ນິວ​ຢອກ ກວດ​ພົບ​ເດັກ​ທີ່​ມີ​ອາການ​ຜິດ​ປົກກະຕິ ອາດ​ເກີດ​ຈາກ COVID-19

    ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ສຳນັກ​ຂ່າວ Xinhua ວ່າ: ນັກວິຊາການ​ທີ່​ກ່ຽວຂ້ອງ​ກ່າວ​ໃນ​ວັນ​ອັງ ຄານ​ວານ​ນີ້​ວ່າ​ເດັກນ້ອຍ 15 ຄົນ​ໃນ​ນະຄອນ​ນິວ​ຢອກ (NYC) ສະຫະລັດ​ອາ​​ເມຣິ​ກາ ໄດ້​ເຂົ້າ​ຮັບ​ການ​ປິ່ນປົວ​ຢູ່​ໂຮງໝໍ ດ້ວຍ​ໂລກ​ທີ່​ອາດ​ຈະ​ພົວພັນ​ກັບ COVID-19.

    ທ່ານ Bill de Blasio ຜູ້​ວ່າ​ນະຄອນຫຼວງ​ນິວ​ຢອກ ໄດ້​ກ່າວ​ໃນ​ບົດ​ລາຍ​ງານ​ປະຈຳ​ວັນ​ຂອງ​ລາວ​ວ່າ:   ເດັກນ້ອຍ​ຈຳນວນ​ດັ່ງກ່າວ​ໄດ້​ສະແດງ​ອາການ​ອັກ ເສບ​ຫຼາຍ​ລະບົບ​ທີ່​ມີ​ໄຂ້​ເປັນ​ປະຈຳ ເປັນ​ຕຸ່ມ​ເປັນ​ຜື່ນ ເຈັບທ້ອງ ຮາກ ໃນ​ນັ້ນ 4 ຄົນ ໄດ້​ກວດ​ພົບ​ຜົນ​ບວກ​ຂອງ COVID-19 ສ່ວນ​ອີກ 6 ຄົນ​ແມ່ນ​ມີ​ພູມ​ຕ້ານທານ ເຖິງ​ແມ່ນ​ວ່າ​ມີ​ອາການ​ທີ່​ແຕກ​ຕ່າງ​ກັບ​ຜູ້​ທີ່​ຕິດເຊື້ອ COVID-19 ຫຼາຍ​ແສນ​ຄົນ ແຕ່​ການ​ເກີດ​ກໍລະນີ​ນີ້ ມັນ​ໄດ້​ສ້າງ​ຄວາມ​ກັງວົນ​ໃຈ​ໃຫ້​ກັບ​ພວກ​ເຮົາ.

    ທ່ານ Oxiris Barbot ນັກວິຊາການ​ຈາກ ຄະນະ​ກຳມະການ​ສາທາລະນະ​ສຸກ​ນະຄອນຫຼວງ​ນິວ​ຢອກ ກ່າວ​ວ່າ: ກໍລະນີ​ທີ່​ກວດ​ພົບ​ນີ້ ຢູ່​ລັດ​​ບອສ​ຕັນ ແລະ ຟີ​ລາ​ເດລ​ເຟຍ ກໍ​ກວດ​ພົບ 2-3 ກໍລະນີ​ເຊັ່ນ​ກັນ ພວກ​ເຮົາ​ບໍ່​ແນ​ໃຈ​ວ່າ​ຈະ​ຈັດການ​ແນວໃດ​ກັບ​ກໍລະນີ​ທີ່​ເກີດ​ຂຶ້ນ ມີ​ພຽງ​ແຕ່​ໄດ້​ຕິດຕາມ​ໄປ​ໃນ​ແຕ່​ລະ​ວັນ​ກ່ຽວ​ກັບ​ທຸກ​ກໍລະນີ​ຂອງ​ການ​ລະບາດ​ຂອງ COVID-19.  

    ຈາກ​ກໍລະນີ​ດັ່ງກ່າວ​ເຮັດ​ໃຫ້​ພະ​ແນກ​ສາທາລະນະ​ສຸກ​ຂອງ ນະຄອນຫຼວງ​ນິວ​ຢອກ ໄດ້​ແຈ້ງ​ໃຫ້​ຫົວໜ່ວຍ​ໃຫ້​ບໍລິການ​ດ້ານ​ສຸຂະພາບ ຕ້ອງ​ໄດ້​ລາຍ​ງານ​ດ່ວນ​ຫາກ​ກວດ​ພົບ​ຄົນ​ເຈັບ​ທີ່​ມີ​ອາການ​ດັ່ງກ່າວ ທີ່​ມີ​ອາຍຸ​ຕ່ຳ​ກວ່າ 21 ປີ.

    ພະ​ແນກ​ສາທາລະນະ​ສຸກ​ຂອງ​ນິວ​ຢອກ ຍັງ​ໄດ້​ລະບຸ​ໃນ​ບົດ​ລາຍ​ງານ​ວ່າ: ຄົບ​ເຈັບ​ທີ່​ຕິດເຊື້ອ​ແມ່ນ​ຈະ​ມີ​ອາການ​ຄ້າຍຄື​ກັບ ການ​ຊັກ​ຈາກ​ການ​ຕິດເຊື້ອ (toxic shock) ຫຼື ໂຣກ Kawasaki ເຊິ່ງ​ເປັນ​ໂຣກ​ແພ້​ພູມ​ຕົນ​ເອງ​ທີ່​ບໍ່​ພົບ​ງ່າຍ​ໃນ​ຄົນ​ເຈັບ ເຊິ່ງ​ຈະ​ສົ່ງ​ຜົນ​ໃຫ້​ຫຼອດ​ເລືອດ​ແດງ​ອັກເສບ.

       ເຖິງ​ແມ່ນ​ວ່າ​ຍັງ​ບໍ່​ພົບ​ກໍລະນີ​ທີ່​ເສຍ​ຊີວິດ​ກໍ​ຕາມ ຂະນະ​ທີ່​ເດັກນ້ອຍ​ຈຳນວນ​ດັ່ງ​ກ່າວ​ຫຼາຍ​ກວ່າ​ເຄິ່ງ​ໜຶ່ງ ຕ້ອງການ​ໃຫ້​ມີ​ການ​ຕິດຕາມ​ຄວາມດັນ​ເລືອດ ແລະ ອີກ 5 ຄົນ​ແມ່ນ​ຕ້ອງການ​ເຄື່ອງ​ຊ່ວຍ​ຫາຍໃຈ.

ສ່ວນ​ຕົວ​ເລກ​ຜູ້​ຕິດເຊື້ອ COVID-19 ໃນ​ນະຄອນຫຼວງ​ນິວ​ຢອກ ຕາມ​ບົດ​ລາຍ​ງານ​ປະຈຳ​ວັນ​ຮອດ​ຕອນ​ແລງ​ຂອງ​ວັນ​ອັງຄານ ທີ 5 ພຶດສະພາ ຜ່ານ​ມາ ແມ່ນ​ມີ 176.000 ກໍລະນີ.  

error: Content is protected !!