ສາລະວັນ​ ຜະລິດເຂົ້ານາແຊງໄດ້ລື່ນຄາດໝາຍ ບັນລຸ 67 ພັນກວ່າໂຕນ​

    ທ່ານ ອະນຸສັກ ຈຳປາຄໍາ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງສາລະວັນ ໃນທ້າຍເດືອນເມສາຜ່ານມານີ້ວ່າ: ມາຮອດປັດຈຸບັນ ຊາວກະສິກອນໃນທົ່ວແຂວງ ກໍໄດ້ມີຜົນສໍາເລັດຫຼາຍດ້ານ ໂດຍສະເພາະແມ່ນວຽກງານການຜະລິດ ການປູກ-ການລ້ຽງ ແລະ ວຽກອື່ນໆ ເປັນຕົ້ນການຜະລິດເຂົ້ານາແຊງແມ່ນໄດ້ລື່ນຄາດໝາຍ ເຊິ່ງແຜນເບື້ອງຕົ້ນ ແມ່ນໄດ້ກໍານົດຢູ່ 14.200 ເຮັກຕາ ໃນນັ້ນເຂົ້ານາແຊງ 13.000 ເຮັກຕາ ພືດພັນ 200 ເຮັກຕາ ເຊິ່ງເມືອງທີ່ປັກດໍາໄດ້ຫຼາຍກວ່າໝູ່ ແມ່ນເມືອງສາລະວັນ ຄົງເຊໂດນ ເມືອງວາປີ ແລະ ເມືອງອື່ນໆທີ່ຢູ່ຕາມແຄມແມ່ນໍ້າ (ໃນຂອບເຂດຊົນລະປະທານ) ປະຕິບັດຕົວຈິງໄດ້ 13.740 ເຮັກຕາ ເພີ່ມຂຶ້ນ 740 ເຮັກຕາ ລື່ນແຜນ 6% ໃນການຜະລິດ ມາຮອດປັດຈຸບັນແມ່ນເກັບກ່ຽວທັງໝົດໄດ້ສໍາເລັດ 100% ຜົນຜະລິດຕາມການປະເມີນ 67.683 ໂຕນ ທຽບໃສ່ປີຜ່ານມາ ຜົນຜະລິດເພີ່ມຂຶ້ນ 29,6% ໃນເນື້ອທີ່ດັ່ງກ່າວ ນໍາໃຊ້ແນວພັນປັບປຸງທັງໝົດຈໍານວນ 1.000 ກວ່າໂຕນ. 

    ສາເຫດທີ່ພາໃຫ້ມີເນື້ອທີ່ນາແຊງເພີ່ມຂຶ້ນ ແມ່ນຍ້ອນໃນກາງປີ 2019 ແຂວງສາລະວັນແມ່ນໄດ້ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ເຮັດໃຫ້ເນື້ອທີ່ເຂົ້ານາປີເສຍຫາຍເປັນຈໍານວນຫຼວງຫຼາຍ ເຊິ່ງເປັນຜົນໃຫ້ປະຊາຊົນຂາດເຂົ້າກິນ ດັ່ງນັ້ນ ຈຶ່ງເຮັດໃຫ້ປະຊາຊົນທີ່ຢູ່ຂອບເຂດທີ່ມີໂຄງການຊົນລະປະທານ ຫັນມາປູກເຂົ້ານາແຊງເປັນຈໍານວນຫຼວງຫຼາຍແຕ່ບັນຫາໃນການເພີ່ມຂຶ້ນຂອງເນື້ອທີ່ດັ່ງກ່າວນີ້ ກໍໄດ້ສົ່ງຜົນກະທົບຕໍ່ກັບປະລິມານນ້ຳທີ່ເຮົາສະໜອງໃຫ້ ແຕ່ພວກເຮົາກໍເອົາໃຈໃສ່ໃນການກວດກາຕິດຕາມ ວັດແທກກ່ຽວກັບລະດັບລະນໍ້າເຊໂດນໃນທຸກໆອາທິດ ແລະ ເຫັນວ່າລະດັບນໍ້າຫຼຸດລົງຫຼາຍ ດັ່ງນັ້ນພວກເຮົາກໍເຮັດທົດນ້ຳຢູ່ເມືອງວາປີ ແລະ ເມືອງຄົງເຊໂດນ ຈຶ່ງໄດ້ເຮັດໃຫ້ນໍ້າຍຶ່ງຂຶ້ນມາກັກຂັງ ສາມາດສົ່ງນໍ້າເຂົ້າໃນຂອບເຂດເນື້ອທີ່ທໍາການຜະລິດ ຈົນສາມາດເກັບກ່ຽວເຂົ້ານາແຊງໄດ້ໃນລະດັບເກີນຄາດໝາຍຕາມແຜນການທີ່ກຳນົດໄວ້. 

    ຄຽງຄູ່ກັບການປັກດໍາເຂົ້ານາແຊງແລ້ວ ຊາວກະສິກອນຍັງໄດ້ລົງມືປູກພືດລະດູແລ້ງຕື່ມອີກ ເປັນຕົ້ນ ສາລີຫວານ ຖົ່ວຊະນິດຕ່າງໆ ໝາກໂມ ຜັກຊະນິດຕ່າງໆ ເຊິ່ງມີແຜນການ 6.680 ເຮັກຕາ ປະຕິບັດໄດ້ 6.350 ເຮັກຕາ ເທົ່າກັບ 89,3% ແລະ ເກັບກູ້ໄດ້ສໍາເລັດ 100% ຜົນຜະລິດໄດ້ 35.182 ໂຕນ ໃນນັ້ນພືດສະບຽງປະຕິບັດໄດ້ 5.997 ເຮັກຕາ ຜົນຜະລິດໄດ້ 34.454 ໂຕນ ພືດສຶນຄ້າປະຕິບັດໄດ້ 353 ເຮັກຕາ ແລະ ຜົນຜະລິດ 728 ໂຕນ. 

  # ຂ່າວ & ພາບ : ແຂວງສາລະວັນ

error: Content is protected !!