ຫາລືເລັ່ງຊ່ວຍເຫຼືອໃຫ້ຜູ້ອອກແຮງງານທີ່ກັບຈາກຕ່າງປະເທດ ໄດ້ຮັບການປົກປ້ອງສິດ

    ເພື່ອເປັນການຊ່ວຍໃຫ້ຜູ້ອອກແຮງງານທີ່ກັບຈາກຕ່າງປະເທດ ທີ່ຖືກຜົນກະທົບຈາກການລະບາດຂອງໂຄວິດ 19 ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຫຼາຍຂຶ້ນ ແລະ ບັນຈຸເຂົາເຈົ້າເຂົ້າເຮັດວຽກຕາມເງື່ອນໄຂ ແລະ ຄວາມຕ້ອງການຂອງຫົວໜ່ວຍແຮງງານພາຍໃນ ສະນັ້ນ ວັນທີ 7 ພຶດສະພາ 2020 ທີ່ຫ້ອງປະຊຸມກະຊວງ ຮສສ ໄດ້ຈັດ ກອງປະຊຸມປຶກສາຫາລືການຊ່ວຍເຫຼືອຜູ້ອອກແຮງງານທີ່ກັບຈາກຕ່າງປະເທດ (ໄທ) ຮ່ວມກັບສູນບໍລິການຈັດຫາງານ ແລະ ບໍລິສັດຈັດຫາງານ ໂດຍການປັນປະທານ ຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ມີບັນດາທ່ານຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ສູນບໍລິການຈັດຫາງານ ບໍລິສັດຈັດຫາງານ ແລະ ພາກສວ່ນກຽ່ວຂ້ອງເຂົ້າຮວ່ມ. 

    ກອງປະຊຸມດັ່ງກ່າວໃນຄັ້ງນີ້ ແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ເພື່ອເປີດໂອກາດໃຫ້ບັນດາສູນບໍລິການຈັດຫາງານ ແລະ ບໍລິສັດຈັດຫາງານ ໄດ້ລາຍງານສະພາບຂອງແຮງງານ ສະເໜີຂໍ້ສະດວກ ແລະ ຄວາມຫຍຸ້ງຍາກ ບັນຫາຕ່າງໆ ພ້ອມທັງກຳນົດທິດທາງແກ້ໄຂຮ່ວມກັນ ເພື່ອເຮັດໃຫ້ຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບ ໄດ້ຮັບການແກ້ໄຂຢ່າງທ່ວງທັນກັບສະພາບການ ເຊິ່ງທ່ານນາງ ອານຸສອນ ຄຳສິງສະຫວັດ ກົມພັດທະນສີມືແຮງງານ ແລະ ຈັດຫາງານ ຍັງໄດ້ລາຍງານສະພາບຂໍ້ສະດວກ ຂໍ້ຫຍຸ້ງຍາກໃນການຊ່ວຍເຫຼືອແກ່ຜູ້ອອກແຮງງານລາວທີ່ກັບຈາກປະເທດໄທ ເນື່ອງມາຈາກການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID 19). 

    ຜ່ານການປະສານງານເພື່ອເກັບກຳຕົວເລກຂອງພົນລະເມືອງລາວທີ່ກັບຄືນຈາກປະເທດໄທ ທີ່ສາມາດເກັບກຳໄດ້ໃນບາງດ່ານສາກົນໃນຂອບເຂດທົ່ວປະເທດ ແຕ່ວັນທີ 11 ມີນາ-4 ພຶດສະພາ 2020 ມີຈຳນວນ 79.208 ຄົນ ມາຮອດປັດຈຸບັນ ເຫັນວ່າຍັງມີຜູ້ອອກແຮງງານຈຳນວນບໍ່ໜ້ອຍ ເດີນທາງກັບຄືນຈາກປະເທດໄທໂດຍຜ່ານດ່ານສາກົນ ດ່ານປະເພນີ ແລະ ຊ່ອງທາງທີ່ບໍ່ຖືກຕ້ອງ ເຖິງແມ່ນວ່າລັດຖະບານທັງສອງປະເທດໄດ້ປະກາດປິດດ່ານຢ່າງເປັນທາງການແລ້ວກໍຕາມ. 

    ໃນວັນທີ 15 ເມສາ 2020 ມີຜູ້ອອກແຮງງານເດີນທາງມາຈາກປະເທດໄທໂດຍຜ່ານດ່ານວຽງຈັນໜອງຄາຍ ຈຳນວນ 25 ຄົນ ໃນນັ້ນມີຜູ້ອອກແຮງງານລາວທີ່ຖືກຈັດສົ່ງໂດຍບໍລິສັດຈັດຫາງານຕາມລະບົບ MOU ຈຳນວນ 17 ຄົນ ແລະ ໄປເຮັດວຽກແບບຜິດກົດໝາຍ ຈຳນວນ 8 ຄົນ. 

    ໃນວັນທີ 21 ເມສາ 2020 ມີຜູ້ອອກແຮງງານເດີນທາງມາຈາກປະເທດໄທ ໂດຍຜ່ານດ່ານວຽງຈັນໜອງຄາຍ ຈຳນວນ 44 ຄົນ ໃນນັ້ນ ມີຜູ້ອອກແຮງງານລາວທີ່ຖືກຈັດສົ່ງໂດຍບໍລິສັດຈັດຫາງານຕາມລະບົບ MOU ຈຳນວນ 25 ຄົນ.​ 

   ໃນວັນທີ 4 ພຶດສະພາ 2020 ມີຜູ້ອອກແຮງງານເດີນທາງມາຈາກປະເທດໄທ ໂດຍຜ່ານດ່ານວຽງຈັນໜອງຄາຍ ຈຳນວນ 103 ຄົນ ໃນນັ້ນ ມີຜູ້ອອກແຮງງານລາວທີ່ຖືກຈັດສົ່ງໂດຍບໍລິສັດຈັດຫາງານຕາມລະບົບ MOU ຈຳນວນ 15 ຄົນ.​

    ໃນວັນທີ 07 ພຶດສະພາ 2020 ນີ້ໄດ້ມີຜູ້ອອກແຮງງານເດີນທາງມາຈາກປະເທດໄທ  ໂດຍຜ່ານດ່ານວຽງຈັນໜອງຄາຍ ຈຳນວນ 115 ຄົນ ໃນນັ້ນ ມີຜູ້ອອກແຮງງານລາວທີ່ຖືກຈັດສົ່ງໂດຍບໍລິສັດຈັດຫາງານຕາມລະບົບ MOU ຈຳນວນ 44 ຄົນ.​

    ພ້ອມນີ້ ກໍໄດ້ອອກແຈ້ງການຂັ້ນກະຊວງ ເຖິງການໃຫ້ຄວາມຊ່ວຍເຫຼືອແກ່ແຮງງານຜູ້ທີ່ເດີນທາງກັບມາເຊັ່ນ: ຕັ້ງແຕ່ວັນທີ 23 ມີນາ ເຖິງວັນທີ 7 ພຶດສະພາ 2020 ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໄດ້ປະສານສົມທົບກັບສູນບໍລິການຈັດຫາງານ ບໍລິສັດຫາງານ ຈັດສັນຕາຕະລາງ ພະແນກແຮງງານ ແລະ ສະຫວັດດີການສັງຄົມນະຄອນຫຼວງວຽງຈັນ ຕິດຕາມໃຫ້ຂໍ້ມູນແຮງງານ ແລະ ໃຫ້ການຊ່ວຍເຫຼືອໃນສິ່ງທີ່ຈຳເປັນ ໂດຍສະເພາະແມ່ນອາຫານ ແລະ ນໍ້າດື່ມຢ່າງປົກກະຕິ ໄດ້ລົງຕິດຕາມສະພາບການເດີນທາງກັບຄືນປະເທດຂອງຜູ້ອອກແຮງງານລາວທີ່ດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ແຂວງຄຳມ່ວນ ສະຫວັນນະເຂດ ແລະ ຈຳປາສັກ ເພື່ອເກັບກຳຂໍ້ມູນ ແລະ ປະເມີນສະພາບການໃນເບື້ອງຕົ້ນ ເພື່ອໃຊ້ໃຫ້ແກ່ການວາງແຜນ ແລະ ກຳນົດການຊ່ວຍເຫຼືອໃນເບື້ອງຕົ້ນ ກວດກາຈຳນວນແຮງງານທີ່ກັບຄືນມາ ແລະ ຈັດສັນຍານພາຫະນະ ເພື່ອຈັດສົ່ງຜູ້ອອກແຮງງານລາວໄປສູ່ທ້ອງຖິ່ນ ແລະ ເຂົ້າສູນກັກກັນຕາມຂັ້ນຕອນຂອງສາທາລະນະສຸກ ປະສານສົມທົບກັບກະຊວງແຮງງານໄທ ເພື່ອຕິດຕາມກ່ຽວກັບນະໂຍບາຍຂອງລັດຖະບານໄທຕໍ່ກັບຜູ້ໃຊ້ແຮງງານທີ່ຖືກເລີກຈ້າງງານ ເນື່ອງຈາກການໂຈະ ແລະ ປິດກິດຈະການ ຜູ້ອອກແຮງງານທີ່ຂໍລາອອກ ແລະ ບັນຫາຕ່າງໆ ເພື່ອກະກຽມແຜນການ ແລະ ໃຫ້ການຊ່ວຍເຫຼືອຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບ ປະສານສົມທົບກັບຜູ້ຊ່ວຍວຽກທາງດ້ານແຮງງານທີ່ປະຈຳຢູ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳບາງກອກປະເທດໄທ ເພື່ອຕິດຕາມສະພາບການຕ່າງໆ ເກັບກຳຂໍ້ມູນ ແລະ ລາຍງານສະພາບຢ່າງປົກກະຕິ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ນະຄອນຫຼວງ ສູນບໍລິການຈັດຫາງານ ແລະ ບໍລິສັດຈັດຫາງານ ເພື່ອຕິດຕາມ ແລະ ເກັບຂໍ້ມູນຂອງຜູ້ອອກແຮງງານລາວທີ່ກັບຄືນມາຈາກປະເທດໄທ ພ້ອມນີ້ ກໍໄດ້ກຳນົດແບບຟອມເພື່ອເກັບກຳຂໍ້ມູນຂອງຜູ້ອອກແຮງງານໃຫ້ລະອຽດ ເພື່ອກະກຽມການຊ່ວຍເຫຼືອໃນໄລຍະຍາວ ກຳນົດແບບຟອມເກັບກຳຂໍ້ມູນຜູ້ອອກແຮງງານລາວທີ່ກັບຈາກປະເທດໄທ ແລະ ຜູ້ອອກແຮງງານລາວທີ່ໄດ້ຮັບຜົນກະທົບຈາກການໂຈະ ແລະ ປິດກິດຈະການຂອງຫົວໜ່ວຍແຮງງານ ແລະ ຂຶ້ນແຜນງົບປະມານເພື່ອນຳໃຊ້ເຂົ້າໃນການເກັບກຳຂໍ້ມູນດັ່ງກ່າວ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!