ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ

   ວັນທີ 10 ມັງກອນ 2022 ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ  (20/1/1949 – 20/1/2022) ຄົບຮອບ 73 ປີ ໃຫ້ກຽດປາຖະກະຖາໂດຍທ່ານພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມີທ່ານໄຊຊະນະ ໂຄດພູທອນ ຫົວໜ້າອົງການ ອອປສ  ພ້ອມດ້ວຍຄະນະນຳ ອອປສ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ທ່ານ ພົນໂທ ທອງລອຍ ສິລິວົງ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວຕະຫຼອດໄລຍະ 73 ປີ ຜົນງານອັນພິລະອາດຫານຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະທີ່ນັກຮົບຮຸ່ນເກົ່າໄດ້ດຳເນີນການຕໍ່ສູ້ກູ້ຊາດ ຕ້ານພວກຈັກກະພັດຕ່າງດ້າວທີ່ມາຮຸກຮານ ແລະ ກົດຂີ່ຂູດຮີດ ຈົນເຮັດໃຫ້ປະຊາຊົນລາວມີນ້ຳໃຈຄຽດແຄ້ນ ບໍ່ຍອມຈໍານົນຕໍ່ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ດ້ວຍຄວາມທໍລະມານດັ່ງກ່າວ ຈຶ່ງໄດ້ສ້າງຕັ້ງກອງທັບປະຊາຊົນລາວຂຶ້ນໃນວັນທີ 20 ມັງກອນ 1949 ນັບແຕ່ນັ້ນມາ ກອງທັບປະຊາຊົນລາວໄດ້ເຕີບໃຫຍ່ເຂັ້ມແຂງ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນລາວ ນໍາພາຕໍ່ສູ້ກູ້ຊາດຈົນຍາດມາໄດ້ໄຊຊະນະຢ່າງລຽນຕິດສາມາດຊີ້ນຳ-ນໍາພາ ປະຊາຊົນລາວບັນດາເຜົ່າ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.

   ການຫວນຄືນມູນເຊື້ອວັນສໍາຄັນດັ່ງກ່າວຄັ້ງນີ້ ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູ ຮູ້ບຸນຄຸນຕໍ່ຜົນງານອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ເພື່ອເປັນການປຸກລະດົມເຮັດໃຫ້ພະນັກງານ-ລັດຖະກອນ ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນຄົນ ມີຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນ ຮັກຜືນແຜ່ນດິນອັນຄົບຖ້ວນ ຮັກລະບອບໃໝ່ ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນ ສ້າງສະຕິເປັນເຈົ້າຕົນເອງເພິ່ງຕົນເອງ ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ທັງເປັນການໂຄສະນາສຶກສາອົບຮົມນໍ້າໃຈປະຕິວັດ ຄວາມກະຕັນຍູຮູ້ບຸນຄຸນ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ກໍຄືບັນດາຜູ້ນໍາຮຸ່ນກ່ອນ ແລະ ພະນັກງານປະຕິວັດ ຜູ້ທີ່ໄດ້ເສຍສະຫຼະຊີວິດ ຜູ້ເສຍອົງຄະ ຄອບຄົວຜູ້ທີ່ມີຜົນງານທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 73 ປີ ຜ່ານມາ ມີຄວາມຈະເລີນເຂັ້ມແຂງຮອດປັດຈຸບັນ.

# ຂ່າວ – ພາບ : ລັດເວລາ

error: Content is protected !!