ສອງພາກສ່ວນມອບເຄື່ອງໃຫ້ອົງການກາແດງລາວ

    ວັນທີ 9 ທັນວາ 2021 ທີ່ອົງການກາແດງລາວ ບໍລິສັດການຢາເມແມັສໂກ້ ຈຳກັດ ແລະ ກຸ່ມບໍລິສັດ ຊາສີ ກຣຸບ ຈຳກັດ ໄດ້ນຳເຄື່ອງມາມອບໃຫ້ແກ່ອົງການແດງລາວ ມອບໂດຍທ່ານນາງ ອຸ້ມມາລາ ວິພົນຮຽນ ຜູ້ຈັດການບໍລິສັດການຢາເມແມັສໂກ້ ຈຳກັດ ທ່ານ ສາຍຍັນ ວັນນຸວົງ ຜູ້ຕາງໜ້າກຸ່ມບໍລິສັດຊາສີ ກຣຸບ ຈຳກັດ ກ່າວຮັບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ເຄື່ອງທີ່ນຳມາມອບຄັ້ງນີ້ ບໍລິສັດການຢາເມແມັສໂກ້ ຈຳກັດ ໄດ້ມອບສຳລີກໍ້ 130 ກໍ້ ຊຸດລ້າງບາດ 80 ຊຸດ ຜ້າຢາງກັນເປື້ນ 200 ອັນ ມູນຄ່າ 7.300.000 ກີບ ສ່ວນກຸ່ມບໍລິສັດຊາສີ ກຣຸບ ຈຳກັດມອບນໍ້າດື່ມ 250 ແກັດ ໝີ່ຈອກ 20 ແກັດ ມູນຄ່າ 6.950.000 ກີບ. 

    ໂອກາດນີ້ ທ່ານ ພູທອນ ເມືອງປາກ ກໍໄດ້ສະແດງຄວາມຂອບໃຈມາຍັງສອງບໍລິສັດທີ່ເຫັນໄດ້ຄວາມສຳຄັນ ແລະ ຈຳເປັນຂອງອົງການກາແດງລາວ ເພື່ອນຳໃຊ້ເຂົ້າໃນວຽກງານມະນຸດສະທຳ ໂດຍສະເພາະການຊ່ວຍເຫຼືອຄົນເຈັບທີ່ເກີດອຸບັດເຫດຕາມທ້ອງຖະໜົນ ຫຼື ການຊ່ວຍເຫຼືອສັງຄົມ ຄົນເຈັບອານະຖາຕ່າງໆ ແລະ ຈະນຳເອົາເຄື່ອງຈຳນວນດັ່ງກ່າວໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

# ຂ່າວ – ພາບ : ຊິລິການດາ 

error: Content is protected !!