ຮອງນາຍົກ ເນັ້ນໃຫ້ພັດທະນາວຽກງານສະຖິຕິໄປສູ່ຄວາມທັນສະໄໝ

    ວັນທີ 8 ພຶດສະພາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ລົງພົບປະຢ້ຽມຢາມສູນສະຖິຕິແຫ່ງຊາດ ໃຫ້ກຽດຕ້ອນຮັບຂອງທ່ານສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ຮອງລັດຖະມົນຕີກະຊວງ ຜທ ມີພະນັກງານຫຼັກແຫຼ່ງພາຍໃນສູນເຂົ້າຮ່ວມ.

    ທ່ານ ສະໄໝຈັນ ບຸບຜາ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານສະຖິຕິຜ່ານມາໂດຍຫຍໍ້ກ່ຽວກັບການປະເມີນສະຖານະການໃນໄລຍະຂອງການແຜ່ລະບາດເຊື້ອພະຍາດໂຄວິດ-19 ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ການເປັນຢູ່ຂອງປະຊາຊົນແມ່ນມີຄວາມສຳຄັນຫຼາຍ ໂດຍສະເພາະບັນດາຂໍ້ມູນສະຖິຕິຈຶ່ງມີຄວາມສຳຄັນຫຼາຍໃນການກຳນົດນະໂຍບາຍການວາງແຜນການຕິດຕາມຜົນການຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນແຕ່ລະໄລຍະການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ວຽກງານສະຖິຕິຍິ່ງມີຄວາມຈຳເປັນຍິ່ງ ທີ່ຕ້ອງໄດ້ພັດທະນາໃຫ້ທຽບເທົ່າກັບສາກົນ ໂດຍສະເພາະການສະໜອງຂໍ້ມູນໃຫ້ແກ່ການປະເມີນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 (2016-2020) ເຊິ່ງປີນີ້ ເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແລະກະກຽມການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 (2021-2025) ແລະ ການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງເຊິ່ງລັດຖະບານມີພັນທະໄດ້ລາຍງານຕໍ່ສາກົນ.

    ເພື່ອຮັບປະກັນການຈັດຕັ້ງວຽກງານສະຖິຕິໃຫ້ມີຄວາມສອດຄ່ອງກັບການພັດທະນາໄລຍະໃໝ່ ແລະທິດທາງໃນຕໍ່ໜ້າ ເພື່ອຮັບປະກັນການດຳເນີນວຽກງານສະຖິຕິໃນແຕ່ລະໄລຍະໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ເນັ້ນໃສ່ການປັບປຸງ ແລະ ພັດທະນາວຽກງານສະຖິຕິໃຫ້ກ້າວໄປສູ່ຄວາມທັນສະໄໝ ມີຄວາມເຂັ້ມແຂງ ບົນພື້ນຖານຄວາມຕ້ອງການໃນໄລຍະໃໝ່ ການເສີມສ້າງປັດໄຈທີ່ໜັກແໜ້ນໃຫ້ແກ່ລະບົບສະຖິຕິແຫ່ງຊາດໃຫ້ສາມາດເຊື່ອມໂຍງເຂົ້າກັບລະບົບສະຖິຕິໃນຂົງເຂດພາກພື້ນແລະສາກົນ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!