ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 3 ທັນວາ 2021 ວ່າ: ວັນທີ 2 ທັນວາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19 ທັງໝົດ 9.011 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບຜູ້ຕິດເຊື້ອທັງໝົດ 1.004 ຄົນ ໃນນີ້ຕິດເຊື້ອພາຍໃນ 997 ຄົນ ຄື:

- ນະຄອນຫຼວງ 223 ຄົນ ໃນ 108 ບ້ານ 8 ເມືອງ
- ແຂວງວຽງຈັນ 107 ຄົນ ໃນ 48 ບ້ານ 11 ເມືອງ
- ແຂວງຫຼວງພະບາງ ມີ 93 ຄົນ ໃນ 33 ບ້ານ 6 ເມືອງ
- ແຂວງບໍລິຄຳໄຊ 71 ຄົນ ໃນ 19 ບ້ານ 5 ເມືອງ
- ແຂວງອັດຕະປື ມີ 64 ຄົນ ໃນ 25 ບ້ານ 5 ເມືອງ
- ແຂວງສະຫວັນນະເຂດ 57 ຄົນ ໃນ 25 ບ້ານ 6 ເມືອງ
- ແຂວງຈຳປາສັກ ມີ 52 ຄົນ ໃນ 26 ບ້ານ 6 ເມືອງ
- ແຂວງໄຊສົມບູນ 45 ຄົນ ໃນ 2 ເມືອງ
- ແຂວງບໍ່ແກ້ວ ມີ 43 ຄົນ ໃນ 16 ບ້ານ 3 ເມືອງ
- ແຂວງຫົວພັນ 40 ຄົນ ໃນ 9 ບ້ານ 4 ເມືອງ
- ແຂວງ ອຸດົມໄຊ ມີ 40 ຄົນ ໃນ 13 ບ້ານ 2 ເມືອງ
- ແຂວງຫຼວງນ້ຳທາ ມີ 40 ຄົນ ໃນ 16 ບ້ານ 3 ເມືອງ
- ແຂວງໄຊຍະບູລີ ມີ 36 ຄົນ ໃນ 17 ບ້ານ 4 ເມືອງ
- ແຂວງຊຽງຂວາງ ມີ 34 ຄົນ ໃນ 14 ບ້ານ 5 ເມືອງ
- ແຂວງຜົ້ງສາລີ ມີ 31 ຄົນ ໃນ 11 ບ້ານ 3 ເມືອງ
- ແຂວງຄຳມ່ວນ ມີ 13 ຄົນ ໃນ 8 ບ້ານ 2 ເມືອງ
- ແຂວງສາລະວັນ ມີ 5 ຄົນ ໃນ 5 ບ້ານ 3 ເມືອງ
- ແຂວງເຊກອງ ມີ 3 ຄົນ ໃນ 2 ບ້ານ 2 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີ 7 ຄົນ ທັງໝົດຈາກແຂວງອັດຕະປື ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ສະສົມ 77.500 ຄົນ ເສຍຊີວິດສະສົມ 191 ຄົນ ໃນນີ້ເສຍຊີວິດໃໝ່ 5 ຄົນ ປິ່ນປົວຫາຍດີ ແລະ ກັບບ້ານວັນທີ 2 ທັນວາ 674 ຄົນ ກໍາລັງປິ່ນປົວ 12.104 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 5 ຄົນ ມີຄື
- ເພດຊາຍ ອາຍຸ 57 ປີ ສັນຊາດ ຫວຽດນາມ ບ້ານໄຊຍະມຸງຄຸນ ນະຄອນໄກສອນ ແຂວງສະຫັວນນະເຂດ ພະຍາດປະຈໍາຕົວ ເບົາຫວານ ຄວາມດັນເລືອດ ແລະ ວັນນະໂລກ ບໍ່ໄດ້ຮັບການສັກຢາວັກຊີນ
- ເພດຊາຍ ອາຍຸ 88 ປີ ບ້ານ ດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ ປະດົງ ແລະ ຄວາມດັນເລືອດສູງ ບໍ່ໄດ້ຮັບການສັກຢາວັກຊີນ.
- ເພດຊາຍ ອາຍຸ 48 ປີ ບ້ານ ມີໄຊ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມ ຜ່າຕັດລຳໄສ້ ພະຍາດປອດ ແລະ ຕັບແຂງ ບໍ່ໄດ້ຮັບການສັກຢາວັກຊີນ
- ເພດຍິງ ອາຍຸ 69 ປີ ບ້ານເຕົາປູນ ເມືອງສາລະວັນ ແຂວງສາລະວັນ (ແຕ່ມານອນປີ່ນປົວຢູ່ໂຮງໝໍມິດຕະພາບ ຈຶ່ງນັບເປັນຄົນເຈັບເສຍຊີວິດຢູ່ນະຄອນຫຼວງວຽງຈັນ) ພະຍາດປະຈຳຕົວ ພະຍາດເລືອດຈາງ ແລະ ຄວາມດັນເລືອດສູງ ບໍ່ໄດ້ຮັບການສັກຢາວັກຊີນ
- ເພດຍິງ ອາຍຸ 43 ປີ ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພະຍາດປະຈໍາຕົວ ພະຍາດພູມຄຸ້ມກັນບົກຜ່ອງໄດ້ສັກຢາວັກຊິນຄົບ.
# ຂ່າວ – ພາບ : ຂັນທະວີ