ງານບຳນານ ບ້ານດ່ານຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
  • ຜູ້ທີ 2.ເພດຊາຍ ອາຍຸ 58 ປີອາຊີບປະຊາຊົນ ບ້ານໂພນສີວິໄລ ເມືອງໝື່ນ ແຂວງວຽງຈັນ ແລະ
  • ຜູ້ທີ 3.ເພດຊາຍ ອາຍຸ 54 ປີ ອາ ຊີບປະຊາຊົນ ບ້ານສີເມືອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

    ບ້ານແດງໃນທົ່ວປະເທດ ວັນທີ 26 ຕຸລາ 2021 ມີ 469 ບ້ານ 54 ເມືອງ ແລະ 13 ແຂວງ. ປັດຈຸບັນ ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ເຮັດໃຫ້ຕົວເລກຜູ້ຕິດເຊືື້ອສະສົມໃນທົ່ວໂລກມີທັງໝົດ 245.256.304 ຄົນ (ໃໝ່ 423.837 ຄົນ) ເສຍຊິວິດທັງໝົດ 4.976.191 ຄົນ (ໃໝ່ 7.475 ຄົນ) ແລະ ປີ່ນປົວຫາຍດີ 222.333.411 ຄົນ (ໃໝ່ 423.837 ຄົນ).

# ຂ່າວ & ພາບ :  ຊິລິການດາ  

error: Content is protected !!