ລົດຖີບ​ທາງໄກ​ລະດັບ​ໂລກ 2020 ປະກາດ​ເລື່ອນ​ແຂ່ງຂັນ

    ຝ່າຍ​ຈັດການ​ແຂ່ງຂັນ​ລົດຖີບ​ທາງໄກ ເກົ່າ​ແກ່​ລະດັບ​ໂລກ ລາຍການ ຈີ​ໂຣ້ ດີ​ອີ​ຕາ​ເລຍ (Giro d’Italia) ທີ່​ອີ​ຕາ​ລີ ແລະ ລາຍການ ເວວ​ຕ້າ ແອ​​ັສ​ປາ​ນ້າ (Vuelta a Espana) ປະຈຳ​ປີ 2020 ທີ່​ສະ​ເປນ (ແອັດ​ສະ​ປາຍ) ປະກາດ​ເລື່ອນ​ແຂ່ງຂັນ​ອອກ​ໄປ​ເນື່ອງ​ຈາກ​ຜົນ​ກະທົບ​ການ​ແຜ່​ລະບາດ​ຂອງ​ພະຍາດ ໂຄ​ວິດ-19.

   ທັງ​ສອງ​ລາຍການ​ຢືນຢັນ​ເລື່ອນ​ໄປ​ຈັດ​ໃນ​ທ້າຍ​ປີ ໂດຍ​ລາຍການ ຈີ​ໂຣ້ ດີ​ອີ​ຕາ​ເລຍ ຈາກ​ກຳນົດ​ເກົ່າ​ວັນ​ທີ 9-31 ພຶດສະພາ ໄປ​ຈັດ​ໃນ​ວັນ​ທີ 3-25 ຕຸລາ​ນີ້ ຂະນະ​ທີ່​ລາຍການ​ເວວ​ຕ້າ ແອ​​ັສ​ປາ​ນ້າ ຈາກ​ກຳນົດ​ເກົ່າ​ວັນ​ທີ 14 ສິງຫາ- 6 ກັນຍາ ເລື່ອນ​ໄປ​ຈັດ​ໃນ​ວັນ​ທີ 20 ຕຸລາ​ຫາ​ວັນ​ທີ 8 ພະຈິກ 2020.

    ກ່ອນ​ໜ້າ​ນີ້ ຕູ​ເດີ​ຟຣອງ (Tour de France) ອີກ​ໜຶ່ງ​ລາຍການ​ເກົ່າ​ແກ່​ຂອງ​ໂລກ​ຢູ່​ຝຣັ່ງ​ໄດ້​ເລື່ອນ​ການ​ແຂ່ງຂັນ​ຈາກ​ກຳນົດ​ເກົ່າ​ເດືອນ​ມິຖຸນາ​ໄປ​ຈັດ​ໃນ​ວັນ​ທີ 29 ສິງຫາ- 20 ກັນຍາ 2020.

error: Content is protected !!