ປກສ ເມືອງສີສັດຕະນາກ ສືບຕໍ່ໃຊ້ມາດຕະການຕໍ່ຮ້ານອິນເຕີເນັດຄາເຟ່ ທີ່ລະເມີດຄຳສັ່ງ

    ວັນທີ 22 ພະຈິກ 2021 ພະແນກສັນຕິບານ ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນ ຫຼວງວຽງຈັນ (ນວ) ໄດ້ສົມທົບກັບອຳນາດການປົກຄອງບ້ານໂພນປ່າເປົ້າ ກວດພົບເຫັນຮ້ານອິນເຕີເນັດຄາເຟ່ 1 ຮ້ານ ລັກເປີດເຕີມເຊີ ຢູ່ບ້ານໂພນປ່າເປົ້າ ໜ່ວຍ 24 ເຮືອນເລກທີ 494 ເມືອງສີສັດຕະນາກ ເຊິ່ງເປັນການລະເມີດຕໍ່ແຈ້ງການ 40/ສພກ ນວ.

    ຜ່ານການກວດກາຂອງເຈົ້າໜ້າທີ່ ໃຫ້ຮູ້ໄດ້ວ່າ: ຮ້ານດັ່ງກ່າວ ເປັນຮ້ານຂອງນາງ ວົງສາຍຄຳ ອາຍຸ 30 ປີ ອາຊີບຄ້າ-ຂາຍ ທີ່ລັກເປີດໃຫ້ບໍລິການລູກຄ້າເຕີມເຊີ (ຫຼີ້ນການພະນັນອອນລາຍ) ຢູ່ພາຍໃນຮ້ານພົບເຫັນຄອມພິວເຕີ 1 ຊຸດ ພ້ອມດ້ວຍອຸປະກອນປິ່ນເຊີ 1 ອັນ ເຈົ້າໜ້າທີ່ ຈຶ່ງໄດ້ຍຶດອຸປະກອນຈຳນວນດັ່ງກ່າວ ພ້ອມທັງໃຫ້ຢຸດເຊົາ ຈົນກວ່າຈະໄດ້ຮັບການແກ້ໄຂ ສໍາລັບເຈົ້າຂອງຮ້ານເຈົ້າໜ້າທີ່ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ເຊີນຜູ້ກ່ຽວມາສຶກສາອົບຮົມ ກ່າວເຕືອນ ແລະ ປັບໃໝຕາມລະບຽບການ.

    ກອງບັນຊາການ ປກສ ນວ ຂໍຮຽກຮ້ອງໃຫ້ເຈົ້າຂອງກິດຈະການ ບັນດາຫົວໜ່ວຍທຸລະກິດ ໃຫ້ປະຕິ ບັດຕາມຄຳສັ່ງ ແລະ ແຈ້ງການຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ຖ້າຍັງສືບຕໍ່ລະເມີດ ຈະໄດ້ນຳໃຊ້ມາດຕະການທາງກົດໝາຍໂດຍບໍ່ມີຂໍ້ຍົກເວັ້ນ ຖ້າພົບເຫັນສະຖານທີ່ ຫົວໜ່ວຍທຸລະກິດໃດ ລະເມີດຕໍ່ແຈ້ງການ ຄໍາສັ່ງ ສາມາດແຈ້ງມາທາງເຟສບຸກ ປກສ ນວ ຫຼື ເບີວ໋ອດແອບ 020: 28879 9774.

# ຂ່າວ – ພາບ : ສະບາໄພ

error: Content is protected !!