ສປປ ລາວ ໄດ້ຮັບຊ່ວຍເຫຼືອວັກຊີນກັນພະຍາດໂຄວິດ-19 ຈໍານວນ 600.000 ກ່ວາໂດສ

    ສປປ ລາວ ໄດ້ຮັບການບໍລິຈາກວັກຊີນປ້ອງກັນພະຍາດໂຄວິດ-19 ແອສຕຣາ ເຊເນກາ(AstraZeneca) ຈໍານວນ 600.000 ກ່ວາໂດສ ໂດຍຜ່ານ COVAX Facility ເຊິ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI) ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO) ໂດຍມີອົງການອຸຍນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ ເເລະ ເປັນການຈັດສົ່ງວັກຊີນຊຸດທີ 6 ພາຍໃຕ້ COVAX ພາຍຫຼັງການບໍລິຈາກໃນຕົ້ນເດືອນພະຈິກທີ່ຜ່ານມານີ້.

    ພິທີມອບ-ຮັບວັກຊີນກັນພະຍາດໂຄວິດ-19 ຈໍານວນ 600,000 ກ່ວາໂດສ ເເກ່ ສປປ ລາວ ຈັດຂຶ້ນວັນທີ 29 ພະຈິກ 2021 ທີ່ກະຊວງສາທາລະນະສຸກ ຮັບໂດຍທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີວ່າການກະຊວງສາທາລະນະສຸກ ມີທ່ານນາງ ອີນາ ມາກຊີອູລີໂອນີເຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳ ສປປ ລາວ ທ່ານ ດຣ ຈູນ ກາວ ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານວິຊາການຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການຈັດສັນວັກຊີນກັນພະຍາດ ໂຄວິດ-19 ຊຸດໃໝ່ນີ້ ປະກອບມີວັກຊີນ AstraZeneca 132.000 ໂດສ ເຊິ່ງເປັນການປະກອບສ່ວນໂດຍກົງຈາກ COVAX Facility ແລະ ການບໍລິຈາກວັກຊີນຊະນີດດຽວກັນຈາກປະເທດ ແຟັງລັງ ຊູແອັດ ແລະ ໂຮນລັງ ໂດຍຜ່ານ COVAX Facility ເຊິ່ງປະກອບມີ 100.800 ໂດສ ຈາກປະເທດແຟັງລັງ 199.200 ໂດສ ຈາກປະເທດຊູແອັດ ແລະ 199.200 ໂດສ ຈາກປະເທດໂຮນລັງ.

    ທ່ານ ດຣ ສະໜອງ ທອງຊະນະ ກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ຍິນດີຕ້ອນຮັບການຈັດສັນວັກຊີນຊຸດໃໝ່ນີ້ຈາກ COVAX Facility ແລະ ຂໍສະເເດງຄວາມຂອບໃຈຕໍ່ລັດຖະບານເເຫ່ງແຟັງລັງ ຊູແອັດ ແລະ ໂຮນລັງ ທີ່ໄດ້ໃຫ້ການປະກອບສ່ວນອັນລໍ້າຄ່າຢ່າງສູງນີ້ແກ່ ສປປ ລາວ ໃນຂະບວນການສັກວັກຊີນກັນພະຍາດໂຄວິດ-19  ຢ່າງຕໍ່ເນື່ອງ   ໂດຍສະເພາະໃນປັດຈຸບັນນີ້  ທີ່ພວກເຮົາໄດ້ກໍານົດເປົ້າໝາຍໃໝ່ຂອງການສັກວັກຊີນໃຫ້ໄດ້ 70% ຂອງປະຊາກອນທັງໝົດໃນທ້າຍປີ 2021 ນີ້”.

    ວັກຊີນເຫຼົ່ານີ້ ເເມ່ນຈະໄດ້ນໍາໃຊ້ ເປັນຕົ້ນເພື່ອໃຫ້ການປ້ອງກັນເເກ່ຜູ້ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ-19 ຂັ້ນຮ້າຍແຮງ ແຕ່ຍັງບໍ່ທັນໄດ້ຮັບວັກຊີນຄົບເຂັມເທື່ອ. ກຸ່ມບູລິມະສິດສຳລັບການສັກວັກຊີນກັນພະຍາດ ໂຄວິດ-19 ແມ່ນປະກອບມີພະນັກງານສາທາລະນະສຸກແຖວໜ້າ ຜູ້ສູງອາຍຸ 60 ປີຂຶ້ນໄປ ຄົນທີ່ມີພະຍາດປະຈໍາຕົວ ແມ່ຍິງຖືພາ ແລະ ບຸຄະລາກອນທີ່ສໍາຄັນ ເຊັ່ນ: ຄູສອນ ແລະ ພະນັກງານໃນທົ່ວປະເທດ ອີງຕາມທີ່ລະບຸໄວ້ໃນແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ..

# ຂ່າວ – ພາບ : ວຽງມາ

error: Content is protected !!