ຍົກສູງສະຕິລະວັງຕົວ

ອາທິດແລ້ວນີ້ ທີ່ເມືອງນາຮົກ ຈ່າຍົມພິບານໄດ້ຮຽກເອົາບັນດາທະຫານຂອງຕົນ ມາປະຊຸມເປັນການດ່ວນ ທັງອອກຄຳສັ່ງວ່າ “ດຽວນີ້ຢູ່ເມືອງມະນຸດນັ້ນ ໂຄວິດ-19 ພວມລະບາດໜັກທີ່ສຸດ ດັ່ງນັ້ນ ພວກເຈົ້າຕ້ອງມີສະຕິລະວັງສູງ ຢ່າຢູ່ໃກ້ຄົນບາບຈາກເມືອງມະນຸດ ຕ້ອງໃສ່ໜ້າກາກເວລາທໍລະມານພວກເຂົາ ຖ້າອີກ 1 ເດືອນ ຖ້າໂຄວິດ-19 ຍັງລະບາດຢູ່ ຂໍໃຫ້ປິດໝໍ້ນາຮົກໄວ້ກ່ອນ ຢ່າຮັບຄົນບາບເຂົ້າມາເລີຍ !”.

ໂດຍ: ບ່າວກະບື

error: Content is protected !!