ປັບພຶດຕິກຳການດຳລົງຊີວິດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ COVID-19

ເຖິງ​ວ່າ​ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ໃນ ສປປ ລາວ ຈະ​ບໍ່​ພົບ​ກໍ­ລະ­ນີ​ໃໝ່​ໄດ້ 20 ກວ່າ​ວັນ​ແລ້ວ​ກໍ​ຕາມ ແຕ່​ນັ້ນ​ກໍ​ບໍ່​ໝາຍ​ຄວາມ​ວ່າ​ເຊື້ອ​ພະ­ຍາດ​ຈະ​ໝົດ​ໄປ ປັດ­ຈຸ­ບັນ ຫຼາຍ​ປະ­ເທດ​ກໍ​ຍັງ​ຄົງ​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ນີ້ ແຜ່​ລາມ​ເປັນ​ວົງ​ກວ້າງ ແລະ ອີງ​ຕາມ​ບົດ­ຮຽນ​ຂອງ​ຫຼາຍ​ປະ­ເທດ ທີ່​ໃນ​ເບື້ອງ​ຕົ້ນ​ແມ່ນ​ສາ­ມາດ​ຄວບ​ຄຸມ​ການ​ລະ­ບາດ​ໄດ້ ແຕ່​ພະ­ຍາດ​ນີ້​ກໍ​ກັບ​ມາ​ລະ­ບາດ​ອີກ​ຮອບ 2 ໄດ້ ເພື່ອ​ເປັນ​ການ​ປ້ອງ​ກັນ​ພະ­ຍາດ​ນີ້ ບໍ່​ໃຫ້​ກັບ​ມາ​ລະ­ບາດ​ໃນ​ປະ­ເທດ​ເຮົາ​ເປັນ​ຮອບ​ທີ​ສອງ​ນັ້ນ ທຸກ​ຄົນ​ກໍ​ຄວນ​ປັບ​ພຶດ­ຕິ​ກຳ​ໃນ​ການ​ດຳ­ລົງ​ຊີ­ວິດ ໂດຍ​ກັບ​ມາ​ໃຊ້​ຊີ­ວິດ​ປົກ­ກະ­ຕິ​ແບບ​ປອດ​ໄພ ແລະ ສະ­ຫຼາດ ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19.

ທ່ານ ດຣ ອິນ​ປົງ ທົງ​ພະ­ຈັນ ຮອງ​ຫົວ­ໜ້າ​ສູນ​ສື່­ສານ​ເພື່ອ​ສຸ­ຂະ­ພາບ ແລະ ສຸ​ຂະ​ສຶກ​ສາ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ກ່າວ​ວ່າ: ພາຍ­ຫຼັງ​ທີ່​ລັດ­ຖະ­ບານ​ໄດ້​ຜ່ອນ­ຜັນ​ໃນ​ບາງ​ມາດ​ຕະ­ການ​ໂດຍ​ສະ­ເພາະ ອະ­ນຸ­ຍາດ​ໃຫ້​ປະ­ຊາ­ຊົນ ພະ­ນັກ­ງານ ທະ­ຫານ ຕ່ຳ​ຫຼວດ ອອກ­ເຮືອນ​ໃຊ້​ຊີ­ວິດ​ໄດ້​ເປັນ​ປົກ­ກະ­ຕິ ພາຍ­ຫຼັງ​ທີ່​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ໄດ້​ຫຼຸດ​ລົງ ແລະ ບໍ່​ພົບ​ກໍ­ລະ­ນີ​ໃໝ່​ເກີດ​ຂຶ້ນ ແຕ່​ນັ້ນ​ກໍ​ບໍ່​ໝາຍ​ຄວາມ​ວ່າ​ພະ­ຍາດ​ນີ້​ຈະ​ໝົດ​ໄປ ເພື່ອ​ເປັນ​ການ​ປ້ອງ​ກັນ​ພະ­ຍາດ​ນີ້ ໃນ​ເວ­ລາ​ທີ່​ເຮົາ​ກັບ​ຄືນ​ມາ​ໃຊ້​ຊີ­ວິດ​ປົກ­ກະ­ຕິ​ນັ້ນ ເຮົາ​ກໍ​ຄວນ​ຫັນ​ມາ​ໃຊ້​ຊີ­ວິດ​ປົກ­ກະ­ຕິ​ແບບ​ປອດ​ໄພ ແລະ ສະ­ຫຼາດ.

ສຳ­ລັບ​ການ​ໃຊ້​ຊີ­ວິດ​ປົກ­ກະ­ຕິ​ນັ້ນ ກໍ​ໝາຍ​ຄວາມ​ວ່າ​ທຸກໆ​ຢ່າງ​ແມ່ນ​ຕ້ອງ​ຫັນ​ມາ​ໃຊ້​ຊີ­ວິດ​ປົກ­ກະ­ຕິ ເຂົ້າ​ການ​ປົກ­ກະ­ຕິ ອອກ​ມາ​ຄ້າ­ຂາຍ​ປົກ­ກະ­ຕິ ແລະ ການ​ດຳ­ລົງ​ຊີ­ວິດ​ອື່ນໆ​ໄດ້​ປົກ­ກະ­ຕິ ແຕ່​ໃນ​ໄລ­ຍະ​ທີ່​ເຮົາ​ກັບ​ຄືນ​ມາ​ໃຊ້​ຊີ­ວິດ​ປົກ­ກະ­ຕິ​ແລ້ວ​ນັ້ນ ຍັງ​ເປັນ​ໄລ­ຍະ​ທີ່​ຍັງ​ມີ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ນັ້ນ ເຮົາ​ຕ້ອງ​ໃຊ້​ຊີ­ວິດ​ແບບ​ປອດ​ໄພ​ຈາກ​ການ​ຕິດ­ເຊື້ອ​ພະ­ຍາດ​ດັ່ງ­ກ່າວ ເຊິ່ງ​ການ​ໃຊ້​ຊີ­ວິດ​ຕ້ອງ​ຄຳ­ນຶງ​ເຖິງ​ຄວາມ​ປອດ​ໄພ​ເປັນ​ຫຼັກ ກໍ​ຄື ຕ້ອງ​ສືບ­ຕໍ່​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ 06/ນຍ ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຄວນ​ປະ­ຕິ­ບັດ​ການ​ຢູ່​ຫ່າງ​ກັນ 2 ແມັດ ໝັ່ນ​ລ້າງ​ມື​ດ້ວຍ​ສະ­ບູ ແລະ ເວ­ລາ​ອອກ​ນອກ​ເຮືອນ ຫຼື ເດີນ­ທາງ​ໄປ​ບ່ອນ​ສ່ຽງ​ກໍ​ຕ້ອງ​ໃສ່​ຜ້າ​ອັດ​ປາກ ຄຽງ​ຄູ່​ກັນ​ນັ້ນ ກໍ​ຕ້ອງ​ໃຊ້​ຊີ­ວິດ​ຢ່າງ​ສະ­ຫຼາດ ຄື: ຕ້ອງ​ສະ­ຫຼາດ​ຄິດ ສະ­ຫຼາດ​ມີ​ສະ­ຕິ ສະ­ຫຼາດ​ສັງ­ເກດ ເຊິ່ງ​ທັງ 3 ຢ່າງ​ນີ້​ໝາຍ​ເຖິງ​ຢ່າ​ນຳ​ເອົາ​ຕົນ​ເອງ​ເຂົ້າ​ໄປ​ຢູ່​ໃນ​ກຸ່ມ​ສ່ຽງ ເຊັ່ນ: ການ​ເດີນ­ທາງ​ໄປ​ສະ­ຖານ­ທີ່​ແອ​ອັດ ການ​ໄປ​ຕະ­ຫຼາດ​ບໍ່​ຄວນ​ໄປ​ຫຸ້ມ​ກັນ​ຊື້​ເຄື່ອງ​ບ່ອນ​ທີ່​ມີ​ຄົນ​ຫຼາຍ ແລະ ບໍ່​ຮ່ວມ​ສັງ​ສັນ ແລະ ຊຸມ​ແຊວ­ຫຼາຍ​ຄົນ ພ້ອມ​ນັ້ນ ກໍ​ຕ້ອງ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຕາມ​ຄຳ​ແນະ­ນຳ​ທີ່​ພາກ­ສ່ວນ​ຕ່າງໆ ອອກ​ມາ​ແນະ­ນຳ​ເພື່ອ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ​ນີ້ ບໍ່​ໃຫ້​ກັບ​ມາ​ແຜ່​ລະ­ບາດ​ຮອບ​ທີ 2.

error: Content is protected !!