ເບິ່ງບ້ານເຂົາເອົາບົດຮຽນ 05/05/2020

ຄໍ​ລຳ​ປະ­ຈຳ​ວັນ​ນີ້ ເລີ່ມ​ດ້ວຍ​ຂ່າວ​ປິດ​ໂຮງ­ຮຽນ​ຢູ່​ອິນ​ໂດ​ເນ​ເຊຍ ​ເພື່ອ​ໜີ​ໄພ​ໂຄ​ວິດ-19 ຕໍ່​ໃສ່​ໂຄງ­ການ​ສົ່ງ­ເສີມ​ສິ່ງ­ແວ­ດລ້ອມ​ທີ່​ອົດ​ສະ​ຕຣາ​ລີ ແລະ ປິດ​ທ້າຍ​ກັບ​ຂ່າວ​ຄະ­ດີ​ຕົ້ມ​ຕຸ໋ນ​ທາງ​ອິນ​ເຕີ​ເນັດ​ຢູ່​ສິງ­ກະ­ໂປ. ທີ່ ອິນ​ໂດ​ເນ​ເຊຍ: ຂ່າວ​ຕ່າງ­ປະ­ເທດ​ໃນ​ວັນ​ທີ 25 ເດືອນ​ມີ­ນາ​ຜ່ານ​ມາ​ນີ້ (ວຽງ​ຈັນ​ທາມ) ໄດ້​ໃຫ້​ຮູ້​ວ່າ: ລັດ­ຖະ­ບານ ແລະ ສະ­ພາ​ຜູ້​ແທນ​ລາ­ຊະ​ດອນ​ອິນ​ໂດ​ເນ​ເຊຍ​ໄດ້​ຕົກ­ລົງ​ຍົກ­ເລີກ​ການ​ສອບ­ເສັງ​ແຫ່ງ​ຊາດ​ສຳ­ລັບ​ນັກ­ຮຽນ​ປະ­ຖົມ ມັດ​ທະ ຍົມ​ຕົ້ນ ແລະ ມັດ­ທະ­ຍົມ​ປາຍ ຍ້ອນ​ບັນ­ຫາ​ການ​ແຜ່​ລະ­ບາດ​ຂອງ​ໂຄ​ວິດ-19. ການ​ຕົກ­ລົງ​ຮ່ວມ​ຂອງ​ລັດ­ຖະ­ບານ ແລະ ລັດ​ຖະ​ສະ­ພາ​ຄັ້ງ​ນີ້​ໄດ້​ເຜີຍ­ແຜ່​ຜ່ານ​ລະ­ບົບ​ກອງ​ປະ­ຊຸມ​ທາງ­ໄກ (ຜ່ານ​ຈໍ​ວິ​ດີ​ໂອ) ໃນ​ວັນ​ທີ 23 ເດືອນ​ມີ­ນາ​ປີ​ນີ້ ສະ­ມາ­ຊິກ​ລັດ​ຖະ​ສະ­ພາ​ຈາກ​ພັກ​ສະ­ດຸ້ງ​ແຫ່ງ​ຊາດ (National … Continue reading ເບິ່ງບ້ານເຂົາເອົາບົດຮຽນ 05/05/2020