ທ່ານ ວິໄລ ຫຼ້າຄໍາຟອງ ໄດ້ຮັບເລື່ອນຊັ້ນເປັນພົນເອກ

    ວັນທີ 26 ພະຈິກ 2021 ທີ່ສະໂມສອນສະໜາມມ້າ ກະຊວງປ້ອງກັນຄວາມສະຫງົບ ໄດ້ມີພິທີປະກາດເລື່ອນຊັ້ນຈາກພົນໂທ ຂຶ້ນເປັນພົນເອກ ໃຫ້ທ່ານ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ປະກາດເລື່ອນຊັ້ນຈາກພົນຕີ ຂຶ້ນເປັນພົນໂທ ໃຫ້ທ່ານ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ປະດັບຊັ້ນຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ມີການນໍາຂັ້ນສູງພັກ-ລັດ ຄະນະບັນຊາ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດອ້ອມຂ້າງສູນກາງເຂົ້າຮ່ວມຢ່າງພ້ອມພຽງ ເພື່ອປະຕິບັດຕາມລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ.

    ໃນໂອກາດນີ້ ທ່ານ ພັນຄໍາ ວິພາວັນ ໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ພິທີ ຊຶ່ງກ່ອນອື່ນ ທ່ານໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານ ສະແດງຄວາມຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນເທື່ອນີ້ ເຊິ່ງຢັ້ງຢືນໃຫ້ເຫັນເຖິງຜົນງານການປະກອບສ່ວນພັດທະນາວຽກງານ ປກສ ໃນຜ່ານມາ ເປັນກໍາລັງທີ່ໄວ້ເນື້ອເຊື້ອໃຈຂອງພັກ-ລັດ ແລະ ປະຊາຊົນ ແນວໃດກໍຕາມ ໃນຕໍ່ໜ້າ ທ່ານນາຍົກລັດຖະມົນຕີໄດ້ຊີ້ນໍາໃຫ້ຄະນະພັກ-ຄະນະບັນຊາ ຂອງກໍາລັງປ້ອງກັນຄວາມສະຫງົບ ສືບຕໍ່ເອົາໃຈໃສ່ບາງບັນຫາ ເປັນຕົ້ນແມ່ນການຮັກສາສະເຖຍລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍສະເພາະ ເອົາໃຈໃສ່ເພີ່ມທະວີການຈັດຕັ້ງຜັນຂະຫຍາຍ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຂອງພັກ ເພີ່ມທະວີວຽກງານສະກັດກັ້ນ ທັບມ້າງທຸກກົນອຸບາຍ ການເຄື່ອນໄຫວຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ລວມເຖິງບັນດາໜໍ່ແໜງທີ່ພາໃຫ້ເກີດຄວາມບໍ່ສະຫງົບ ເອົາໃຈໃສ່ປັບປຸງແບບແຜນວິທີການເຮັດວຽກໃຫ້ສອດຄ່ອງຫຼັກການ ກໍຄືໜ້າທີ່ການເມືອງ ແລະ ແກ້ໄຂບັນຫາໃຫ້ຈະແຈ້ງ ເປັນລະບົບ ອັນສໍາຄັນແມ່ນຕ້ອງເດັດຂາດແກ້ໄຂຕໍ່ການປະພຶດແບບອາຍາສິດ ການສໍ້ລາດບັງຫຼວງ ການເສື່ອມຖອຍທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນ ທໍາປະຕິວັດ ປັບປຸງພັກໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ເອົາໃຈໃສ່ການຕິດຕາມກວດກາລະຫວ່າງຂັ້ນເທິງກັບຂັ້ນລຸ່ມໃຫ້ເປັນປົກກະຕິ ເຂັ້ມງວດຕາມຫຼັກການ ແລະ ແກ້ໄຂຖັນແຖວພະນັກງານທີ່ປະພຶດບໍ່ດີຢ່າງເດັດຂາດ ແລະ ເຖິງຖອງ. ນອກຈາກນີ້ ກໍເອົາໃຈໃສ່ສູ້ຊົນວຽກງານພາລາທິການກັບທີ່ຕາມເງື່ອນໄຂ ທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ປະເທດໃກ້ຄຽງ ເພື່ອຮ່ວມມືແກ້ໄຂຄວາມບໍ່ສະຫງົບ ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ປາກົດການຫຍໍ້ທໍ້ຕ່າງໆຕາມຊາຍແດນໃຫ້ມີຄວາມສະຫງົບດີຂຶ້ນ.

# ຮູບ – ຂ່າວ : ໄຊບັນດິດ

error: Content is protected !!