ທຫລ ແລະ ທຄຕລ ມອບເງິນຊ່ວຍເຫຼືອຕ້ານພະຍາດໂຄວິດ

    ວັນທີ 4 ພຶດສະພາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ມອບເງິນພາກສ່ວນລະ 500 ລ້ານກີບໃຫ້ລັດຖະບານ ເພື່ອປະກອບສ່ວນໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ກ່າວມອບໂດຍທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ບົວວັນ ສີມະລີວົງ ຮອງຜູ້ອຳນວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ຮັບໂດຍທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໂອກາດນີ້ທ່ານ ບຸນກອງ ສີຫາວົງ ໄດ້ຕາງໜ້າໃຫ້ລັດຖະບານ ສະແດງຄວາມຂອບໃຈມາຍັງສອງທະນາຄານທີ່ໄດ້ປະກອບສ່ວນອັນສຳຄັນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ເງິນຈຳນວນນີ້ເຂົ້າໃນວຽກງານທີ່ຈຳເປັນຢ່າງໂປ່ງໃສ ແລະ ເກີດຜົນປະໂຫຍດສຸງສຸດ ເພື່ອບັນເທົາຄວາມຫຍຸ້ງຍາກ ແລະ ແກ້ໄຂບັນຫາຕ່າງໆຕໍ່ວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ.

# ຂ່າວ & ພາບ : ລັດເວລາ

error: Content is protected !!