ແຮງງານລາວໃນຕ່າງແດນຍັງບໍລິສຸດ

ໃຜໆ​ກໍ​ເປັນ​ຫ່ວງ​ເປັນ​ໄຍ​ວິ­ຕົກ​ກັງ­ວົນ​ນຳ ເມື່ອ​ເວົ້າ​ເຖິງ​ແຮງ​ງານ​ລາວ​ໃນ​ຕ່າງ​ແດນ ແລະ ກໍ​ເປັນ​ທີ່​ຮູ້​ກັນ​ດີ​ແລ້ວ​ວ່າ: ແຮງ​ງານ​ລາວ​ໃນ​ຕ່າງ​ແດນ ກໍ​ແມ່ນ​ກຳ­ມະ­ກອນ ຊາວ​ຜູ້​ອອກ­ແຮງ​ງານ​ຄົນ​ລາວ ທີ່​ຂາດ​ໂອ­ກາດ​ໃນ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ໃນ​ປະ­ເທດ​ຕົນ​ຍັງ​ບໍ່​ທັນ​ໄດ້ ຍ້ອນ​ຕຳ­ແໜ່ງ​ງານ​ໃນ​ສະ­ຖານ­ທີ່​ທຳ​ງານ​ມີ​ຂອບ​ເຂດ​ຈຳ­ກັດ ຫຼື ອີກ​ປະ­ການ​ໜຶ່ງ ແຮງ​ງານ​ແມ່ນ​ເປັນ​ຊາວ​ໄຮ່­ນາ ບໍ່​ແມ່ນ​ກຳ­ມະ­ກອນ​ໂດຍ​ອາ­ຊີບ ການ​ເຮັດ​ນາ​ໄດ້​ພຽງ​ລະ­ດູ​ດຽວ​ລະ­ດູ­ຝົນ. ຫຼັງ​ຈາກ​ມ້ຽນ​ມັດ​ເຂົ້າ​ຂື້ນ​ເລົ້າ​ຂື້ນ​ເຍຍ​ແລ້ວ ເງື່ອນ­ໄຂ​ເຮັດ​ນາ­ແຊງ​ບໍ່​ມີ​ກໍ​ຫວ່າງ​ງານ. ດັ່ງ­ນັ້ນ​ເຂົາ­ເຈົ້າ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ຫາ​ລາຍ​ໄດ້​ເພິ່ມ ເພື່ອ​ຈຸນ​ເຈືອ​ຄອບ­ຄົວ​ພໍ່​ແມ່​ບາງ​ຄົນ​ໂຊກ​ດີ​ເຂົ້າ​ມາ​ໃນ​ເມືອງ ກໍ​ໄດ້​ວຽກ​ຊົ່ວ­ຄາວ​ໃນ​ໂຮງ​ຈັກ​ໂຮງ­ງານ ຫຼື ເປັນ​ກຳ­ມະ­ກອນ​ຕາມ​ສະ­ຖານ­ທີ່​ກໍ່­ສ້າງ​ຕ່າງໆ ບາງ​ຄົນ​ກໍ​ເປັນ​ບໍ​ລິ​ກອນ​ຕາມ​ຮ້ານ​ກິນ​ດື່ມ ຫຼື ເຮັດ​ອາ­ຊີບ​ອິດ­ສະ­ຫຼະ​ເຊັ່ນ: ຍູ້​ລໍ້​ຂາຍ​ໝາກ​ໄມ້​ຕ່າງໆ ຫຼື ເຂົ້າ​ເປັນ​ຊາວ​ຄ້າ­ຂາຍ​ຜັກ​ນາງ​ອາງ​ຫຍ້າ​ໃນ​ຕະ­ຫຼາດ​ສົດ​ຕ່າງໆ ແຕ່​ກໍ​ມີ​ບາງ​ຈຳ­ນວນ​ມີ​ວິ­ຊາ​ຊີບ ແລະ ທັງ​ບໍ່​ມີ​ວິ­ຊາ​ຊີບ​ເປັນ​ແຮງ​ງານ​ດີບ ໄດ້​ໄປ​ອອກ­ແຮງ​ງານ​ທີ່​ຕ່າງ­ປະ­ເທດ​ແທນ​ບ່ອນ​ແຮງ​ງານ​ທ້ອງ­ຖິ່ນ​ເດີມ ອ້ອມ­ແອ້ມ​ໃນ​ອາ​ຊຽນ ບາງ​ຄົນ​ກໍ​ໄປ​ຮອດ​ເກົາ­ຫຼີ​ຍີ່­ປຸ່ນ ຢູ​ໂຣບ ຫຼື ອາ​ເມ​ຣິ​ກາ​ກໍ​ມີ ໂດຍ​ມີ​ຄຳ​ຂວັນ “ໄປ​ຕາຍ​ດາບ​ໜ້າ” ແຕ່​ໃນ​ຄວາມ​ເປັນ​ຈິງ​ກໍ​ບໍ່​ມີ​ໃຜ​ຕາຍ ມີ​ແຕ່​ຖືກ​ກົດ​ແຮງ​ງານ ຖືກ​ບ້ວງ​ການ​ຄ້າ​ມະ­ນຸດ​ເພາະ​ຕົນ​ເປັນ​ແຮງ​ງານ​ດີບ​ໄຮ້​ທິດ​ທາງ ພຽງ​ແຕ່​ຄວາມ​ໄຝ່​ຝັນ​ຢາກ​ມີ​ລາຍ​ໄດ້​ເພິ່ມ ດັ່ງ­ນັ້ນ ກ່ອນ​ຈະ​ຖືກ​ຈ້າງ​ງານ​ຈຳ​ຕ້ອງ​ໄດ້​ຝຶກ​ອາ­ຊີບ ໃຫ້​ເຂົ້າ​ກັບ​ໜ້າ​ວຽກ​ໃໝ່​ຕໍ່​ໄປ.

ຜ່ານ​ມາ ການ​ໄປ​ອອກ­ແຮງ​ງານ​ມີ​ຫຼາຍ​ຮູບ​ແບບ​ເປັນ­ຕົ້ນ: ຕາມ​ສັນ­ຍາ​ຈ້າງ​ຜ່ານ​ອົງ​ກອນ​ແຮງ​ງານ​ຂອງ​ລັດ­ຖະ­ບານ ບາງ​ຄົນ​ກໍ​ໄປ​ຕາມ​ການ​ຊັກ​ຊວນ​ຂອງ​ໝູ່​ເພື່ອນ ເຊິ່ງ​ມີ​ນາຍ​ໜ້າ​ຢູ່​ເບື້ອງ​ຫຼັງ ບາງ​ກຸ່ມ​ກໍ​ໄປ​ຢ່າງ​ບໍ່​ມີ​ທິດ​ທາງ​ຂໍ​ມີ​ພຽງ​ການ​ຈ້າງ​ງານ​ມີ​ລາຍ​ໄດ້​ອ່າວ​ໄຄ​ແດ່ ແມ່ນ​ເຮັດ​ວຽກ​ໂລດ​ເພາະ​ລະ­ດູ​ການ​ມັນ​ບໍ່​ອະ­ນຸ­ຍາດ​ໃຫ້​ນິ້ງ​ນອນ​ໃຈ ທັນ​ເຮັດ​ແນວ­ໃດ​ກໍ​ເຮັດ​ໂລດ ແຕ່​ບາງ​ຄົນ​ລາຍ​ຮັບ​ດີ​ແດ່​ກໍ​ລືມ​ກັບ​ບ້ານ ມີ​ແຕ່​ຝາກ​ເງິນ​ໃຫ້​ຄອບ­ຄົວ​ຈ້າງ​ຜູ້​ອອກ­ແຮງ​ງານ​ແທນ​ຕົນ ຜ່ານ​ການ​ເຮັດ​ວຽກ​ຢ່າງ​ໜັກ​ໜາ ຈຳ­ນວນ​ໜຶ່ງ​ກໍ​ພໍ​ແຕ່​ຢູ່​ລອດ​ໃນ​ປະ­ເທດ​ທີ່​ໄປ ຈຳ­ນວນ​ໜຶ່ງ​ກໍ​ພໍ​ມີ​ເງິນ​ກັບ​ບ້ານ ເພື່ອ​ໃຊ້​ຈ່າຍ​ຍາມ​ເຮັດ​ນາ​ລະ­ດູ​ໃໝ່ ຈຳ­ນວນ​ໜຶ່ງ​ກໍ​ໄດ້​ເປັນ​ກອບ​ເປັນ​ກຳ​ພໍ​ສ້າງ​ຊີ­ວິດ​ໃໝ່ ຫຼື ມີ​ເງິນ​ລົງ­ທຶນ​ເຮັດ​ກິດ­ຈະ­ກຳ​ໃດ​ໜຶ່ງ​ນ້ອຍໆ​ໃນ​ບ້ານ​ເກີດ ບາງ​ຄົນ​ເຫີ່​ນຳ​ຄວາມ​ຈະ­ເລີນ ເຫີ່​ນຳ​ສັງ­ຄົມ​ແບບ​ຫຼີ້ນ​ກິນ​ຟຸມ​ເຟືອຍ​ໃນ​ບ້ານ​ເພິ່ນ ກໍ​ບໍ່​ເຫຼືອ​ແຖມ​ບາງ​ຄົນ​ຍັງ​ຕິດ­ພະ­ຍາດ​ບາດ​ເຍົາ​ມາ​ນຳ ຈົນ​ເຖິງ​ຂັ້ນ​ເສຍ​ຊີ­ວິດ​ກໍ​ມີ ສ່ວນ​ຫຼວງ­ຫຼາຍ​ບໍ່​ຜ່ານ​ອົງ­ການ​ແຮງ​ງານ ຫຼາຍ​ຄົນ​ເສຍ­ປຽບ​ໃນ​ການ​ຕໍ່​ລອງ ຖື​ວ່າ​ເປັນ​ແຮງ​ງານ​ເຖື່ອນ ເຮັດ​ໃຫ້​ນາຍ​ຈ້າງ​ກົດ​ລາ­ຄາ​ຄ່າ​ຈ້າງ​ຕ່ຳ​ລົງ.

“ໄຟ​ໄໝ້​ປ່າ​ຈຶ່ງ​ເຫັນ​ໜ້າ​ໜູ” ພໍ​ຕົກ​ຍາມ​ພະ­ຍາດ​ໄຂ້​ຫວັດ​ອັກ­ເສບ​ປອດ​ຂອງ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ ໂຄ​ວິດ-19 ລະ­ບາດ​ແຜ່​ເຊື້ອ​ມາດ​ຕະ­ການ​ຕ່າງໆ ໃນ​ປະ­ເທດ​ກ່ຽວ­ຂ້ອງ​ຖື​ກວາງ​ອອກ​ໂດຍ​ລັດ­ຖະ­ບານ ໂດຍ​ມີ​ຄະ­ນະ​ສະ­ເພາະ​ກິດ ດູ​ແລ​ຈັດ​ຕັ້ງ​ປະ­ຕິ­ບັດ ເຮັດ​ໃຫ້​ແຮງ​ງານ​ຮູ້​ວ່າ​ຈະ​ຕ້ອງ​ໄດ້​ຢຸດ​ພັກ​ເຮັດ​ວຽກ​ໄລ­ຍະ​ໃດ​ໜຶ່ງ ເວ­ລາ​ນັ້ນ ຄົນ​ທີ່​ໄປ​ອາ­ໄສ​ຢູ່​ຕ່າງ­ປະ­ເທດ​ລ້ວນ​ແຕ່​ພາ­ກັນ​ຫັນ​ໜ້າ​ກັບ​ບ້ານ​ຊົ່ວ​ໄລ­ຍະ ຫຼື ກັບ​ເລີຍ ຈຶ່ງ​ເຮັດ​ໃຫ້​ເຫັນ​ຕົວ​ເລກ​ແຮງ​ງານ​ຫຼາຍ​ແສນ​ຄົນ​ໃນ​ຕ່າງ​ແດນ.

ຜ່ານ​ການ​ກວດ­ກາ ເພື່ອ​ກັກ​ກັນ​ຊອກ​ຫາ​ຜູ້​ຕິດ­ເຊື້ອ​ດັ່ງ­ກ່າວ​ຕາມ​ດ່ານ​ຊາຍ​ແດນ​ປະ­ເພ­ນີ​ທ້ອງ­ຖິ່ນ ແລະ ສາ­ກົນ ຈຶ່ງ​ຈະ​ຕ້ອງ​ປະ­ຕິ­ບັດ​ຄຳ​ສັ່ງ​ນາ­ຍົກ​ຢ່າງ​ຄັກ­ແນ່ ຄື​ກັກ​ກັນ​ໃຫ້​ເຂົ້າ​ຢູ່​ສູນ ຫຼື ຢູ່​ເຮືອນ​ແລ້ວ­ແຕ່​ເງື່ອນ­ໄຂ​ເປັນ​ເວ­ລາ 14 ວັນ ໃນ​ທີ່​ສຸດ ເຫັນ​ວ່າ​ແຮງ​ງານ​ເປັນ​ຈຳ­ນວນ​ແສນໆ​ບໍ່​ພົບ​ການ​ຕິດ­ເຊື້ອ​ພໍ​ເທົ່າ­ໃດ​ຄົນ ຄົງ​ມີ​ແຕ່​ຜູ້​ເດີນ­ທາງ​ຈາກ​ທາງ­ໄກ​ເຊັ່ນ​ເອີ​ຣົບ ອາ​ເມ​ຣິ​ກາ… ສ່ວນ​ແຮງ​ງານ​ລາວ​ຈາກ​ປະ­ເທດ​ໃກ້​ຄຽງ​ຈາກ​ຈຸດ​ກັກ​ກັນ​ຕ່າງໆ ກໍ​ທະ­ຍອຍ​ກັບ​ຄືນ​ບ້ານ​ເກີດ ເຊິ່ງ​ສິ່ງ​ດັ່ງ­ກ່າວ​ພິ­ສູດ​ໃຫ້​ເຫັນ​ວ່າ​ແຮງ​ງານ​ລາວ​ມີ​ວິ­ໄນ ບໍ່​ໄປ​ເຕົ້າ­ໂຮມ ຫຼີ້ນ​ກິນ​ເສລີ​ຊະ­ຊາຍ​ຕາມ​ພັບ​ຕາມ​ບາ​ຕ່າງໆ ພວກ​ເຂົາ​ຄົງ​ຕັ້ງ­ໜ້າ​ຫາ​ເງິນ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ໃນ​ຄອບ­ຄົວ​ຢ່າງ​ແທ້​ຈິງ.

ຈາກ​ສະ­ພາບ​ຊີ­ວິດ​ທີ່​ຫຍຸ້ງ­ຍາກ​ລຳ­ບາກ​ໃນ​ຊົນ­ນະ­ບົດ ແລະ ຕ້ອງ​ຜະ­ເຊີນ​ໜ້າ​ໃນ​ສະ­ຖານ­ທີ່​ອອກ­ແຮງ​ງານ​ໃນ​ຕ່າງ​ແດນ​ທີ່​ແສນ​ຍາກ ໂດຍ​ບໍ່​ມີ​ຄຳ​ວ່າ “ເລືອກ​ວຽກ” ແລະ ພາ­ຍຸ​ພະ­ຍາດ ໂຄ​ວິດ-19 ເຊິ່ງ​ເປັນ​ຜະ­ລິດ​ພັນ​ໃໝ່​ຈາກ​ຍຸກ​ອຸດ­ສາ­ຫະ­ກຳ​ຍຸກ 4.0 ຍຸກ​ດີ​ຈີ​ຕອນ ຫຼື 5 ຈີ​ກໍ​ຕາມ ຫຼື ຈາກ​ຫ້ອງ​ແລບ​ໃດໆ​ກໍ​ຕາມ​ສາຍ­ຕາ​ມະ­ນຸດ ມັກ​ຈະ​ເບິ່ງ​ຕົກ​ທີ່​ການ​ເຄື່ອນ​ຍ້າຍ​ແຮງ​ງານ​ຂ້າມ​ແດນ​ເປັນ​ສຳ­ຄັນ​ເພາະ ໂຄ​ວິດ-19 ແມ່ນ​ພະ­ຍາດ​ນຳ​ເຂົ້າ ແລະ ແຮງ​ງານ​ເອງ ກໍ​ຕົກ​ຕະ­ລຶງ​ງົງ​ງັນ ວ່າ​ຕົນ​ເອງ​ອາດ​ເປັນ​ຕົວ​ນຳ​ເຂົ້າ​ພະ­ຍາດ​ຮ້າຍ​ນີ້​ໄດ້​ຢ່າງ­ໃດ ເພາະ​ເກີດ​ເປັນ​ມື້​ຕ້ອງ​ເຮັດ​ວຽກ​ໜັກ​ໜາ ບາງ​ຄົນ​ກໍ​ໄປ​ແທນ​ແຮງ​ງານ​ເດີມ​ທີ່​ໄດ້​ວຽກ​ເຮັດ​ໃນ​ຕ່າງ​ແດນ​ທີ່​ມີ­ຄ່າ​ຈ້າງ​ງານ​ດີ.

ແຕ່​ເມື່ອ​ກັບ​ຄືນ​ບ້ານ​ເດີມ​ຍ້ອນ​ການ​ເລີກ​ຈ້າງ​ງານ ເນື່ອງ​ຈາກ​ເຫດ­ຜົນ​ປິດ​ຕົວ​ເມືອງ​ຫ້າມ​ການ​ສັນ­ຈອນ ແລະ ອື່ນໆ ມາ​ເຖິງ​ດ່ານ​ຈຶ່ງ​ຮູ້​ວ່າ ຕົນ​ເອງ​ເປັນ​ແຮງ​ງານ​ຕ່າງ​ແດນ ເປັນ​ຕົວ​ນຳ​ເຂົ້າ​ພະ­ຍາດ (ຕາມ​ຫຼັກ​ຂອງ​ປະ­ເທດ​ອື່ນໆ) ຈຳ­ເປັນ​ຕ້ອງ​ຜ່ານ​ການ​ກວດ­ກາ​ຕາມ​ຫຼັກ­ການ​ແພດ ໃນ​ສະ­ຖາ­ນະ​ການ​ໂຣກ​ລະ­ບາດ. ຜ່ານ​ການ​ກວດ­ກາ ການ​ກັກ​ຕົວ​ຕາມ​ຫຼັກ­ການ 14 ວັນ ແລະ ການ​ວິ­ເຄາະ​ຕາມ​ອາ­ການ​ສົງ­ໄສ​ໃນ​ກໍ­ລະ­ນີ​ບາງ​ບຸກ­ຄົນ ໄດ້​ພິ­ສູດ​ໃຫ້​ເຫັນ​ວ່າ ແຮງ​ງານ​ຕ່າງ​ແດນ​ເຊິ່ງ​ເປັນ​ຄົນ​ຊົນ­ນະ­ບົດ​ບໍ­ລິ­ສຸດ ເມື່ອ​ກັບ​ຄືນ​ເຖິງ​ບ້ານ​ເກີດ​ກໍ​ຫອບ​ຄວາມ​ບໍ­ລິ­ສຸດ​ກັບ​ມາ​ບ້ານ​ເດີມ​ຄື­ເກົ່າ… ແລະ ຢາກ​ຮ້ອງ​ບອກ​ທຸກ​ຄົນ​ວ່າ “ແຮງ​ງານ​ລາວ​ຍັງ​ບໍ­ລິ­ສຸດ”.

ໂດຍ: ຊຽນ​ເອງ

error: Content is protected !!