ສປປ ລາວ ເສຍຊີວິດເພີ່ມ 5 ຄົນ ຈາກພະຍາດໂຄວິດ-19

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼ່ງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 24 ພະຈິກ 2021 ຢູ່ກະຊວງສາທາລະນະສຸກ.

    ວັນທີ 23 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.489 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ທັງໝົດ 1.336 ຄົນ (ຕິດເຊື້ອພາຍໃນ 1.330 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ) ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ 1.330 ຄົນ ຈາກ 18 ແຂວງ ຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ລາຍລະອຽດດັ່ງນີ້: ນະຄອນຫຼວງວຽງຈັນ 712 ຄົນ ໃນ 146 ບ້ານ ແລະ 8 ເມືອງ ແຂວງຜົ້ງສາລີ 137 ຄົນ ຫຼວງພະບາງ 93 ຄົນ ຈຳປາສັກ 65 ຄົນ ສະຫວັນນະເຂດ 62 ຄົນ ແຂວງວຽງຈັນ 58 ຄົນ ບໍ່ແກ້ວ 44 ຄົນ ບໍລິຄຳໄຊ 40 ຄົນ ໄຊຍະບູລີ 31 ຄົນ ອຸດົມໄຊ 19 ຄົນ ຫົວພັນ 18 ຄົນ ສາລະວັນ 18 ຄົນ ອັດຕະປື 11 ຄົນ ຫຼວງນ້ຳທາ 9 ຄົນ ຄຳມ່ວນ 4 ຄົນ ເຊກອງ 4 ຄົນ ໄຊສົມບູນ 3 ຄົນ ແລະ ແຂວງຊຽງຂວາງ 2 ຄົນ. ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ ຈາກແຂວງສະຫວັນນະເຂດ 2 ຄົນ ແລະ ນະຄອນຫຼວງວຽງຈັນ 4 ຄົນ. ມາຮອດວັນທີ 24 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ ມີ ທັງໝົດ 65.818 ຄົນ ເສຍຊີວິດສະສົມ 142 ຄົນ (ໃໝ່ 5ຄົນ) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 23 ພະຈິກ 2021 ຈຳນວນ 903 ຄົນ ແລະ ກໍາລັງປິ່ນປົວ 11.028 ຄົນ. ສຳລັບ ລາຍລະອຽດຜູ້ເສຍຊີວິດໃໝ່ຈຳນວນ 5 ຄົນ ມີດັ່ງນີ້: ຜູ້ທີ່ 1.ເພດຊາຍ ອາຍຸ 32 ປີ ອາຊີບ ກຳມະກອນ ບ້ານສີຫອມ ເມືອງຈັນທະບູລີ ນວ ຜູ້ທີ 2.ເພດຍິງ ອາຍຸ 70 ປີ ບ້ານໂຊກຄຳ ເມືອງໄຊເສດຖາ ນວ ຜູ້ທີ 3.ເພດຊາຍ ອາຍຸ 23 ປີ ອາຊີບກໍາມະກອນ ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນວ ຜູ້ທີ 4.ເພດຊາຍ ອາຍຸ 47 ປີ ບ້ານນໍ້າຫຸມ ເມືອງນາຊາຍທອງ ນວ ແລະ ຜູ້ທີ 5.ເພດຊາຍ ອາຍຸ 72 ປີ ບ້ານນາຄູນ ເມືອງນາຊາຍທອງດ ນວ. ປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ 1.014 ບ້ານ 85 ເມືອງ ແລະ 18 ແຂວງ. ບ້ານທີ່ກໍານົດເປັນເຂດແດງໃໝ່ ໃນວັນທີ 23 ພະຈິກ 2021 ມີ 19 ບ້ານ ໃນ 15 ເມືອງ 10 ແຂວງ. ບ້ານແດງກາຍເປັນບ້ານເຫຼືອງໃນນະຄອນຫຼວງວຽງຈັນມີ 3 ບ້ານຄື: ບ້ານຫົວຊ້າງ ບ້ານປາກຊາບເກົ່າ ແລະ ບ້ານໃຫຍ່ຈະເລີນ. ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ ເຮັດໃຫ້ຕົວເລກຜູ້ຕິດເຊືື້ອສະສົມໃນທົ່ວໂລກມີທັງໝົດ 258.967.144 (ໃໝ່ 522.595 ຄົນ) ເສຍຊິວິດທັງໝົດ 5.181.806 ຄົນ (ໃໝ່ 6.979 ຄົນ) ແລະ ປີ່ນປົວຫາຍດີ 234.275.074 ຄົນ (ໃໝ່ 420.210 ຄົນ).

error: Content is protected !!