ເມືອງຈໍາພອນ ແຂວງສະຫວັນນະເຂດ ຈັດພິທີປະກາດການຈັດຕັ້ງຜູ້ອໍານວຍການໂຮງຮຽນປະຖົມ-ມັດທະຍົມຕົ້ນ 10 ແຫ່ງຂຶ້ນວັນທີ 23 ພະຈິກ 2021 ຢູ່ເມືອງດັ່ງກ່າວ ໂດຍມີທ່ານ ນາງ ພູທອງ ແກ້ວໄຊຍະພອນ ຮອງເຈົ້າເມືອງຈໍາພອນ ທ່ານ ວິໄລພອນ ສີຫາວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈຳພອນ ພ້ອມດ້ວຍພະນັກງານ-ຄູອາຈານ ແລະ ບ້ານໃນ 10 ກຸ່ມໂຮງຮຽນເຂົ້າຮ່ວມ.

ທ່ານ ສະໄຫວ ສຸດມຸຍນີ ໝ່ວຍງານພັດທະນາຄູ ຫ້ອງການສຶກສາທິການ ແລະ ກິລາເມືອງຈໍາພອນ ໄດ້ຂຶ້ນຜ່ານບົດລາຍງານ 10 ໂຮຽຮຽນ ໃນນັ້ນ ມີໂຮງຮຽນປະຖົມ 9 ແຫ່ງ ແລະ ມັດທະຍົມຕົ້ນ 1 ແຫ່ງໂຮງຮຽນປະຖົມ ມີຄູອາຈານ 31 ຄົນ ຍິງ 18 ຄົນ ມີນັກຮຽນ 906 ຄົນ ຍິງ 461 ຄົນ ໂຮງຮຽນມັດທະຍົມຕົ້ນ ມີຄູອາຈານ 13 ຄົນ ຍິງ 9 ຄົນ ມີນັກຮຽນ 165 ຍິງ 87 ຄົນ ຈາກນັ້ນ ທ່ານ ສີສຸວັນ ໄຊຍະວົງສາ ຫົວໜ້າຈັດຕັ້ງຫ້ອງການສືກສາທິການ ແລະ ກີລາເມືອງຈຳພອນ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຜູ້ອໍານວຍການໂຮງຮຽນປະຖົມສົມບູນ ແລະ ມັດທະຍົມຕົ້ນໃນ 10 ແຫ່ງຂອງເມືອງຕື່ມອີກ .

ທ່ານ ນາງ ພູທອງ ແກ້ວໄຊຍະພອນ ໄດ້ໂອລົມຕໍ່ຄູ ອາຈານຜູ້ທີ່ໄດ້ຮັບການຕໍາແໜ່ງໃໝ່ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສໍາເລັດ ເພື່ອເຮັດໃຫ້ໂຮງຮຽນມີການພັດທະນາ ບັນລຸເປົ້າໝາຍເປັນໂຮຽຮຽສີຂຽວ ຄູສອນດີ ມີນັກຮຽນຮຽນເກັ່ງ ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ພາຍໃນໂຮຽຮຽນ ໂດຍສະເພາະການເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.