ໃນວັນທີ 11 ມັງກອນ 2022 ທີ່ສູນການສຶກສານອກໂຮງຮຽນເມືອງຄຳເກີດ ແຂວງບໍລິຄຳໄຊ ຈັດພິທີປິດຊຸດເຝິກອົບຮົມວິຊາຊີບຫຼັກສູດໄລຍະສັ້ນ 3 ເດືອນ ໃຫ້ຊາວໜຸ່ມບ້ານເປົ້າໝາຍ 19 ບ້ານ ເປັນປະທານຂອງທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄຳເກີດ ມີທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ທ່ານ ຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທືນແຂວງ ທ່ານ ວຽງພອນ ແສງຈັນທະຜິວ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ພ້ອຍດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອ່ອນຕໍ້ ເທບຄໍາເຮືອງ ຫົວໜ້າສູນການສຶກສານອກໂຮງຮຽນເມືອງຄໍາເກີດ ໄດ້ລາຍງານໃຫ້ຮູ້ວ່າ: ຊຸດເຝິກອົບຮົມດັ່ງກ່າວໄດ້ເລີ່ມສອນແຕ່ວັນທີ 22 ກໍລະກົດ ຫາວັນທີ 22 ຕຸລາ 2021 ວິຊາຮຽນມີທັງໝົດ 10 ວິຊາຮຽນຄື: ພື້ນຖານຂອງການຢຽບຈັກ ຄວາມຮູ້ທົ່ວໄປກ່ຽວກັບການໃຊ້ອຸປະກອນຕັດຫຍິບ ວິທີແຕ້ມແບບ ຕັດ ແລະ ຫຍິບສີ້ນສຳເລັດ ວິທີແຕ້ມແບບ ຕັດ ແລະ ຫຍິບກະໂປ່ງ ຫຍິບເສື້ອຕ່າງໆ ເພື່ອເປັນຄວາມຮູ້ພື້ນຖານໃຫ້ແກ່ຊາວໜຸ່ມໄວໜຸ່ມຜູ້ດ້ອຍໂອກາດ ໃຫ້ມີວຽກເຮັດ ມີວິຊາຊີບເປັນຂອງຕົນ ມີນັກສຳມະນາກອນທັງໝົດ 20 ຄົນ ຍິງ 19 ຄົນ ມີຄູ-ອາຈານສອນ ທັງໝົດ 6 ຄົນ ຍິງ 4 ຄົນ ຊຸດອົບຮົມຄັ້ງນີ້ ແມ່ນເປັນຮຸ່ນທີ 15 ເຊິ່ງໄດ້ຮັບການສະໜັບສະໜູນຈາກໂຄງການລາວ/030 ປະຈຳແຂວງບໍລິຄຳໄຊ ລວມມູນຄ່າ 94 ລ້ານກີບ.

ໂອກາດນີ້ ທ່ານ ແສງແກ້ວ ໃສມະນີ ໄດ້ກ່າວເນັ້ນໃຫ້ນັກສໍາມະນາກອນທີ່ສຳເລັດການເຝິກອົບຮົມຄັ້ງນີ້ ຈົ່ງນຳເອົາບົດຮຽນທີ່ຕົນຮຽນໄປສຶກສາ ແລະ ປະກອບເປັນອາຊີບ ສ້າງວຽກເຮັດງານທຳເປັນຕົນເອງໃຫ້ເກີດດອກອອກຜົນ ພ້ອມມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ແລະ ທາງກຸ່ມຜູ້ຮຽນຍັງໄດ້ມອບໂຕະຫີນ 1 ຊຸດ ໃນມູນຄ່າ 750.000 ກີບ ເພື່ອເປັນຂອງທີ່ລະນຶກໃຫ້ສູນການສຶກສານອກໂຮງຮຽນເມືອງນຳອີກ.

# ຂ່າວ – ພາບ : ບຸນມີ