ກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13

    ວັນທີ 25-26 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ ພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13 ຜ່ານລະບົບກອງປະຊຸມທາງໄກ ພາຍໃຕ້ຫົວຂໍ້: “ສ້າງຄວາມເຂັ້ມແຂງການຮ່ວມມືຫຼາຍຝ່າຍ ເພື່ອການຈະເລີນ ເຕີບໂຕຮ່ວມກັນ”. ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໂດຍການເປັນປະທານຂອງພະນະທ່ານ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ ແລະ ຈະມີບັນດາຜູ້ນຳຈາກຄູ່ຮ່ວມມື 51 ປະເທດ ແລະ 2 ອົງການຈັດຕັ້ງສາກົນ ຈາກພາກພື້ນອາຊີ ແລະ ເອີຣົບ ເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ ໂດຍໄດ້ຍົກເອົາຫຼາຍຫົວຂໍ້ຂຶ້ນມາປຶກສາຫາລືຮ່ວມກັນ ໂດຍສະເພາະ ໝາກຜົນຂອງການຮ່ວມມືອາຊີ-ເອີຣົບ ໃນໄລຍະຜ່ານມາ ທີ່ໄດ້ນໍາເອົາຜົນປະໂຫຍດມາສູ່ສອງພາກພື້ນອາຊີ-ເອີຣົບ ໂດຍຜ່ານບັນດາໂຄງການ ແລະ ແຜນງານຕ່າງໆທີ່ບັນດາປະເທດຄູ່ຮ່ວມມືໄດ້ຮ່ວມກັນຈັດຕັ້ງປະຕິບັດ. ພ້ອມດຽວກັນນັ້ນ ບັນດາຜູ້ນໍາຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ເພື່ອວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຮ່ວມມືໃນການຟື້ນຟູ ແລະ ພັດທະນາ ເສດຖະກິດ-ສັງຄົມຮອບດ້ານ ຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ສາມາດປັບໂຕໄດ້ເຂົ້າກັບສະພາບວິຖີຊີວິດແບບໃໝ່ໄດ້ຢ່າງມີປະສິດທິຜົນ. 

    ໃນກາລະໂອກາດດັ່ງກ່າວ ພະນະທ່ານນາຍົກລັດຖະມົນຕີ ກໍໄດ້ປະກອບຄຳເຫັນໃນຫົວຂໍ້: “ການພັດທະນາ ແລະ ການຟື້ນຟູເສດຖະກິດ-ສັງຄົມ ພາຍຫຼັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19” ເຊິ່ງໄດ້ເນັ້ນເຖິງຄວາມສຳຄັນຂອງການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະກັນ ລະຫວ່າງສອງພາກພື້ນອາຊີ-ເອີຣົບ ເພື່ອແກ້ໄຂຜົນກະທົບຂອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດ-ສັງຄົມ ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວໂດຍໄວ ໂດຍແນໃສ່ເພີ່ມທະວີການຊ່ວຍເຫຼືອດ້ານເຕັກນິກວິທະຍາສາດ ການແລກປ່ຽນຂໍ້ມູນຂ່າວສານການແພດ ແລະ ການສ້າງຄວາມເຂັ້ມແຂງດ້ານ ສາທາລະນະສຸກ ເພື່ອຮັບປະກັນໃຫ້ປະຊາຊົນສາມາດເຂົ້າເຖິງລະບົບສາທາລະນະສຸກທີ່ທັນສະໄໝ ລວມທັງການເຂົ້າເຖິງຢາປົວພະຍາດ ແລະ ການສະໜອງວັກຊິນໃຫ້ພຽງພໍ ແລະ ທົ່ວເຖິງ. ນອກຈາກນີ້້ ພະນະ ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນເຖິງຄວາມສຳຄັນການຮ່ວມມືດ້ານລະບົບຂົນສົ່ງທີ່ທັນສະໄໝ ເພື່ອຟື້ນຟູການໄປມາຫາສູ່ກັນລະຫວ່າງປະຊາຊົນ ຟື້ນຟູຕ່ອງໂສ້ເສດຖະກິດໂລກ ສົ່ງເສີມການຮ່ວມມືດ້ານການຄ້າ ການລົງທຶນ ການທ່ອງທ່ຽວ ການຊ່ວຍເຫຼືອບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີຄວາມເຂັ້ມແຂງ ໃຫ້ສາມາດເຂົ້າເຖິງຕະຫຼາດ ແລະ ແຫຼ່ງທຶນ ແລະ ການຮ່ວມມືດ້ານເສດຖະກິດດີຈີຕອນ ໂດຍໝູນໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາທັນສະໄໝ ເພື່ອອໍານວຍຄວາມສະດວກດ້ານການຄ້າ-ການລົງທຶນ ແລະ ການໄປມາຫາສູ່ຂອງປະຊາຊົນຂອງສອງພາກພື້ນ. 

    ກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13 ໄດ້ຮັບຮອງເອົາ 3 ເອກະສານສໍາຄັນຄື:​

  1. ຖະແຫຼງການຂອງປະທານກອງປະຊຸມສຸດຍອດອາເຊັມ ຄັ້ງທີ 13; 
  2. ຖະແຫຼງການພະນົມເປັນ ວ່າດ້ວຍການຟື້ນຟູເສດຖະກິດ- ສັງຄົມ ຫຼັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19; 
  3. ເອກະສານການເຊື່ອມຈອດອາເຊັມ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດຜັນຂະຫຍາຍຄວາມໝາຍໝັ້ນຂອງການຮ່ວມມືອາຊີ-ເອີຣົບໃຫ້ເກີດປະສິດທິຜົນ ແລະ ນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນຂອງສອງພາກພື້ນອາຊີ ແລະ ເອີຣົບ ໃນຕໍ່ໜ້າ.

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!