ໄຊທານີ ສຳເລັດການເກັບກ່ຽວເຂົ້ານາແຊງໃນເນື້ອທີ່ 4.350 ເຮັກຕາ

    ເມືອງໄຊທານີ ເປັນເມືອງໜຶ່ງໃນນະຄອນຫຼວງວຽງຈັນ ຊາວກະສິກອນໄດ້ຂຸ້ນຂ້ຽວເກັບກ່ຽວເຂົ້ານາແຊງໄດ້ສຳເລັດທັນຕາມລະດູການໃນທ້າຍເດືອນເມສາທີ່ຜ່ານມາ.

    ທ່ານ ທອງສຸກ ບົວລີຂັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊທານີ ໄດ້ໃຫ້ສຳພາດວັນທີ 5 ພຶດສະພາ 2020 ວ່າ: ເມືອງໄຊທານີໄດ້ວາງແຜນປູກເຂົ້ານາແຊງ 4.467 ເຮັກຕາ ເຂົ້າຈ້າວ 570 ເຮັກຕາ ແນວພັນ 358 ເຮັກຕາ ສະມັດຕະພາບ 5,52 ໂຕນ/ເຮັກຕາ ແຕ່ຜ່ານການປະຕິບັດຕົວຈິງ ປະຕິບັດໄດ້ 248 ໂຕນ ເທົ່າກັບ 69,27% ນຳໃຊ້ແນວພັນ 348 ໂຕນ ເທົ່າກັບ 97,20% ໃນປີນີ້ ໄດ້ປູກເຂົ້ານາແຊງປະຕິບັດໄດ້ 4.350 ເຮັກຕາ ເທົ່າກັບ 97,38% ຂອງແຜນການ ໃນນັ້ນ ດຳດ້ວຍກົນຈັກ 120 ເຮັກຕາ ນາດຳ 3.097 ເຮັກຕາ ນາຫວ່ານ 1.253 ເຮັກຕາ.

    ສຳລັບການເກັບກ່ຽວເຂົ້ານາແຊງ ຊາວກະສິກອນພາຍໃນເມືອງຂອງພວກເຮົາໄດ້ຂຸ້ນຂ້ຽວເກັບກ່ຽວເພື່ອໃຫ້ທັນຕາມລະດູການ ເລີ່ມເກັບກ່ຽວມາແຕ່ເດືອນກຸມພາ ແລະ ໄດ້ສຳເລັດການເກັບກ່ຽວເຂົ້ານາແຊງໃນທ້າຍເດືອນເມສາ 2020. ນອກຈາກນັ້ນ ໄດ້ປູກພືດຜັກ ແຜນການ 6 ເດືອນຕົ້ນປີ 2.173 ເຮັກຕາ ປະຕິບັດການປູກມາຮອດປັດຈຸບັນໄດ້ 1.888 ເຮັກຕາ ເທົ່າກັບ 86,88% ປູກພືດອຸດສາຫະກຳໄດ້ 583 ເຮັກຕາ ເທົ່າກັບ 94,79% ຂອງແຜນການ 615 ເຮັກຕາ ປູກເຫັດໄດ້ 1.034.000 ເບົ້າ. ໃນການຜະລິດເຂົ້ານາແຊງ ປີ 2019-2020 ໄດ້ເປີດນໍ້າຮັບໃຊ້ການຜະລິດທັງໝົດ 22 ແຫ່ງ ໃນນັ້ນມີຈັກສູບນໍ້າ 19 ແຫ່ງ ອ່າງເກັບນໍ້າ 3 ແຫ່ງ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!