ພຶດສະພາ ຫາ ກໍລະກົດ ບໍ່ແກ້ວ-ໄຊຍະບູລີຈະປະສົບໄພແຫ້ງແລ້ງ ຊາວກະສິກອນຄວນໃຊ້ນໍ້າຢ່າງປະຢັດ

    ອີງຕາມພະຍາກອນລະດູການອຸຕຸກະເສດ 18 ແຂວງທົ່ວປະເທດ ສະບັບພະຍາກອນປະຈຳເດືອນພຶດສະພາ ຫາ ເດືອນກໍລະກົດ 2020 ໃຫ້ຮູ້ວ່າ: ໃນຂອບເຂດທົ່ວປະເທດລາວ ອາດຈະມີການສູນເສຍຜົນຜະລິດ ເນື່ອງຈາກອຸນຫະພູມຄວາມຮ້ອນສູງໃນໄລຍະລະດູອອກດອກຂອງພືດ ແຕ່ວ່າໂດຍລວມແລ້ວ ປະລິມານຝົນຕົກ ຄາດວ່າຈະຕົກໃນປະລິມານປານກາງ.

   ການເອົາໃຈໃສ່ໃນການບໍລິຫານຈັດການນໍ້າໃຫ້ພຽງພໍກັບພື້ນທີ່ການຜະລິດແມ່ນມີຄວາມສຳຄັນຫຼາຍ ເພື່ອຫຼີກລ່ຽງບັນຫາການຂາດນ້ຳໃນພາວະອຸນຫະພູມຄວາມຮ້ອນສູງຂື້ນ ເຊິ່ງສັງເກດເຫັນໄດ້ຈາກຄວາມສ່ຽງຈາກແມງໄມ້ເພີ່ມທະວີຄູນຂື້ນຢ່າງຕໍ່ເນື່ອງ.

    ແຂວງບໍ່ແກ້ວ ແລະ ໄຊຍະບູລີຄາດວ່າຈະປະສົບກັບສະພາວະໄພແຫ້ງແລ້ງ ເຊິ່ງຈະປະກົດຂື້ນໃນລະຫວ່າງເດືອນພຶດສະພາ ເຖິງເດືອນກໍລະກົດ ເນື່ອງຈາກມີອຸນຫະພູມຄວາມຮ້ອນສູງ ແລະ ມີປະລິມານຝົນຕົກໜ້ອຍໃນສອງແຂວງດັ່ງກ່າວ.

    ສະພາບຄວາມແຫ້ງແລ້ງທີ່ຄາດວ່າຈະເກີດຂຶ້ນຢູ່ແຂວງບໍ່ແກ້ວ ແລະ ໄຊຍະບູລີ ແມ່ນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຜົນຜະລິດເຂົ້ານາປີ ຍ້ອນວ່າການຂາດເຂີນນ້ຳ ເຊິ່ງອາດຈະສົ່ງຜົນກະທົບໂດຍກົງຕໍ່ການອອກໜໍ່ ຈົ່ງຮວງ ແລະ ອອກດອກ ຊາວກະສິກອນໃນແຂວງດັ່ງກ່າວຄວນຮັບຮູ້ເຖິງຄວາມສ່ຽງເຫຼົ່ານີ້ ແລະ ໃຫ້ປະຕິບັດຕາມມາດຕະການຊົມໃຊ້ນ້ຳຢ່າງປະຢັດ ນອກຈາກສະພາບໄພແຫ້ງແລ້ງ ຍັງມີຄວາມສ່ຽງອີກປະເພດໜຶ່ງຄືສັດຕູພືດທີ່ກຳລັງເພີ່ມທະວີຄູນຂື້ນຢ່າງຕໍ່ເນື່ອງ ເຊັ່ນ: ພະຍາດພືດ ເພ້ຍ ແລະ ໝອນເຈາະລຳຕົ້ນ.

    ເພື່ອຫຼີກລ່ຽງບໍ່ໃຫ້ເກີດຜົນກະທົບຕໍ່ການຜະລິດຂອງຊາວກະສິກອນ ດັ່ງນັ້ນຊາວກະສິກອນໃນທົ່ວປະເທດສາມາດເຂົ້າໄປຕິດຕາມພະຍາກອນອາກາດສຳລັບການຜະລິດກະສິກຳໄດ້ທີ່ Facebook page https://www.facebook.com/samisdmh.                                               

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!