ເບີ່ງບ້ານເຂົາເອົາບົດຮຽນ 06-05-2020

ໃນບົດນີ້ທ່ານຈະໄດ້ຮູ້ກ່ຽວກັບການປິ່ນປົວໄພເສບຕິດອິນເຕີເນັດຢູ່ຈີນ ຂະບວນປຸກລະດົມໃຫ້ປະຊາຊົນໃຊ້ໂທລະສັບມືຖືເພື່ອເຕືອນພະນັກງານທີ່ຂາດຄວາມຮັບຜິດຊອບ ສຸດທ້າຍແມ່ນເລື່ອງລັດຖະມົນຕີປະເທດອຽກລັງລາອອກ ຍ້ອນສ້າງຄວາມບໍ່ພໍໃຈໃນສັງຄົມ.

   ທີ່ ສປ ຈີນ: ຢ້ອນຄືນຫຼັງປະມານ 5 ປີ ທາງການ ສປ ຈີນ ໄດ້ເຮັດການປະເມີນກ່ຽວກັບໄພເສບຕິດອິນ​ເຕີ​ເນັດ​ທີ່​ສົ່ງຜົນ​ກະທົບ​ທາງ​ລົບ​ຕໍ່​ພົນລະ​ເມືອງ​ເຖິງ​ຂັ້ນ​ຕ້ອງ​ໄດ້​ຮັບ​ການ​ບຳບັດ ສຳລັບ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ທາງ​ການ​ໄດ້​ເປີດ​ສູນ​ບຳ ບັດຜູ້​ເສບ​ຕິດ​ຄອມ​ພິວ​ເຕີ​ມາ​ແຕ່​ປີ 2006 ຈໍານວນ​ຜູ້​ເສບ​ຕິດ​ທີ່​ເຂົ້າ​ບຳບັດ​ໃນ​ສູນ​ແຫ່ງ​ນີ້​ນັບ​ແຕ່​ມື້​ສ້າງ​ຕັ້ງ​ມາ​ຮອດ​ປີ 2015 ນັ້ນ ມີ​ເຖິງ 6.000 ຄົນ ສະຖິຕິ​ຜູ້​ເສບ​ຕິດ​ອິນ​ເຕີ​ເນັດ​ທົ່ວ​ປະ​ເທດ​ໃນ​ປີ​ນັ້ນ​ແມ່ນ 24 ລ້ານ​ຄົນ ຈາກ​ຈຳນວນ​ຜູ້​ໃຊ້​ອິນ​ເຕີ​ເນັດ​ທົ່ວ​ປະ​ເທ​ດ ຈຳນວນ 632 ລ້ານຄົນ.

   ຂ່າວ​ບອກ​ວ່າ: ສູນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ນັ້ນ​ສາມາດ​ຊ່ວຍ​ບຳບັດ​ຜູ້​ເສບ​ຕິດ​ອິນ​ເຕີ​ເນັດ​ໃຫ້ຫາ​ຍ​ໄດ້​ເຖິງ 75% ອາ ການ​ທີ່​ຖື​ວ່າ​ເປັນ​ການ​ເສບ​ຕິດອິນ​ເຕີ​ເນັດ​ນັ້ນ​ເປັນ​ຄື​ແນວ​ນີ້: ມີ​ອາການ​ບໍ່​ສະບາຍ​ທາງ​ຈິດ ​ໃນ​ນັ້ນ 90% ມີ​ອາການ​ຊຶມ​ເສົ້າ​ຍ້ອນ​ຂາດ​ການ​ພົວພັນ​ທາງ​ສັງຄົມ​ເປັນ​ປົກກະຕິ ນອກຈາກ​ສູນ​ບຳບັດ​ແລ້ວ ຢູ່​ທົ່ວ​ປະ​ເທດ​ຍັງ​ມີຄລີ​ນິກປິ່ນປົວ​ຜູ້​ເສບ​ຕິດ​ອິນ​ເຕີ​ເນັດ​ອີກ​ປະມານ 300 ​ແຫ່ງ (ຕົວ​ເລກ​ຕົ້ນ​ປີ 2015) ຄລີ​ນິກ​ເຫຼົ່າ​ນີ້​ຮອງ​ຮັບ​ພວກ​ຕິດ​ເກ​ມອອນ​ລາຍ​ແບບ​ງ​​ອມ​ແງ​ມ.

   ທີ່ ອິນ​ໂດ​ເນ​ເຊຍ: ນີ້​ກໍ​ເປັນ​ເລື່ອງ​ໄອ​ທີ​ຍຸກ​ດີຈິ​ຕອນ ຄື: ມີ​ຂ່າວ​ວ່າ​ທາງ​ການ​ອິນ​ໂດ​ເນ​ເຊຍ​ໄດ້​ອະນຸຍາດ​ໃຫ້​ປະຊາຊົນ​ສາມາດ​ສົ່ງ​ຂໍ້ຄວາມ​ສະ​ແດງ​ຄວາມ​ຄິດ​ເຫັນ​ ຂໍ້​ສະ​ເໜີ ກໍ​ຄື ຄວາມ​ຂັດຂ້ອງ​ໝອງ​ໃຈ​ຜ່ານ​ໂທລະສັບ​ມື​ຖື​ກ່ຽວ​ກັບ​ການ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ພະນັກງານ​ໃນ​ການ​ໃຫ້​ບໍລິການ​ແກ່​ສັງຄົມ ​ໂດຍ​ສະ​ເພາະ ​ແມ່ນ​ໃນ​ນະຄອນຫຼວງ​ຈາ​ກາ​ຕາ ​ເຊິ່ງ​ເປັນ​ບ່ອນຢູ່​ຂອງ​ປະຊາຊົນ​ຈຳນວນ​ໜຶ່ງ​ສ່ວນ​ສີ່​ຂອງ​ປະ​ເທດ.

   ຂ່າວ​ບອກ​ວ່າ: ທ່ານ ​ໂຈ​ໂກ ວິ​ໂດ​ໂດ ປະທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ​ນັ້ນ​ບໍ່ພໍ​ໃຈ​ກັບ​ວິ​ທີ​ເຮັດ​ວຽກ​ຂອງ​ພະນັກງານ​ລັດ​ທີ່​ຊັກ​ຊ້າ ການ​ໃຫ້​ບໍລິການ​ບໍ່​ໄດ້​ມາດຕະຖານ ​ເຊັ່ນ: ການ​ສ້ອມ​ແປງ​ເສັ້ນທາງ ທ່າ​ເຮືອ ສະໜາມ​ບິນ ກໍ​ຄື ສາທາລະນຸປະ​ໂພ​ກປະ​ເພດ​ຕ່າງໆພາຍ​ໃນ​ປະ​ເທດ ​ເຊິ່ງ​ເປັນ​ອຸປະສັກ​ໃນ​ການ​ດຶງ​ດູດ​ການ​ລົງທຶນ ​ເພື່ອ​ຍົກ​ລະດັບ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ ພາຍ​ໃຕ້​ການ​ອະນຸຍາດ​ຢ່າງ​ເປັນ​ທາງ​ການ​ດັ່ງກ່າວ ປະຊາຊົນ​ສາມາດ​ໂທ ຫຼື ສົ່ງ​ຂໍ້ຄວາມ​ໄປ​ຫາ​ພະນັກງານ​ທີ່​ຂາດ​ຄວາມ​ຮັບຜິດຊອບ​ໃຫ້​ບໍລິການ​ບໍ່​ໄດ້​ເລື່ອງ​ໃນ​ການ​ສ້ອມ​ແປງ​ເສັ້ນທາງ​ໄປ​ຮອດ​ການ​ສ້ອມ​ແປງ​ໄຟ​ສັນຍານ​ຈະລາ ຈອນ ​ເພື່ອ​ໃຫ້​ພະນັງານ​ກ່ຽວຂ້ອງ​ຕື່ນ​ໂຕ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ໃຫ້​ດີ​ຂຶ້ນ ສົມ​ກັບ​ວ່າ​ພະນັກງານ​ລັດ​ມີໜ້າ​ທີ່​ຮັບ​ໃຊ້​ປະຊາຊົນ​ແທ້.

   ທີ່ ອຽກລັງ: ຂ່າວ​ໃນຕົ້ນ​ເດືອນ​ຕຸລາ ປີ 2018 ​ໃຫ້​ຮູ້​ວ່າ: ທ່ານ ​ເດ​ນິດ ນໍ​​ເຕິ​ນ (Denis Naughten) ລັດຖະມົນຕີ​ກະຊວງ​ຄົມມະນາຄົມ ກິດຈະການ​ດິນ​ຟ້າ​ອາກາດ ​ແລະ ສິ່ງ​​ແວດ​ລ້ອມ ​ໄດ້​ຕັດສິນ​ໃຈ​ຂຽນ​ໃບ​ລາ​ອອກ​ຈາກ​ໜ້າ​ທີ່ຍ້ອນ​ຄະດີ​ພົວພັນ​ກັບ​ເລື່ອງ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ກັບ​ນັກ​ລົງທຶນ​ຕ່າງປະ​ເທດ ​ເລື່ອງ​ມີ​ຢູ່​ວ່າ ທ່ານ​ລັດຖະມົນຕີ​ຄົນ​ນີ້​ມີໜ້າ​ທີ່​ຮັບຜິດຊອບ​ໂຄງການ​ຂະຫຍາຍ​ເຄືອ​ຄ່າຍ​ໂທລະທັດ​ຈໍ​ໃຫຍ່​ເຂົ້າ​ທຸກໆ​ຄົວ​ເຮືອນ ​ໂດຍ​ສະ​ເພາະ ​ແມ່ນ​ໃນ​ເຂດ​ຊົນນະບົດ ​ເຊິ່ງ​ເປັນ​ໂຄງການ​ທີ່​ລັດ​ລົງທຶນ​ສະ​ເພາະ ​ໂຄງການ​ທີ່​ມີ​ມູນ​ຄ່າ​ມະຫາສານ​ນີ້​ແນ່ນອນ​ຕ້ອງ​ມີ​ການ​ປະມູນ ໜຶ່ງ​ໃນ​ຈຳນວນ​ຜູ້​ປະມູນ ກໍ​ຄື ທ່ານ ​ເດ​ວິດ ​ແມ​ກຄອດ ນັກ​ລົງທຶນ​ຈາກ​ສະຫະລັດ​ ຄວາມ​ຜິດພາດ​ທີ່​ບັງຄັບ​ໃຫ້​ລັດຖະມົນຕີ​ຄົນ​ນີ້​ຕ້ອງ​ລາ​ອອກ ກໍ​ຄື ​ເຂົ​າ​ໄດ້​ໄປ​ຮັບ​ປະທານ​ອາຫານ​ຄໍ່າ​ຫຼາຍ​ຄັ້ງ ​ໂດຍ​ແມ່ນ​ນັກ​ລົງ​ທຸລະ​ກິດ​ຄົນ​ອາ​ເມຣິກາ​ຄົນ​ນີ້​ເປັນ​ເຈົ້າພາບ​ລ້ຽງ ​ເຫດການ​ນີ້​ໄດ້​ກາຍ​ເປັນ​ຈຸດ​ວິພາກ​ວິຈານ​ຈາກ​ສັງຄົມ​ຢ່າງ​ດຸ​ເດືອດ ​ເຖິງ​ຂັ້ນ​ທ່ານ​ລັດຖະມົນຕີ​ຕ້ອງ​ໄດ້​ລາ​ອອກ ​ເພື່ອຮັກສາ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ລັດຖະບານ.

error: Content is protected !!