ມີນັກຮຽນ 6.000 ກວ່າຄົນ ເຂົ້າຮ່ວມການສອບເສັງຄັດເລືອກເຂົ້າຮຽນ ມຊ

    ວັນທີ 25 ພະຈິກ 2021 ມຊ ສຳເລັດການສອບເສັງຄັດເລືອກເອົານັກສຶກສາປະຈຳສົກສຶກສາ 2021-2022 ມີຈຸດສູນລວມຄະນະກຳມະການ ຕັ້ງຢູ່ທີ່ສະໂມສອນຂອງສະຖາບັນຂົງຈື ມຊ ໂດຍມີທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ລົງຕິດຕາມການສອບເສັງ ພ້ອມດ້ວຍທ່ານຮັກສາການອະທິການບໍດີ ມຊ ບັນດາທ່ານຮອງອະທິການບໍດີ ບັນດາຄະນະກຳມະການຮັບຜິດຊອບການສອບເສັງຜ່ານທາງລະບົບອອນລາຍ ແລະ ບັນດາຄະນະກຳມະການທັງ 12 ຈຸດເຂົ້າຮ່ວມ.

    ສົກສຶກສາ 2021-2022 ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ທາງ ມຊ ຈຶ່ງໄດ້ຫັນປ່ຽນຈາກການສອບເສັງແບບເຊິ່ງໜ້າ ມາເປັນການສອບເສັງແບບທາງໄກ (ລະບົບອອນລາຍ) ໂດຍນຳໃຊ້ Google Platform (Gmail Classroom Meet and Chrome) ໃນການສອບເສັງຄັ້ງນີ້ ມຊ ໄດ້ວາງແຜນ ແລະ ກຽມຄວາມພ້ອມໃນທຸກໆດ້ານ ເປັນຕົ້ນແມ່ນການພັດທະນາໂປຣແກມເພື່ອຮັບຮອງໃຫ້ການສອບເສັງມີປະສິດຕິພາບ ການແຕ່ງຕັ້ງອະນຸກຳມະການ ແລະ ຈັດເຝິກອົບຮົມດ້ານເຕັກນິກໄອທີໃຫ້ແຕ່ລະອະນຸກຳມະການ ໄດ້ຈັດການສອບເສັງທົດລອງເຖິງ 2 ຄັ້ງ ເພື່ອໃຫ້ນັກສອບເສັງມີຄວາມພ້ອມ ແລະ ເຂົ້າໃຈລະບົບການສອບເສັງແບບທາງໄກ ເຊິ່ງການສອບເສັງຄັດເລືອກເອົານັກສຶກສາໃນສົກສຶກສາ 2021-2022 ໄດ້ແບ່ງອອກເປັນ 12 ຈຸດສອບເສັງ 91 ຈຸ 458 ຫ້ອງສອບເສັງ ກຳມະການຍາມຫ້ອງສອບເສັງຈໍານວນ 458 ທ່ານ ແລະ ຫ້ອງ 1 ບັນຈຸນັກສອບເສັງຈຳນວນ 20 ຄົນ ຈຳນວນນັກຮຽນທີ່ມີໜ້າສອບເສັງຕົວຈິງຈຳນວນ 6.625 ຄົນ ການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມຄື ກຸ່ມ A ສອບເສັງວິຊາ ຄະນິດສາດ  ຟີຊິກສາດ ພາສາລາວ-ວັນນະຄະດີ ເຄມີສາດ ຊີວະສາດ ແລະ ພາສາອັງກິດ (ມີຜູ້ສອບເສັງຕົວຈິງຈຳນວນ 2.378 ຄົນ) ແລະ ກຸ່ມ B ສອບເສັງວິຊາຄະນິດສາດ ພາສາລາວ-ວັນນະຄະດີ ພູມສາດ ປະຫວັດສາດ ແລະ ພາສາອັງກິດ (ມີຜູ້ສອບເສັງຕົວຈິງຈຳນວນ 4.249 ຄົນ) ການສອບເສັງແມ່ນຈັດຂຶ້ນພາຍໃນໜຶ່ງວັນ ເລີ່ມຕອນເຊົ້າເວລາ 9:00 ໂມງ ເຖິງ 11:00 ໂມງ ແລະ ຕອນບ່າຍເວລາ 14:00 ໂມງເຖິງ 15:30 ນາທີ ສ່ວນຜົນການສອບເສັງ ຄາດວ່າຈະປະກາດໃຫ້ຮູ້ພາຍໃນ 2 ອາທິດ.

# ຂ່າວ & ພາບ : ບຸນມີ ສີວິໄລ

error: Content is protected !!