ຈັດ​ສົ່ງ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ

    ໂດຍ​ປະຕິບັດ​ຕາມ​ສັນຍາ​ຂອງ​ສອງ​ລັດຖະບານ ແລະ  ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ສອງ​ຄະນະ​ປະຕິບັດ​ງານ​ພິເສດ​ລາວ-ຫວຽດນາມ​ໃນ​ການ​ຊອກ​ຂຸດ​ຄົ້ນ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ​ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່​ລາວ ເວົ້າ​ລວມ​ເວົ້າ​ສະເພາະ​ກໍ​ຄື​ຢູ່​ກອງ​ບັນຊາ​ການ​ທະຫານ ນວ ໄດ້​ມີ​ການ​ຮ່ວມ​ມື​ກັນ​ແຕ່​ປີ 2000 ຈົນ​ເຖິງ​ປັດຈຸບັນ ສະເພາະ​ປີ 2020 ສາມາດ​ຂຸດ​ຄົ້ນ​ໄດ້ 2 ອັດຖິ​ໂອກາດ​ດຽວ​ກັນ​ນີ້​ກອງ​ບັນຊາ​ການ​ທະຫານ ນວ ໄດ້​ຈັດ​ພິທີ​ສົ່ງ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວ ຊານ​ຫວຽດນາມ​ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່​ລາວ​ກັບ​ຄືນ​ປະເທດ​ຢ່າງ​ສົມ​ກຽດ.

    ວັນ​ທີ 5 ພຶດສະພາ 2020 ທີ່​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ຈັດ​ສົ່ງ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ​ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່​ລາວ​ກັບ​ຄືນ​ປະເທດ 2 ອັດຖິ ມີ​ທ່ານ ​ພົ​ຈວ ສີ​ພອນ ຈັນ​ສົມ​ວົງ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ ນວ ທ່ານ ພັນ​ໂທ ຫງວ​​ຽນ ເມົາ​ນາມ ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ​ຂຸດ​ຄົ້ນ​ອັດຖິ ກອງ​ບັນຊາ​ການ​ທະຫານ​ແຂວງ​ຮ່າ​ຕີ໋ງ ມີ​ຄະນະ​ປະຕິບັດ​ງານ​ພິເສດ​ທັງ​ສອງ​ຝ່າຍ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ.

    ການ​ປະກອບ​ພິທີ​ດັ່ງກ່າວ​ໄດ້​ມີ​ການ​ເຂົ້າ​ວາງ​ພວງມາລາ ໃນ​ນັ້ນ ມີ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ ນວ ຄະນະ​ຫ້ອງ​ການເມືອງ ຄະນະ​ຫ້ອງ​ເສນາ​ທິ​ການ ຄະນະ​ຫ້ອງ​ພະລາທິການ ແລະ ຄະນະ​ຫ້ອງ​ເຕັກນິກ​ເພື່ອ​ໄວ້ອາໄລ ສະແດງ​ເຖິງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ຜົນງານ ຄຸນງາມຄວາມດີ​ຂອງ​ພະນັກງານ-ນັກ ຮົບ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ​ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່​ລາວ ໃນ​ການ​ຕໍ່ສູ້​ກູ້​ຊາດ​ໃນ​ພາລະກິດ​ອັນ​ສູງ​ສົ່ງ ເພື່ອ​ຄວາມ​ພູນ​ສຸກ​ຄວາມ​ເປັນ​ເອກະລາດ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ໃນ​ການ​ປະຕິບັດ​ໜ້າທີ່​ສາກົນ​ຂອງ​ບັນດາ​ສະຫາຍ​ນັກຮົບ​ວີລະ​ຊົນ​ຢ່າງ​ອົງອາດ​ກ້າຫານ​ຕໍ່ສູ້​ບໍ່​ຍອມ​ຈຳນົນ ຈົນ​ໄດ້​ຮັບ​ໄຊຊະນະ​ມາ​ໄດ້​ເຖິງ​ປັດຈຸບັນ.

error: Content is protected !!