ມີຜູ້ເຮັດສັນຍາເກັບມ້ຽນຂີ້ເຫຍື້ອຫຼາຍກວ່າ 20 ພັນສັນຍາ

ເພື່ອ​ເຮັດ​ໃຫ້​ສະ­ຖານ­ທີ່​ເຮືອນ​ຊານ​ທີ່­ຢູ່​ອາ­ໄສ​ຂອງ​ພວກ​ເຮົາ ລວມ​ໄປ​ເຖິງ​ສຳ­ນັກ­ງານ​ອົງ­ການ ແລະ ສະ­ຖານ­ທີ່​ສາ­ທາ­ລະ­ນະ​ຕ່າງໆ​ມີ​ຄວາມ​ສະ­ອາດ​ຈົບ­ງາມ ແລະ ຮັກ­ສາ​ໄດ້​ສິ່ງ­ແວ­ດລ້ອມ​ອ້ອມ​ຂ້າງ​ທີ່​ດີ ປາ­ສະ­ຈາກ​ສິ່ງ​ກິ່ນ​ເໝັນ ສິ່ງ​ເປີ​ເປື້ອນ ແລະ ອື່ນໆ ດັ່ງ­ນັ້ນ​ລັດ­ຖະ­ບານ ກໍ​ຄື​ຂະ­ແໜງ­ການ​ກ່ຽວ­ຂ້ອງ ລວມ​ໄປ​ເຖິງ​ອຳ­ນາດ​ການ​ປົກ­ຄອງ​ທ້ອງ­ຖິ່ນ​ທຸກ​ຂັ້ນ ຈຶ່ງ​ໄດ້​ເອົາ​ໃສ່​ປຸກ­ລະ­ດົມ​ໃຫ້​ສັງ­ຄົມ ກໍ​ຄື​ຄົວ​ເຮືອນ ແລະ ສຳ­ນັກ­ງານ​ອົງ­ການ​ຕ່າງໆ​ກຳ­ຈັດ​ຂີ້​ເຫຍື້ອ​ຢ່າງ​ຖືກ​ວິ­ທີ ໂດຍ​ສະ­ເພາະ​ຕ້ອງ​ເຮັດ​ສັນ­ຍາ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ຫຼີກ​ລ່ຽງ​ບໍ່​ໃຫ້​ຖີ້ມ​ຂີ້​ເຫຍື້ອ​ຊະ­ຊາຍ ຈູດ ຝັງ ແລະ ອື່ນໆ ໂດຍ​ເຫັນ​ໄດ້​ຄວາມ​ສຳ­ຄັນ​ດັ່ງ­ກ່າວ​ນັ້ນ ເຫັນ​ວ່າ​ຫຼາຍ​ພາກ­ສ່ວນ ແລະ ບຸກ­ຄົນ​ໄດ້​ໃຫ້­ການ​ຮ່ວມ​ມື​ເຂົ້າ​ຮ່ວມ​ໂຄງ­ການ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ຫຼາຍ​ຂຶ້ນ ສະ­ເພາະ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ແຕ່​ລະ​ປີ​ໄດ້​ມີ​ຄົວ​ເຮືອນ​ເຂົ້າ​ຮ່ວມ​ເຮັດ​ສັນ­ຍາ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ເພີ່ມ​ຂຶ້ນ​ເລື້ອຍໆ.

ອີງ​ຕາມ​ຂໍ້​ມູນ​ຈາກ​ບົດ​ສະ­ຫຼຸບ​ຂອງ​ຫ້ອງ­ການ​ຄຸ້ມ​ຄອງ ແລະ ບໍ­ລິ­ການ​ຕົວ​ເມືອງ​ວຽງ​ຈັນ (ຄບຕ) ເຫັນ​ວ່າ: ໃນ 5 ປີ­ຜ່ານ­ມາ (2014-2019) ການ​ບໍ­ລິ­ການ​ຂົນ­ສົ່ງ​ຂີ້​ເຫຍື້ອ​ໃນ​ຕົວ​ເມືອງ ເປັນ­ຕົ້ນ​ຂີ້​ເຫຍື້ອ​ຄົວ​ເຮືອນ ຂີ້​ເຫຍື້ອ​ສຳ­ນັກ­ງານ​ອົງ­ການ ແລະ ຂີ້​ເຫຍື້ອ​ສາ­ທາ­ລະ­ນະ ໂດຍ​ໄດ້​ເຮັດ​ສັນ­ຍາ​ໃນ​ເຂດ​ບໍ­ລິ­ການ​ຂົນ­ສົ່ງ​ຂີ້​ເຫຍື້ອ ແລະ ນຳ­ໄປ​ບຳ­ບັດ​ຂີ້​ເຫຍື້ອ​ຢູ່​ສະ­ໜາມ​ບຳ­ບັດ​ຂີ້​ເຫຍື້ອ​ຫຼັກ 32 ເມືອງ​ໄຊ​ທາ­ນີ ໂດຍ​ໄດ້​ສົມ­ທົບ​ກັບ​ອຳ­ນາດ​ການ​ປົກ­ຄອງ​ທ້ອງ­ຖິ່ນ​ທຸກ​ຂັ້ນ ເພື່ອ​ເຮັດ​ສັນ­ຍາ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ໃຫ້​ທົ່ວ​ເຖິງ​ຕາມ​ເຂດ​ພື້ນ​ທີ່​ແບ່ງ­ປັນ​ທີ່​ຂັ້ນ​ເທິງ​ກຳ­ນົດ​ໃຫ້​ເຊັ່ນ: ເຂດ​ບໍ­ລິ­ການ ລວມ​ມີ 185 ບ້ານ ທຽບ­ໃສ່​ໄລ­ຍະ​ຜ່ານ​ມາ ເພີ່ມ​ຂຶ້ນ 70 ບ້ານ ເທົ່າ​ກັບ 60,8% ສັນ­ຍາ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ຄົວ​ເຮືອນ​ມີ 21.154 ສັນ­ຍາ ສັນ­ຍາ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ສຳ­ນັກ­ງານ ອົງ­ການ​ຕ່າງໆ ມີ 536 ສັນ­ຍາ ລວມ​ທັງ​ໝົດ 21.690 ສັນ­ຍາ ຖ້າ​ທຽບ­ໃສ່​ໄລ­ຍະ​ຜ່ານ​ມາ ເພີ່ມ​ຂຶ້ນ 41% ໄດ້​ຂົນ­ສົ່ງ​ຂີ້​ເຫຍື້ອ​ຈາກ​ຄົວ​ເຮືອນ ແລະ ສຳ­ນັກ­ງານ​ຕ່າງໆ​ໄດ້ 157.766 ຖ້ຽວ ມີ​ບໍ​ລິ​ມາດ​ທັງ​ໝົດ 330.590 ໂຕນ ຄ່ຽນ​ຖ່າຍ​ຂີ້​ເຫຍື້ອ​ຢູ່​ສະ­ຖາ­ນີ​ບ້ານ​ນາ​ໄຫ ເມືອງ​ໄຊ​ເສດ​ຖາ ໄປ​ສະ­ໜາມ​ຂີ້​ເຫຍື້ອ​ຫຼັກ 32 ໄດ້ 75.235 ໂຕນ ຂົນ­ສົ່ງ​ຂີ້​ເຫຍື້ອ​ງານ​ບຸນ​ສຳ­ຄັນ​ຕ່າງໆ​ໄດ້ 445 ຖ້ຽວ ຂົນ­ສົ່ງ​ຂີ້​ເຫຍື້ອ​ສາ­ທາ­ລະ­ນະ​ຕາມ​ສວນ​ຕ່າງໆ ແລະ ເສັ້ນ­ທາງ​ສາຍ​ຫຼັກ ຈາກ​ການ​ປັດ­ກວາດ​ແຕ່​ລະ​ວັນ​ໄດ້ 3.200 ຖ້ຽວ ແຮງ​ງານ 12.800 ເທື່ອ​ຄົນ ນອກ​ນີ້ ຍັງ​ໄດ້​ຝັງ​ກົບ​ຂີ້​ເຫຍື້ອ​ໄດ້ 125.645 ຖ້ຽວ ມີ​ນ້ຳ­ໜັກ 585.893 ກິ​ໂລ ແກ່​ດິນ​ແດງ​ຖົມ​ຂີ້​ເຫຍື້ອ​ໄດ້ 33.257 ຖ້ຽວ ບໍ​ລິ​ມາດ 4.602 ແມັດ​ກ້ອນ ເຜົາ​ຂີ້​ເຫຍື້ອ​ຕິດ­ເຊື້ອ​ຈາກ​ໂຮງ­ໝໍ​ໄດ້ 548.893 ກິ​ໂລ ແລະ ບຳ­ບັດ​ນ້ຳ​ເປື້ອນ​ໄດ້ 2.325 ຖ້ຽວ ບໍ​ລິ​ມາດ 16.396.000 ລິດ.

# ຂ່າວ & ພາບ : ສົມ​ສະ­ຫວັນ

error: Content is protected !!